ຄໍາວ່າ “ຜ່ານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຜ່ານ” ມີຄວາມໝາຍແນວໃດ?

ຄໍາວ່າ “ຜ່ານ” ໝາຍເຖິງການຍ່າງ, ແລ່ນ ຫຼື ຕັດທາງໄປ ຫຼື ລັດຂອງທີ່ຂວາງຢູ່ໄປ ຫຼື ຂ້າມໄປມີຄວາມ ໝາຍຄືກັນກັບກາຍໄປກາຍມາ (ຜ່ານໄປຜ່ານມາ) ເຊັ່ນ: ຜ່ານປະຕູ, ຍ່າງຜ່ານຕະຫຼາດ, ຜ່ານທາງ, ຜ່ານຊຸມຊົນ, ຜ່ານບ້ານ, ຜ່ານເມືອງ, ຜ່ານແຂວງ, ຜ່ານປະເທດ, ຜ່ານແດນ, ຜ່ານດ່ານ, ຍ່າງຜ່ານໜ້າ ກັນ, ແລ່ນ ຜ່ານປະຕູໂຄງ, ຜ່ານປ່າຜ່ານດົງ ແຕ່ຖ້າໜັງສືຜ່ານແດນ ແມ່ນເອກະສານຢ່າງນຶ່ງ ເພື່ອແຈ້ງ ເຈົ້າໜ້າທີ່ຈິ່ງສາມາດຜ່ານໄປໄດ້.

ນອກຈາກນີ້, “ຜ່ານ” ຍັງໝາຍເຖິງການຂ້າມໄປອີກຂັ້ນດ້ວຍການທົດສອບຄວາມເກັ່ງ, ທັກສະ, ການສຶກ ສາ, ປະສົບປະການ ຫຼື ຄວາມຮູ້ຄວາມສາມາດວ່າໄດ້ມີການພັດທະນາ ຫຼື ຍົກລະດັບດີກວ່າເກົ່າ ເຊັ່ນ: ເສັງຂຶ້ນຫ້ອງຜ່ານ, ຜ່ານ ການສອບເສັງ, ຜ່ານບົດ, ຜ່ານຜ່າ, ຜ່ານປະສົບປະການ, ຜ່ານທຸກຜ່ານຍາກ, ຜ່ານພົ້ນຄວາມທຸກ, ຜ່ານ ພົ້ນ. “ຜ່ານ” ຍັງສະແດງເຖິງເວລາ ດັ່ງ ຜ່ານມື້ຜ່ານວັນ, ຜ່ານມາ, ເວລາຜ່ານ ໄປ, ມື້ຜ່ານມາ, ເດືອນຜ່ານມາ, ປີຜ່ານມາ, ຊາດຜ່ານມາ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຜ່ານ”.

“ຜ່ານ” (1. ຄໍາກິລິຍາ) ຕັດ, ລັດຂອງທີ່ຂວາງຢູ່ໄປ, ກາຍ, ຂ້າມໄປ.

ຕົວຢ່າງ:

  • ໂຄງການລົດໄຟຄວາມໄວສູງລາວ-ຈີນ ແມ່ນເລີ່ມແຕ່ນະຄອນຫຼວງວຽງຈັນຜ່ານແຂວງວຽງຈັນ, ແຂວງຫຼວງພະບາງ, ແຂວງອຸດົມໄຊ ແລະ ແຂວງຫຼວງນໍ້າທາ.
  • ກ່ອນທ້າວສີຈະເກັ່ງໃນການເຮັດທຸລະກິດດັ່ງທຸກວັນນີ້ ລາວໄດ້ຜ່ານປະສົບປະການອັນລະອິດລະ ອ້ຽວ ແລະ ໃຊ້ເວລາຫຼາຍປີ.
  • ຜົນປະກອບການປີຜ່ານມາແມ່ນບໍ່ຄ່ອຍໄດ້ດີເທົ່າທີ່ຄວນ ເພາະໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດໂຄວິດ-19.

ສະຫຼຸບ.

ຄໍາວ່າ “ຜ່ານ” ໝາຍເຖິງການຍ່າງ, ແລ່ນ ຫຼື ໄດ້ໄປຜ່ານຜ່ານມາ, ໄດ້ສວານທາງຜ່ານກັນ ຫຼື ຕັດຜ່ານ ກັນ ລວມທັງລັດຂອງທີ່ຂວາງຢູ່ເພື່ອຜ່ານໄປ. ນອກຈາກນີ້, “ຜ່ານ” ຍັງແມ່ນສະແດງເຖິງການຂ້າມໄປອີກ ຂັ້ນຂອງຄວາມເກັ່ງ, ທັກສະ, ການສຶກສາ, ປະສົບປະການ ຫຼື ຄວາມຮູ້ຄວາມສາມາດ. “ຜ່ານ” ຍັງສະ ແດງເຖິງເວລາທີ່ໄດ້ກາຍມາແລ້ວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo