ຄໍາວ່າ “ໄໝ” ແລະ “ໃໝ” ມີຄວາມໝາຍຄືກັນ ແລະ ຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ໄໝ” ແລະ “ໃໝ”

ຄໍາວ່າ “ໄໝ” ແລະ “ໃໝ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄຳວ່າ “ໄໝ” ໝາຍເຖິງເສັ້ນໃຍທີ່ເກີດຈາກໂຕມ້ອນເຮັດເປັນຝັກ ແລະ ຄົນເຮົານໍາເອົາມາສາວເອົາໄໝ ເພື່ອມາ ທັກທໍໃຫ້ກາຍເປັນຜ້າແພໄໝ ແລ້ວນໍາໄປເຮັດສິ່ງຕ່າງໆຕາມຕ້ອງການ ດັ່ງ ເສື້ອໄໝ, ສິ້ນໄໝ, ແພປູ ໂຕະໄໝ, ຖົງໄໝ. ຜ່ານມາ, ມະນຸດເຮົາໄດ້ປູກມອນລ້ຽງມ້ອນ ເພື່ອເອົາໄໝມາໃຊ້ປະໂຫຍດໄດ້ຫຼາຍພັນປີ ໂດຍສະເພາະ ແມ່ນຢູ່ປະເທດຈີນ, ລາວ, ໄທ ເປັນຕົ້ນ ແລະ ການຜະລິດໄໝແມ່ນມີຂັ້ນຕອນການເຮັດຂ້ອນຂ້າງຍາກ ແລະ ໃຊ້ເວລາດົນເພາະຕ້ອງໄດ້ປູກມອນ, ລ້ຽງມ້ອນ (ລ້ຽງໄໝກໍວ່າ), ສາວໄໝ ອື່ນໆ.

ຄໍາວ່າ “ໃໝ” (ປັບໃໝກໍວ່າ) ແມ່ນການປັບ, ໃສ່ໂທດດ້ວຍການໃຫ້ເສຍເງິນ ຫຼື ບີບບັງຄັບໃຫ້ເສັຍຄ່າໃນການເຮັດ ຜິດຕໍ່ລະບຽບກົດໝາຍ ຫຼື ຮີດຄອງຢ່າງໃດນຶ່ງ ເຊັ່ນ: ໃໝຄ່າລ່ວງໄຟແດງ, ໃໝຄ່າຜິດສັນຍາເງິນກູ້, ໃໝຄ່າສິນ ສອດ, ໃໝຄ່າໃໝຄ່າປະພຶດໂຕບໍ່ດີຕໍ່ຮີດຂອງບ້ານ, ໃໝຄ່າລັກເຄື່ອງ, ໃໝຄ່າລ່ວງລະເມີດທາງເພດ ແລະ ອື່ນໆ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າໄໝ”.

“ໄໝ” (1. ຄໍານາມ) ໃຍຂອງມ້ອນມີລັກສະນະໝັ້ນໜຽວ ໃຊ້ເຮັດແຜ່ນແພ.

ຕົວຢ່າງ:

  • ສິ້ນແພໄໝມ້ອນທີ່ເຮັດລວດລາຍພິເສດ ເພື່ອງານດອງຂອງເຈົ້າສາວ ແມ່ນໄດ້ສັ່ງເຮັດພິເສດ ແລະ ມີລາຄາຫຼາຍສິບລ້ານ.
  • ໃນການຂຸດຄົ້ນແຫຼ່ງບູຮານຢູ່ປະເທດຈີນໄດ້ພົບວ່າ ໄໝມ້ອນໄດ້ຖືກນໍາມາໃຊ້ໃນການດໍາລົງຊີວິດຫຼາຍພັນ ປີ.

ຄວາມໝາຍຄຳວ່າໃໝ”.

“ໃໝ” (1. ຄໍາກິລິຍາ) ປັບເອົາ, ບັງຄັບໃຫ້ເສັຍດ້ວຍຄວາມຜິດຢ່າງໃດຢ່າງນຶ່ງ.

ຕົວຢ່າງ:

  • ຕໍາຫຼວດຈາລະຈອນໄດ້ປັບໄໝນັກຂັບຂີ່ທີ່ລະເມີດ ຫຼື ລ່ວງໄຟແດງ ຕາມລະບຽບການ.
  • ສານຕັດສິນໃຫ້ຈໍາຄຸກ, ຍືດຊັບ ແລະ ປັບໃໝ ຄົນຄ້າຢາມ້າ ລວມຫຼາຍປີ ແລະ ຫຼາຍລ້ານໂດລາ ສະຫະ ລັດ.

ສະຫຼຸບ.

ຄໍາວ່າ “ໄໝ” ແລະ “ໃໝ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງຕໍ່າກັບສຽງສູງ ແຕ່ມີຄວາມໝາຍແຕກຕ່າງກັນອອກ. ເພາະຄໍາວ່າ “ໄໝ” ແມ່ນເສັ້ນໃຍ ຫຼື ເສັ້ນຍາວໆ ທີ່ຄົນເຮົາເອົາມາຈາກການເຮັດຝັກຂອງໂຕມ້ອນ ເພື່ອມາຜ່ານຂັ້ນຕອນການສາວໄໝລວມກັນເປັນເສັ້ນໃຫ້ແໜ້ນນໍາມາຕໍ່າເປັນແຜ່ນແພ ເພື່ອເຮັດສົ້ງ, ສິ້ນ, ເສື້ອ ແລະ ຜະລິດຕະພັນແຜ່ນແພ. ສ່ວນຄໍາວ່າ “ໃໝ” ຫຼື ປັບໃໝ ແມ່ນການໃສ່ໂທດທາງແພ່ງຈາກຄວາມຜິດ ດ້ວຍການໃຫ້ເສຍເງິນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo