ຄໍາວ່າ “ຕໍ່” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕໍ່” ມີຄວາມໝາຍແນວໃດ?

ຄໍາວ່າ “ຕໍ່” ໝາຍເຖິງໂຕຕໍ່ ຊຶ່ງແມ່ນແມງໄມ້ບີນໄດ້ ຕົວສີດໍາກ່ານເຫຼືອງຢູ່ແອວມີໄລ ແລະ ຕອດເຈັບ ຕໍ່ມີ 4 ແນວ ອາໃສຢູ່ໃນຮັງ ບາງແນວແຂວນຢູ່ຕົ້ນໄມ້, ບາງແນວໃນຮູດີນ ແລະ ບາງແນວຢູ່ໃນໂກນ. ຄົນ ລາວນິຍົມເອົາລູກຕໍ່ມາໜຶ້ງກິນ. ປະຈຸບັນ ຕໍ່ແມ່ນຫາຍາກເຂົ້າທຸກວັນ ດັ່ງນັ້ນໃນບາງເຂດຈິ່ງຫັນມັກເອົາ ຮັງຕໍ່ມາລ້ຽງຢູ່ຄັງ ຫຼື ປ່າໃກ້ບ້ານ ໂດຍປ່ອຍໃຫ້ມັນຊອກຫາກິນເອງ. ການກິນຕໍ່ມີບາງຄົນແມ່ນບໍ່ສາມາດ ກິນໄດ້ເພາະຜິດ ຊຶ່ງຈະເຮັດໃຫ້ອອກຕຸ່ມເປັນຜື່ນ ຫຼື ຫາຍໃຈຝຶດ. “ຕໍ່” ຍັງໃຊ້ເອີ້ນຊ້າງທີ່ລ້ຽງ ແລະ ເອົາໄປຕໍ່ເອົາຊ້າງປ່າ ຊຶ່ງເຮົາເອີ້ນ ຊ້າງຕໍ່. ນອກຈາກຊ້າງແລ້ວຍັງມີນົກ ເອີ້ນ ນົກຕໍ່, ໄກ່ ເອີ້ນ ໄກ່ຕໍ່ ແລະ ສັດແນວອື່ນອີກ.

ນອກຈາກນີ້, “ຕໍ່” ໃນຫຼັກໄວຍະກອນຍັງເອີ້ນກັນວ່າ ຄໍາຕໍ່ ຄື ຄໍາບຸພະບົດ (ຄໍານໍາໜ້າ) ແລະ ຄວາມສັນທານ ນັ້ນເອງ, ໃຊ້ຈໍາເພາະຊື່ເຊັ່ນ ສອງຕໍ່ນຶ່ງ, ສາມ ຕໍ່ນຶ່ງ ເປັນຕົ້ນ.  “ຕໍ່” ຍັງໝາຍເຖິງການຕໍ່ຕື່ມໃຫ້ຍາວ ຫຼື ຫຼາຍຂຶ້ນ ຫຼື ການຂະຫຍາຍ ເຊັ່ນ: ຕໍ່ທໍ່ນໍ້າປະປາ, ຕໍ່ເຮືອນໃຫ້ກວ້າງອອກ. “ຕໍ່” ໝາຍເຖິງ ການເອົາມາຕໍ່ໃຫ້ຕິດກັນ ເຊັ່ນ: ເອົາເຈ້ຍ A4 ມາຕໍ່ກັນຫຼາຍແຜ່ນໃຫ້ສໍາເຈ້ຍ A1, ເອົາໄມ້ແປ້ນມາຕອກຕໍ່ ກັນໃຫ້ເປັນຝາເຮືອນ, ມຸງຫຼັງຄາແມ່ນເອົາສັງກະສີມາຕອກຕໍ່ກັນຫຼາຍໆແຜ່ນ.

SA Game
DooDiDo

“ຕໍ່” ຍັງໝາຍເຖິງການຕໍ່ລາຄາ ເພື່ອຂໍໃຫ້ຫຼຸດລົງ ຫຼື ເຈລະຈາຕໍ່ລອງ ເພື່ອໃຫ້ເປັນໄປຕາມວັດຖຸປະສົງ ຄວາມຕ້ອງການເຊັ່ນ: ຕໍ່ລາຄາດິນ, ຕໍ່ລາຄາເຄື່ອງ, ຕໍ່ຄ່າດອງ, ເຈລະຈາຕໍ່ລອງສັນຍາ, ຕໍ່ລອງເລື່ອງ ການເມືອງ ເປັນຕົ້ນ.

“ຕໍ່” ຍັງໝາຍເຖິງຖັດ ຫຼື ຖັດໄປ ເຊັ່ນ: ຕໍ່ໄປນີ້, ຄິວຕໍ່ໄປ, ຜູ້ນັ່ງຕໍ່ໄປ, ຄົນຕໍ່ໄປ. ໝາຍເຖິງທໍ່ ຫຼື ເທົ່າ ຫຼື ເທື່ອ ເຊັ່ນ: ມື້ນີ້ຫາເງິນໄດ້ສອງຕໍ່ວານນີ້, ຫຼີ້ນການພະນັນເສຍສອງຕໍ່ ແລະ ອື່ນໆ.

ພ້ອມກັນນັ້ນຍັງມີຫຼາຍຄວາມເຊັ່ນ: ໝາຍເຖິງການຕໍ່ສູ້, ການຮົບກັນ ດັ່ງ ຕໍ່ມື ແລະ ອື່ນໆ. ໝາຍເຖິງ ການຕໍ່ກອນ ຫຼື ຮົບກັນ, ສູ້ມື ຕໍ່ສູ້ ໝາຍເຖິງຮົບກັນບໍ່ຍອມຖອຍໜີຈາກກັນ, ຕໍ່ດີ ໝາຍເຖິງຕີປ້ອງກັນໄວ້, ນໍາດີ . ຕໍ່ປາກ ຫຼື ເລົ່າຕໍ່ ໝາຍເຖິງເວົ້າສືບຕໍ່ກັນມາ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕໍ່”.

“ຕໍ່” (1. ຄໍານາມ) ແມງຈໍາພວກນຶ່ງມີປີກ ຕົວສີດໍາ ມີສີເຫຼືອງກ່ານບ່ອນແອວ ເອີ້ນໂຕຕໍ່ ມີໄລຢູ່ກົ້ນຕອດ ປວດເຮັດຮັງຢູ່, ຮັງນັ້ນເປັນຊັ້ນໆ ແລະ ເປັນດ່າງ ໂຕຕໍ່ປະກອບມີ 4 ແນວ ຄື 1. ຕໍ່ຕູມ ເຮັດຮັງແຂວນ ຢູ່ຕາມຕົ້ນໄມ້ຮັງໃຫຍ່, 2. ຕໍ່ຂຸມ ເຮັດຮັງຢູ່ໃນຮູດີນ, 3. ຕໍ່ໂກນ ເຮັດຮັງຢູ່ໃນໂກນ, 4. ຕໍ່ກະດິງ ຮັງນ້ອຍ ແລະ ແຂວນຢູ່ຕາມງ່າໄມ້. (2. ຄໍານາມ) ເອີ້ນສັດທີ່ເອົາໄປລໍ້ສັດປ່າ ດັ່ງ ຊ້າງຕໍ່. ນົກຕໍ່ ເອີ້ນຄໍາທີ່ໃຊ້ຈູງ ຄໍາອື່ນໃຫ້ໄດ້ຄວາມຕໍ່ ກັນວ່າ ຄໍາຕໍ່ ຄື ຄໍາບຸພະບົດ (ຄໍານໍາໜ້າ) ແລະ ຄວາມສັນທານ. (3. ຄໍານໍາໜ້າ) ຈໍາເພາະຊື່ ດັ່ງ ສາມ ຕໍ່ນຶ່ງ ເປັນຕົ້ນ. (34. ຄໍາກິລິຍາ) ຕື່ມໃຫ້ຍາວອອກໄປ, ຕື່ມໃຫ້ຫຼາຍຂຶ້ນ. ເຮັດໃຫ້ ຕິດກັນ. ຂໍຫຼຸດລາຄາໃຫ້ໜ້ອຍລົງ. ນໍາສັດລ້ຽງໄປລໍ້ເອົາສັດປ່າ ດັ່ງ ຕໍ່ນົກ. ຖັດ ດັ່ງ ຕໍ່ໄປນີ້. ທໍ່ ດັ່ງ ໄດ້ ສອງຕໍ່. ສູ້, ຮົບ ດັ່ງ ຕໍ່ມື ແລະ ອື່ນໆ. ຕໍ່ກອນ ຮົບກັນ, ສູ້ມື ຕໍ່ສູ້ ແມ່ນຮົບກັນບໍ່ຍອມຖອຍໜີຈາກກັນ. ຕໍ່ດີ ແມ່ນຕີປ້ອງກັນໄວ້, ນໍາດີ . ຕໍ່ປາກ ແມ່ນເວົ້າສືບຕໍ່ກັນມາ.

ຕົວ­ຢ່າງ: 

  • ຕໍ່ເປັນແມງໄມ້ມີພິດບາງເທື່ອຕອດເຖິງຕາຍ ແຕ່ຍັງມີຄົນບໍໂພກລູກຕໍ່ ຫຼື ດັກແດ້ຕໍ່ ຫຼື ດ້ວງຕໍ່ ຊຶ່ງລະດູທີ່ມີແມ່ນຊ່ວງເຂົ້າພັນສາ.
  • ໄກ່ຕໍ່ຂັນມ່ວນ ແລະ ຂັນດີ ຈຶ່ງເຮັດໃຫ້ໄກ່ປ່າມາຕິດກັບດັກ ຫຼື ຫຼົງກົນດີ.
  • ໃນໄວຍະກອນຄໍາຕໍ່ມີ: ກັບ, ແລ້ວ, ແລະ, ທັງ, ກໍ, ຈຶ່ງ, ຄື, ແຕ່, ສ່ວນ, ເພາະ, ຝ່າຍ, ດ້ວຍ, ຍ້ອນ, ປານ, ຫານ ແລະ ອື່ນໆ.
  • ນັກໂມຍປໍ້າຄົນນັ້ນເກັ່ງຫຼາຍ ສົມວ່າໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ເຊຍ ເພາະລາວຄົນດຽວ ແຕ່ຕໍ່ຄູ່ຕໍ່ສູ້ສອງຄົນ.
  • ເຮືອນລາວແຄບຫຼາຍດັ່ງນັ້ນລາວຈິ່ງຊື້ດິນຂ້າງເຮືອນຕໍ່ອອກໄປອີກຍາວເຕີບ. ໃນເບື້ອງຕົ້ນເຈົ້າ ຂອງດິນເກົ່າເວົ້າລາຄາສູງຫຼາຍ ແຕ່ພາຍຫຼັງການຕໍ່ລອງລາຄາເຮັດໃຫ້ຫຼຸດເກີບເຄີ່ງນຶ່ງ ແລະ ລາວ ຍັງມີແຜນຊື້ດິນຕອນຖັດໄປ ຫຼື ຕໍ່ໄປໃຫ້ໄດ້ສອງທໍ່ (ເທົ່າ).
  • ໄດ້ຟັງຜູ້ເຖົ້າເລົ່ານິທານຕໍ່ກັນມາຫຼາຍລຸ້ນຄຄົນວ່າ ໃນການຕໍ່ສູ້ກັນລະຫວ່າງທົດສະກັນ ແລະ ພະລັກ-ພະລາມ ແມ່ນເປັນໄປຢ່າງດຸເດືອດ ໃຊ້ເວລາຫຼາຍປີ ແລະ ເສຍຫາຍໜັກ.

ສະຫຼຸບ.

ຄໍາວ່າ “ຕໍ່” ແມ່ນຊື່ແມງໄມ້ເອີ້ນ ຕໍ່ ຫຼື ໂຕຕໍ່ ມີປີກບີນ ຕົວສີດໍາ ມີສີເຫຼືອງກ່ານຢູ່ແອວ ແລະ ມີໄລຢູ່ກົ້ນ ຕອດເຈັບ ແລະ ປວດ ເຮັດຮັງເປັນຊັ້ນໆຢູ່ ມີ 4 ແນວ ເຮັດຮັງແຂວນຢູ່ຕົ້ນ, ຢູ່ໃນຮູດິນ ຫຼື ຢູ່ໃນໂກນ. ຕໍ່ຍັງໃຊ້ເອີ້ນສັດທີ່ເອົາໄປລໍ້ສັດປ່າເຊັ່ນ: ຊ້າງ, ນົກ, ໄກ່. ເອີ້ນຄໍາໃນຫຼັກໄວຍະກອນວ່າ ຄໍາຕໍ່ ເຊັ່ນ: ກັບ, ແລ້ວ, ແລະ, ທັງ, ກໍ, ຈຶ່ງ, ຄື, ແຕ່, ດ້ວຍ ແລະ ອື່ນໆ. ນອກຈາກນີ້, ຍັງມີຄວາມໝາຍວ່າຕໍ່ອອກ ຫຼື ຕື່ມໃຫ້ຍາວ ຫຼື ຫຼາຍຂຶ້ນ. ໝາຍເຖິງການຕໍ່ລາຄາໃຫ້ຫຼຸດລົງ. ໝາຍເຖິງການເອົາສັດລ້ຽງໄປຕໍ່ເອົາສັດປ່າ

ຕໍ່ໄປນີ້. ໝາຍເຖິງທໍ່ ຫຼື ເທົ່າ ເຊັ່ນ ສອງຕໍ່ (ສອງເທົ່າ) ສາມຕໍ່ (ສາມເທົ່າ).ໝາຍເຖິງການຕໍ່ສູ້, ຕໍ່ກອນ. ໝາຍເຖິງການຕໍ່ປາກ ຫຼື ເວົ້າຕໍ່ໆກັນມາ (ເລົ່າຕໍ່ກັນມາ).

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo