ຄໍາວ່າ “ຕອກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕອກ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕອກ” ແມ່ນຊື່ເອີ້ນຢ່າງນຶ່ງຂອງແຜ່ນໄມ້ປ່ອງ ຫຼື ເຄືອທີ່ຈັກບາງໆ ໃຊ້ມັດສີ່ງຂອງ ຫຼື ສານເປັນ ອຸປະກອນຕ່າງໆ. ຕອກທີ່ຈັກແມ່ນມີຂະໜາດ ແລະ ຄວາມຍາວແຕກຕ່າງກັນ ຂຶ້ນກັບວັດຖຸປະສົ່ງໃນການ ໃຊ້ວຽກ ດັ່ງ ຕອກສັ້ນເລັກນ້ອຍໃຊ້ມັດກ້າ, ສານຫວດ, ສານກະບຸງ (ບຸງ), ຕອກທີ່ຍາວກວ່າແມ່ນໃຊ້ສານ ສາດ, ຕອກສານຕັ່ງ, ສານໂຕະ, ສານພາເຂົ້າ, ກະຢັ່ງ ເປັນຕົ້ນ.

ດັ່ງທີ່ໄດ້ກ່າວແລ້ວວ່າຕອກເຮັດຈາກໄມ້ ປ່ອງຊະນິດຕ່າງໆ ເຊັ່ນ: ໄມ້ເຮ້ຍ, ໄມ້ຊອດ, ໄມ້ໃຜ່ໜາມ, ໄມ້ໃຜ່ບ້ານ, ໄມ້ຊາງ, ໄມ້ບົງ, ໄມ້ຮວກ, ອື່ນໆ ແລະ ເຄືອ ເຊັ່ນ ເຄືອຫວາຍ ເປັນຕົ້ນ ຊຶ່ງແຕກຕ່າງກັນໄປຂຶ້ນກັບບ່ອນທີ່ມີຢູ່ແຕ່ລະທ້ອງຖີ່ນ. ຕອກເປັນ ສິ່ງທີ່ໄດ້ນໍາໃຊ້ກັນມາແຕ່ບູຮານ ໂດຍສະເພາະແມ່ນຂົງເຂດທີ່ມີປ່າຮ້ອນຊຸ່ມ ບັນດາໄມ້ປ່ອງ, ເຄືອຫວາຍ ອອກ ດັ່ງ ປະເທດລາວ, ໄທ, ກໍປູເຈຍ, ຫວຽດ, ຈີນ,ເກົາຫຼີ, ຍີ່ປຸ່ນ ແລະ ປະເທດອື່ນໆ.

SA Game
DooDiDo

ນອກຈາກນີ້, “ຕອກ” ແມ່ນຊື່ເອີ້ນອາຫານຢ່າງນຶ່ງທີ່ເຮັດຈາກເຂົ້າວ່າ ເຂົ້າຕອກ ຫຼື ເຂົ້າຕອກແຕກ ຊຶ່ງ ເຮັດດ້ວຍການເອົາເຂົ້າເປືອກນໍາໄປຂົ້ວດ້ວຍໄຟຮ້ອນເຮັດໃຫ້ເຂົ້າແຕກພອງອອກແລ້ວເອົານໍ້າອ້ອຍນໍ້າຕານ ໃສ່ເພື່ອກິນໃຫ້ມີລົດຊາດແຊບຂຶ້ນ ເປັນທີ່ນິຍົມກັນຫຼາຍໃນສະໄໝກ່ອນ ຊຶ່ງສາມາດພົບເຫັນຄົນຂາຍຕາມ ງານບຸນຕ່າງໆ ເພາະບໍ່ມີເຂົ້າໜົມ ແລະ ອາຫານກິນຫຼີ້ນຫຼາກຫຼາຍດັ່ງທຸກວັນນີ້.

“ຕອກ” ຍັງແມ່ນການ ຕີໃຫ້ເຂົ້າໄປ ຫຼື ຕໍາໃຫ້ແໜ້ນເຂົ້າ ເຊັ່ນ: ຕອກໄມ້, ຕອກເຫຼັກຕະປູ, ຕອກໝື້ບັ້ງໄຟ, ຕອກປະຕູ.ຕອກຫຼີ້ມ ເສົາເຮືອນ ເປັນຕົ້ນ. ນອກຈາກນັ້ນ, “ຕອກ” ເວລາໄປສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງໄປ ເຊັ່ນ: ຕອກໜ້າ ແມ່ນການເວົ້າໃຫ້ແບບບໍ່ສົນໜ້າ ຫຼື ເວົ້າຫັກໜ້າ, ຕອກຢໍ້າ ແມ່ນການເວົ້າຄຶນ ຫຼື ເວົ້າໃຫ້ເບີ່ງ ໃຫ້ເຮັດລະອຽດ, ຕອກສາວ ແມ່ນການໄດ້ເສຍທາງເພດສໍາພັນກັບຜູ້ສາວ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕອກ”.

“ຕອກ” (1. ຄໍານາມ) ແຜ່ນໄມ້ປ່ອງ ຫຼື ເຄືອທີ່ຈັກບາງໆ ໃຊ້ສໍາລັບມັດ ຫຼື ສານ. ເຂົ້າເປືອກທີ່ຂົ້ວໃຫ້ ແຕກ ເອີ້ນເຂົ້າຕອກ ຫຼື ຕອກແຕກ. (2. ຄໍາກິລິຍາ) ຕີໃຫ້ເຂົ້າໄປ, ຕີເຂົ້າ, ຕໍາໃຫ້ແໜ້ນເຂົ້າ ດັ່ງ ຕອກ ບັ້ງໄຟ.

 

ຕົວຢ່າງ:

  • ຕອກມັດກ້າ ເຮັດດ້ວຍໄມ້ເຮ້ຍຕັດສັ້ນປະມານ 40 ຊັ່ງຕີແມັດ ແລ້ວນໍາໄປຈັກບາງໆ ຊຶ່ງປ້ອງນຶ່ງ ຫຼື ທ່ອນນຶ່ງສາມາດເຮັດຕອກໄດ້ຫຼາຍເສັ້ນ.
  • ຕອກຫວາຍນໍາໄປສານເຮັດຊຸດເຟີນີເຈີ ປະກອບມີ ໂຕະໜ່ວຍນຶ່ງ ແລະ ຕັ່ງຫຼາຍໜ່ວຍ ແລ້ວລົງ ສີຄັດມັນ ສາມາດກຸ້ມໄດ້ຫຼາຍສີບປີ.
  • ເຂົ້າຕອກອົບເນີຍກີ່ນຫອມ ຢອດນໍ້າອ້ອຍໃສ່ນໍາແຮງເພີ່ມຄວາມຫວານ ຊຶ່ງເດັກນ້ອຍມັກກິນ.
  • ເວລາເອົາຄ້ອນຕີຕອກເຫຼັກຕະປູໃສ່ແປ້ນໃຫ້ເບີ່ງດີໆ ແລະ ລະມັດລະວັງ ເພາະຖ້າຕີຖືກຫົວນິ້ມ ມືເຮັດໃຫ້ເຈັບເປັນເດືອນ.

ສະຫຼຸບ.

ຄໍາວ່າ “ຕອກ” ແມ່ນຜະລິດຕະພັນຢ່າງນຶ່ງທີ່ເຮັດຈາກແຜ່ນໄມ້ປ່ອງປະເພດຕ່າງໆ ແລະ ເຄືອ ເປັນຕົ້ນ ເຄືອຫວາຍ ທີ່ໃຊ້ກັນມາແຕ່ບູຮານ ໂດຍເອົາມາຈັກບາງໆ ເພື່ອໃຊ້ມັດສີ່ງຂອງ ດັ່ງ ມັດກ້າ, ມັດເຂົ້າຕົ້ມ, ມັດຜັກ, ມັດສິ່ງຂອງ ຫຼື ນໍາໄປສານ ດັ່ງ ສານບຸງ, ສານສາດ, ສານກະຢັ່ງ, ສານຕັ່ງ ເປັນຕົ້ນ. ນອກນີ້, “ຕອກ” ແມ່ນຊື່ອາຫານເອີ້ນວ່າ ເຂົ້າຕອກ ຫຼື ເຂົ້າຕອກແຕກ  ເຮັດດ້ວຍເຂົ້າເປືອກນໍາໄປຂົ້ວດ້ວຍໄຟ ຮ້ອນແລ້ວພອງອອກ. “ຕອກ” ຍັງໝາຍເຖິງການຕີສິ່ງໃດນຶ່ງໃຫ້ເຂົ້າໄປ ຫຼື ຕໍາໃຫ້ແໜ້ນເຂົ້າ ເຊັ່ນ: ຕອກ ໄມ້, ຕອກເຫຼັກຕະປູ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo