ຄໍາວ່າ “ຮວງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຮວງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຮວງ” ແມ່ນເຄີ່ງວົງກົມ ຫຼື ສາຍ, ຄັນກົງທີ່ເຮັດໄວ້ຢູ່ອຸປະກອນຮັບໃຊ້ ສໍາລັບເອົາຄານສອດຫາບ, ຍົກ, ຫິ້ວ, ແບກ ຫຼື ພາຍໄປ ຊຶ່ງອາດຈະເຮັດຈາກໄມ້, ເຊືອກ, ໂລຫະ ຫຼື ວັດສະດຸຢ່າງອື່ນ ເຊັ່ນ: ຮວງ ຄຸ, ຮວງກະຕ່າ, ຮວງກະຍັງ ເປັນຕົ້ນ. ການເຮັດຮວງແມ່ນເພື່ອສະດວກໃນການເຄື່ອນຍ້າຍຈາກບ່ອນນຶ່ງ ໄປອີກບ່ອນນຶ່ງ.

ນອກຈາກນີ້, “ຮວງ” ຍັງໝາຍເຖິງຮັງເຜິ້ງ (ບາງເຂດເອີ້ນ ຮາງເຜິ້ງ) ຫຼື ຮັງຂອງສັດ ແລະ ແມງ ທີ່ເຮັດ ຂຶ້ນ ເພື່ອຢູ່ ແລະ ລ້ຽງລູກຂອງມັນ. “ຮວງ” ຍັງໝາຍເຖິງສິ່ງທີ່ເປັນຊໍ່ຂອງດອກໄມ້, ພຶດ, ໄຂ່ ທີ່ຢູ່ຮວມ ກັນເປັນຈໍານວນຫຼາຍ ເຊັ່ນ: ຮວງເຂົ້າ, ຮວງເຂົ້າລີບ, ຮວງເຂົ້າມາກ, ຮວງດອກໄມ້, ຮວງໄຂ່ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າຮວງ”.

“ຮວງ” (1. ຄໍານາມ) ໄມ້ ຫຼື ໂລຫະ ເປັນກົງ ສຽບຢູ່ປາກຄຸ ຫຼື ຕ່າ ສໍາລັບພາຍ ຫຼື ເອົາຄານສອດຫາບ. ຮັງເຜິ້ງ. ຊໍ່ຂອງເມັດເຂົ້າບ່ອນເມັດຈັບຢູ່ໂຮມກັນໃນຕົ້ນນຶ່ງໆ.

ຕົວຢ່າງ:

  • ຄົນສະໄໝກ່ອນສານກະບຸງໄວ້ຫາບເຂົ້າ ຊຶ່ງກະບຸງໜ່ວຍນຶ່ງມີຫູ 2 ຮວງ (ອັນ) ເພື່ອສະດວກໃນ ການເອົາໄມ້ຄານສອດ ແລະ ຫາບ.
  • ປີນີ້ເຂົ້ານາງາມດີຮວງໃດກໍໃຫຍ່ໆ ແລະ ເມັດເຂົ້າຕື່ງເຕັມດີ ສົ່ງກີ່ນຫອມໄປທົ່ວບໍລິເວນທົ່ງນາ ເບີ່ງແລ້ວອອນຊອນ.

ສະຫຼຸບ.

ຄໍາວ່າ “ຮວງ” ແມ່ນຮວງອຸປະກອນ ເພື່ອຫິ້ວ, ຫາບ, ຍົກໄປ ເຊັ່ນ: ຄຸ, ກະຕ່າ, ກະບຸງ ມີຮູບຮ່າງເຄີ່ງ ວົງມົນ ຫຼື ກົງ ເພື່ອຄວາມສະດວກສະບາຍໃນການຍົກຍ້າຍ. ນອກຈາກນີ້, “ຮວງ” ຍັງແມ່ນຮັງເຜິ້ງ. ອີກ ຄວາມໝາຍນຶ່ງ “ຮວງ” ຍັງແມ່ນສິ່ງທີ່ເປັນຊໍ່ ດັ່ງ ຮວງດອກໄມ້, ຮວງໄຂ່ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo