ຄໍາວ່າ “ຕີ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕີ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕີ” ໝາຍເຖິງການໃຊ້ວັດຖຸສິ່ງຂອງຢ່າງໃດຢ່າງນຶ່ງຟາດໃສ່ ຫຼື ທຸບໃສ່ ເຮັດໃຫ້ສິ່ງທີ່ຖືກຕີໄດ້ຮັບຜົນກະທົບ ເຊັ່ນ: ຕີເຫຼັກ ເຮັດມີດເຮັດພ້າ ຫຼື ຕີມີດຕີພ້າ, ຕີຄ້ອງ, ຕີກອງ, ຕີພີມ (ດິດພີມ ກໍວ່າ), ເອົາ ແສ້ຕີຄວາຍ ເປັນຕົ້ນ. “ຕີ” ຍັງໝາຍເຖິງການຟາດດ້ວຍກໍ້າປັ້ນ ຫຼື ທຸບລົງດ້ວຍມືຂອງຄົນ ເຊັ່ນ: ຕີໂມຍ, ຕີກັນດ້ວຍມື ແຕ່ຖ້າໃຊ້ຕີນເຮົາເອີ້ນ ເຕະ, ຖີບ, ຢັນ ເປັນຕົ້ນ. “ຕີ” ຍັງໝາຍເຖິງການຮົບເລວກັນ ຊຶ່ງ ເຮົາເອີ້ນ ຕີກັນ, ຕີເສີກ, ຕີສັດຕູ ເປັນຕົ້ນ.

ນອກຈາກນີ້, “ຕີ” ຍັງໝາຍເຖິງການທໍາໃຫ້ແຕກ ຫຼື ເຮັດໃຫ້ເຂົ້າກັນ ເຊັ່ນ: ຕີນໍ້າຕານໃສ່ນໍ້າ, ປະສົມສີດ້ວຍການຖອກ ແລະ ຕີ ຫຼື ຄົນໃຫ້ເຂົ້າກັນ, ຕີໃຂ່ໃສຜັກຫອມ ແລະ ເຄື່ອງເທດກ່ອນນໍາໄປຈືນ (ຂົ້ວ ກໍວ່າ), “ຕີ” ຍັງໝາຍເຖິງການແປຄວາມໝາຍ ດັ່ງ ຕີຄວາມໝາຍໃຫ້ອອກ, ຕີຄວາມໝາຍໃຫ້ດີ, ຕີຄວາມ ປິດສະໜາໃຫ້ເປັນ, ຕີລາຄາ. “ຕີ” ຍັງແມ່ນການກໍານົດລາຄາ ເຊັ່ນ: ຕີມູນຄ່າ, ຕີລາຄາສິນຄ້າ, ຕີລາຄາ ຊັບສິນ. ອີກຄວາມໝາຍນຶ່ງ “ຕີ” ແມ່ນການສີທຽນ ຫຼື  ສິງທຽນ ເອີ້ນ ຕີທຽນ ນັ້ນເອງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕີ”.

“ຕີ” (1. ຄໍາກິລິຍາ) ຟາດລົງ, ທຸບລົງດ້ວຍມື ຫຼື ວັດຖຸຕ່າງໆ, ຮົບເລວ, ທໍາໃຫ້ແຕກ, ແປຄວາມໝາຍ, ກໍານົດລາຄາ. ສີ, ສິງ, ສີທຽນ ຫຼື  ສິງທຽນ ເອີ້ນ ຕີທຽນ “ເຮົາຈັກຕີທຽນນ້ອມ ເຖິງອິນເທວະລາດ ຂໍເອົາລູກແກ່ນແກ້ວຊາຍກ້າເກີດດອມ”.

ຕົວຢ່າງ:

  • ໃນຄະນະທີ່ນັກເລກສອງແກ້ງກໍາລັງຕີກັນ, ໄດ້ມີຄົນນຶ່ງເອົາໄມ້ຄ້ອນຕີໃສ່ຫົວຄູ່ຕໍ່ສູ້ເຮັດໃຫ້ຫົວແຕກ ແຕ່ລາວກໍຖືກຕີກັບດ້ວຍກໍ້າປັ້ນເຮັດໃຫ້ຂຸມຕາຂຽວເຈັບເຊັ່ນກັນ.
  • ພະນັກງານຮ້ານອາຫານເຮັດນໍ້າໝາກນາວດ້ວຍການບີບໝາກນາວ ແລະ ເອົານໍ້າຕານມາຕີໃສ່ ເພື່ອບໍ່ໃຫ້ມີລົດຊາດສົ້ມເກີນໄປ. ສ່ວນການຕີລາຄາແພງຖືກແມ່ນຂຶ້ນກັບຈອກນ້ອຍໃຫຍ່.
  • ນັກເສດຕະສາດທັງຫຼາຍພະຍາຍາມຕີຄວາມໝາຍ ແລະ ຄາດຄະເນທິດທາງຂອງເສດຖະກິດໂລກ ໂດຍອິງໃສ່ປັດໃຈທີ່ເກີດຂຶ້ນ ແລະ ຄາດວ່າເກີດຂຶ້ນ.

ສະຫຼຸບ.

ຄໍາວ່າ “ຕີ” ມີຫຼາຍຄວາມໝາຍ ເຊັ່ນ: ການໃຊ້ວັດຖຸສິ່ງທຸບ ຫຼື ຟາດໃສ່ ຢ່າງໃດຢ່າງນຶ່ງ. ໝາຍເຖິງການຟາດດ້ວຍກໍ້າປັ້ນ ຫຼື ດ້ວຍມືຂອງຄົນ. ໝາຍເຖິງການຕີເສີກ ຂ້າຟັນລັນແທງກັນ. ນອກຈາກນີ້, “ຕີ” ແມ່ນການເຮັດໃຫ້ແຕກ ຫຼື ຄົນໃຫ້ເຂົ້າກັນ. “ຕີ” ແມ່ນການແປຄວາມໝາຍ, ແມ່ນການກໍານົດລາຄາ. ນອກຈາກນັ້ນ, ຍັງໝາຍເຖິງການສີທຽນ (ສິງທຽນ ກໍວ່າ) ເອີ້ນ ຕີທຽນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo