ຄໍາວ່າ “ຍາງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຍາງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຍາງ” ແມ່ນຊື່ໄມ້ຢືນຕົ້ນແນວນຶ່ງ ເອີ້ນ ໄມ້ຍາງ ເປັນໄມ້ມີຂະໜາດຂອງລໍາຕົ້ນໃຫຍ່ສູງ, ຄົນເຮົານໍາເອົາໄມ້ຍາງມາແປຮູບຫຼາຍແນວ ເຊັ່ນ: ໄມ້ແປ້ນ, ໄມ້ລ່ຽມ ເປັນຕົ້ນ ເພື່ອໃຊ້ເຮັດໄມ້ເຄື່ອງເຮືອນ ເຊັ່ນ: ຝາເຮືອນແປ້ນພື້ນເຮືອນ, ຂື່ເຮືອນ, ປະຕູ, ປ່ອງຢ້ຽມ, ເຄື່ອງເຟີນິເຈີ ອື່ນໆ. ສ່ວນ ຢາງຂອງໄມ້ຍາງ ຫຼື ຂີ້ຍາງ ຄົນເຮົາມັກນໍາມາໃຊ້ປະໂຫຍດມາແຕ່ບູຮານ ເປັນຕົ້ນ ໃຊ້ເຮັດກະບອງໄຕ້, ໃຊ້ຈູດເພື່ອດັງໄຟ ແລະ ປະໂຫຍດອື່ນໆຫຼາຍປະການ. ໄມ້ຍາງມີຫຼາຍແນວ ແຕ່ ໄມ້ຍາງພາຍ ເປັນໄມ້ຂະໜາດໃຫຍ່ສຸດ.

ນອກຈາກນີ້, “ຍາງ” ແມ່ນຊື່ນົກພວກນຶ່ງ ເອີ້ນ ນົກຍາງ ມີຂົນສີຂາວ ແລະ ຂາຍາວ ອາໃສຢູ່ເປັນຝູງ ກິນປາເປັນຫຼັກ ມັກພົບຢູ່ຕາມແຄມແມ່ນໍ້າ, ແຄມໜອງ, ແຄມນາ ເປັນຕົ້ນ. ນົກຍາງແບ່ງອອກເປັນຫຼາຍແນວ ຄື: ນົກຍາງກ້ອກ ນົກຍາງໂທນ ເປັນຕົ້ນ. “ຍາງ” ຍັງໝາຍເຖິງເຄື່ອງສານປະເພດນຶ່ງ ທີ່ສານດ້ວຍ ຕອກໄມ້ປ່ອງ ສານຂັດເປັນຕາຫ່າງໆ ເພື່ອໃສ່ ເປັດ, ໄກ່, ນົກ, ໝູນ້ອຍ ຫຼື ຂັງມັນໄວ້ ບາງຄັ້ງກໍເພື່ອ ຍົກຍ້າຍໄປມາ ເພາະມັນສະດວກດີ. ອີກຄວາມໝາຍນຶ່ງ “ຍາງ” ແມ່ນຊື່ເອີ້ນ ຊາວຍາງ ຊຶ່ງເປັນຄົນຢູ່ພູດອຍພວກນຶ່ງ ພົບເຫັນຢູ່ທາງພາກເໜືອ ຂອງປະເທດມຽນມາ.

ຄໍາວ່າ “ຍາງ”
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຍາງ”.

“ຍາງ” (1. ຄໍານາມ) ຊື່ໄມ້ແນວນຶ່ງ ເປັນໄມ້ຂະໜາດໃຫຍ່ ໃຊ້ເຮັດໄມ້ເຄື່ອງເຮືອນ, ຢາງຂອງໄມ້ຍາງ ຫຼື ຂີ້ຍາງ ໃຊ້ເຮັດກະບອງໄຕ້ ແລະ ປະໂຫຍດອື່ນໆ ຫຼາຍປະການ. ຊື່ນົກພວກນຶ່ງ ຂົນສີຂາວ ຂາຍາວ ເປັນນົກກິນປາ ມີຫຼາຍແນວຄື: ນົກຍາງກ້ອກ ນົກຍາງໂທນ. ເຄື່ອງສານຂັດເປັນຕາຫ່າງໆ ສໍາລັບໃສ່ສັດຈໍາພວກເປັດໄກ່ ແລະ ນົກ ເປັນຕົ້ນ. ຊື່ຄົນຊາວພູດອຍພວກນຶ່ງ ມີຢູ່ທາງພາກເໜືອ ປະເທດມຽນມາ.

ຕົວຢ່າງ:

  • ໄມ້ຍາງຢູ່ປະເທດລາວ ຖືກຕັດ ແລະ ສົ່ງອອກຂາຍຕ່າງປະເທດ ເປັນຈໍານວນຫຼວງຫຼາຍໃນເມື່ອ ກ່ອນ ເຮັດໃຫ້ປະຈຸບັນແມ່ນຍັງມີບໍ່ຫຼາຍ.
  • ມື້ວານຕອນແລງ ຂ້ອຍຂີ່ລົດຜ່ານທົ່ງນາ ເຫັນຝູງນົກຍາງຫຼາຍສິບໂຕ ບີນລົງຫາກິນປາຢູ່ກາງນາ ເບີ່ງແລ້ວງົດງາມຫຼາຍ.
  • ປ້າຂ້ອຍຂັງເປັດເທດຢູ່ໃນຍາງຫຼາຍໂຕ ກ່ອນນໍາໄປໃສ່ທ້າຍລົດກະບະ ເພື່ອນໍາໄປຂາຍຢູ່ຕະຫຼາດໄນເມືອງ.

ສະຫຼຸບ.

ຄໍາວ່າ “ຍາງ” ແມ່ນຕົ້ນ ໄມ້ຍາງ ມີລໍາຕົ້ນໃຫຍ່ສູງ, ຄົນມັກເອົາມາເຮັດ ໄມ້ແປ້ນ, ໄມ້ລ່ຽມ ເພື່ອເຮັດ ເຮືອນ, ເຟີນິເຈີຕ່າງໆ. ສ່ວນຢາງມັນ ຫຼື ຂີ້ຍາງ ໃຊ້ເຮັດກະບອງໄຕ້ໄຟ, ໃຊ້ຈູດເພື່ອດັງໄຟ ແລະ ອື່ນໆ. ນອກຈາກນີ້, “ຍາງ” ແມ່ນຊື່ນົກ ນົກຍາງ ຂົນສີຂາວ ແລະ ຂາຍາວ ແບ່ງອອກເປັນຫຼາຍແນວ ຄື: ນົກຍາງກ້ອກ ນົກຍາງໂທນ ກິນປາເປັນອາຫານ. “ຍາງ” ແມ່ນເຄື່ອງສານດ້ວຍຕອກໄມ້ປ່ອງ ສານຂັດເປັນຕາຫ່າງໆ ເພື່ອໃສ່ ເປັດ (ຍາງເປັດ), ໄກ່ (ຍາງໄກ່) ແລະ ອື່ນໆ. “ຍາງ” ແມ່ນຊື່ເອີ້ນ ຄົນຍາງ ຫຼື ຊາວຍາງ ຊຶ່ງເປັນຄົນເຊື້ອຊາດນຶ່ງ ອາໃສຢູ່ພູດອຍພາກເໜືອ ຂອງປະເທດມຽນມາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ