ຄໍາວ່າ “ສົນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສົນ” ມີຄວາມໝາຍແນວໃດ?

ຄໍາວ່າ “ສົນ” ໝາຍເຖິງບັນດາຕົ້ນໄມ້ຢູ່ປ່າດົງພົງໄພ ຊຶ່ງເຮົາເອີ້ນກັນວ່າຕົ້ນໄມ້ໄພສົນ ຫຼື ໝູ່ໄມ້ໄພສົນ. “ສົນ” ຍັງແມ່ນການເອີ້ນໜັງສືຜູກໃລລານຜູກນຶ່ງ ຫຼື ໜັງສືໃນຄໍາພີມູນລະກັດຈາຍນະຜູກນຶ່ງ ຊຶ່ງເປັນໄວ ຍາກອນປາລີ ທີ່ພັນລະນາ ຫຼື ຂຽນດ້ວຍຕົວອັກສອນ ແລະ ຕໍ່ເຂົ້າກັນ. ພ້ອມນັ້ນ, “ສົນ” ຍັງໝາຍເຖິງ ການກ້ຽວສອດເຂົ້າກັນຢ່າງແບບບໍ່ເປັນລະບຽບ ແລະ ເຮັດໃຫ້ໜຽວແໜ້ນຂາດຍາກ ດັ່ງ ເຄືອໄມ້ກ້ຽວສົນ ກັນຂຶ້ນປາຍໄມ້ໃຫຍ່, ເຊືອກເບັດສົນກັນຫຍຸ້ງຈົນບໍ່ຮູ້ສາຍໃດເປັນສາຍໃດ, ສາຍໄຟຟ້າ ແລະ ສາຍໄຟສື່ ສານຕ່າງໆສົນກັນບໍ່ຮູ້ອັນໃດເປັນອັນໃດ ເປັນຕົ້ນ.

ນອກຈາກນີ້, “ສົນ” ຍັງໝາຍເຖິງສັບສົນ ຫຼື ເຮັດໃຫ້ເຂົ້າໃຈຍາກ ເຊັ່ນ: ຄວາມຮູ້ສຶກສັບສົນ, ເລກໂຈດ ສັບສົນ, ອະທິບາຍສັບສົນ ແລະ “ສົນ” ຍັງແມ່ນສໍ້ສົນ ຫຼື ຂີ້ສໍ້ ກໍຄວາມສັບສົນ ຊຶ່ງເຮັດໃຫ້ສິ່ງທີ່ງ່າຍໃຫ້ ຫຍຸ້ງ ແລະ ວຸ້ນວາຍ ເຊັ່ນ: ສົນລະວົນ, ສະຖານະການສັບສົນ ເປັນຕົ້ນ. “ສົນ” ເມື່ອບວກກັບຄໍາອື່ນຍັງ ໃຫ້ຄວາມໝາຍຕ່າງໄປດັ່ງ ສົນທະນາ ແມ່ນເວົ້າກັນ ຫຼື ໂສກັນ ຫຼື ປຶກສາ ຫາລື. ສົນທະຍາ ແມ່ນເວລາ ຫົວຄໍ່າ ຫຼື ເວລາລະຫວ່າງມືດກັບແຈ້ງຕໍ່ກັນ. ສົນທິ ແມ່ນບ່ອນຕໍ່ ຫຼື ການ ຕິດຕໍ່ ຂໍ້ສັນຍາກໍວ່າ. ສົນທິ ສັນຍາແມ່ນໜັງສືສໍາຄັນທີ່ເຮັດໄວ້ຕໍ່ກັນລະຫວ່າງປະເທດ. ສົນເທແມ່ນຄວາມສົງໃສ ຫຼື ບໍ່ແນ່ໃຈ. ສົນເທດ ແມ່ນຄໍາສັ່ງ, ຂ່າວ ຫຼື ລາຍການ. ສົນເຄົາ ແມ່ນເອົາເຊືອກສອດຮ້ອຍດັງຄວາຍ ຫຼື ງົວ ແລ້ວກ້ຽວຂຶ້ນມາ ມັດໄວ້ທີ່ງ່ອນ. ສົນໃຈ ແມ່ນເອົາໃຈໃສ່ ຫຼື ຕັ້ງໃຈ. ຂັດສົນ ແມ່ນຫຍຸ້ງຍາກ

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສົນ”.

“ສົນ” (1. ຄໍານາມ) ສາຍປ່າ, ໝູ່ໄມ້ (ໄພສົນ). ໜັງສືຜູກນຶ່ງໃນຄໍາພີມູນລະກັດຈາຍນະ ຫຼື ໄວຍາກອນ ປາລີກ່າວດ້ວຍຕົວອັກສອນ ແລະ ຕໍ່ອັກສອນເຂົ້າກັນ. (2. ຄໍາກິລິຍາວິເສດ) ສັບສອດກັນຢ່າງໝັ້ນໜຽວ, ແໜ້ນໜຽວ (ໄມ້ສົນ). ສັບສອດ. ເຮັດໃຫ້ຫຍຸ້ງ

ຕົວຢ່າງ:

  • ປະເທດລາວເປັນປະເທດທີ່ອຸດົມໄປດ້ວຍຊັບໃນດິນສິນໃນນໍ້າ ຢູ່ພູເຕັມໄປດ້ວຍຕົ້ນໄມ້ໄພສົນ ແລະ ມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ.
  • ວານນີ້ຖືເບັດປັກ 50 ຄັນ ໄປໃສ່ປາ ໂດຍຍັດໃສ່ກະເປົາກະເປົາດຽວ ພໍຮອດບ່ອນໃສ່ປາ ເອົາ ເບັດອອກມາສາຍເບັດສົນກັນຫຍຸ້ງປານຫຍັງ ຕ້ອງໃຊ້ເວລາໃຈແຍກອອກເປັນຊົ່ວໂມງ.
  • ເຄືອໄມ້ສົນກັນຫຼາຍເຄືອເລືອໄຕ່ຂຶ້ນຕົ້ນໄມ້ໃຫຍ່ ເບີ່ງແລ້ວສາມາດຮັບນໍ້າໜັກຄົນເຮົາທີ່ຈະປິນຂຶ້ນ ຕົ້ນໄມ້ໄດ້ຢ່າງສະບາຍ.
  • ໃນທຸກວັນນີ້ການເມືອງໂລກມີຄວາມສັບສົນຫຼາຍ ແລະ ເກີດມີການແບ່ງຂົ້ວອໍານາດຢ່າງຊັດເຈນ ບາງຄັ້ງກໍເຮັດໃຫ້ເກີດການຕໍ່ສູ້ກັນ.
  • ການເຮັດວຽກແມ່ນໃຫ້ລະວັງ ແລະ ຫຼີກລ່ຽງ ເພື່ອນຮ່ວມງານຜູ້ທີ່ມັກສົນ ແລະ ຂີ້ສໍ້ ເອົາດີເຂົ້າ ຕົນ ແຕ່ໃຫ້ໃກ້ຊິດຄົນທີ່ຊ່ວຍເຫຼືອເຮົາໄດ້.

ສະຫຼຸບ.

ຄໍາວ່າ “ສົນ” ແມ່ນຕົ້ນໄມ້ຢູ່ປ່າດົງພົງໄພ ເອີ້ນ ໝູ່ໄມ້ໄພສົນ, ຕົ້ນໄມ້ໄພສົນ. “ສົນ” ແມ່ນໜັງສືຄໍາພີມູນ ລະກັດຈາຍນະຜູກນຶ່ງ. “ສົນ” ຍັງແມ່ນການພັນ, ລັງ ຫຼື ກ້ຽວສອດເຂົ້າກັນຢ່າງບໍ່ມີລະບຽບ ຊຶ່ງເຮັດໃຫ້ ຫຍາບ, ຂາດຍາກ ແລະ ໜຽວແໜ້ນ. ນອກຈາກນີ້, “ສົນ” ຍັງແມ່ນຄວາມສັບສົນ ເຮັດໃຫ້ເຂົ້າໃຈຍາກ ຫຼື ບໍ່ເຂົ້າໃຈ. “ສົນ” ຍັງໝາຍເຖິງຄວາມສໍ້ສົນ, ຂີ້ສໍ້ ແກ້ງເຮັດແກ້ງທໍາ ໝາຍວ່າເຮັດໃຫ້ເລື່ອງງ່າຍກາຍ ເປັນເລື່ອງຍາກ, ຫຍຸ້ງ ແລະ ວຸ້ນວາຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo