ຄໍາວ່າ “ກະດ້າງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກະດ້າງ” ມີຄວາມໝາຍແນວໃດ?

ຄໍາວ່າ “ກະດ້າງ” ແມ່ນຊື່ເຫັດ ເອີ້ນ ເຫັດກະດ້າງ ເປັນເຫັດຂອນ (ຂອນໄມ້) ຊຶ່ງເກີດນໍາຂອນໄມ້ທີ່ຕາຍແລ້ວ ແລະ ມັກເຫັນໄດ້ທົ່ວໄປຕາມປ່າດົງ. ເຫັດດັ່ງກ່າວເວລາຍັງບໍ່ແຫ້ງກະດ້າງ ເອີ້ນ ເຫັດບົດ ຄົນມັກນໍາມາກິນ ແຕ່ມີຫຼາຍປະເທດທີ່ນໍາໄປ ສະກັດເປັນຢາ, ນໍາໄປບົດ, ດອງເຫຼົ້າ ກິນກະມີ ເປັນຕົ້ນ ຄົນຈີນ, ຫວຽດນາມ. “ກະດ້າງ” ຍັງໝາຍເຖິງຄວາມແຂງ ຫຼື ແຂງກະດ້າງ (ບໍ່ອ່ອນ ກໍ່ວ່າ) ຂອງແນວໃດແນວນຶ່ງ ລວມທັງວັດຖຸສິ່ງຂອງ ເຊັ່ນ: ເຫຼັກຫຼອມດ້ວຍຄວາມຮ້ອນພໍປະໄວ້ເຮັດໃຫ້ກະດ້າງ, ນໍ້າກະດ້າງ ເປັນຕົ້ນ. ຄໍາວ່າ “ກະດ້າງ” ກົງກັນຂ້າມກັບ ຄໍາວ່າ “ອ່ອນ, ອ່ອນໂຍນ, ອ່ອນຫວານ, ນຸ້ມ, ນຸ້ມນວນ”.

ນອກຈາກນີ້, “ກະດ້າງ” ຍັງໝາຍເຖິງຄົນເຮົາຜູ້ທີ່ປາກບໍ່ໄດ້ ຫຼື ທີ່ເວົ້າບໍ່ເປັນ ເພາະລີ້ນກະດ້າງ ຫຼື ບາງ ເທື່ອກະຍ້ອນຕົກໃຈແຮງຈົນລີ້ນກະດ້າງ ຍ່າງບໍ່ເປັນ. “ກະດ້າງ” ຍັງໝາຍເຖິງຄົນທີ່ນິດໃສບໍ່ດີ ບໍ່ຟັງຄວາມ ຜູ້ອື່ນສັ່ງສອນ ເປັນຕົ້ນ ພໍ່, ແມ່, ຄູບາອາຈານ ຫຼື ບຸກຄົນທີ່ວ່າວຸໂສກວ່າ ລວມທັງການຈັດຕັ້ງ ຫຼື ບ່ອນ ສັງກັດໃນການເຮັດວຽກງານໃຫ້ຄໍາເຫັນ ເຮົາເອີ້ນຄົນເຫຼົ່ານີ້ວ່າ ຄົນແຂງກະດ້າງ ຫຼື ຫົວແຂງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກະດ້າງ”.

“ກະດ້າງ” (1. ຄໍານາມ) ຊື່ເຫັດຊະນິດໜຶ່ງ ເກີດຕາມຂອນໄມ້ທີ່ແຫ້ງ ເອີ້ນ ເຫັດກະດ້າງ ຢ່າງວ່າ “ເຫັດກະດ້າງຈັບຂ້າງຂອນຈິກ”. (2. ຄໍາກິລິຍາວິເສດ) ແຂງ, ບໍ່ອ່ອນ, ຄົນທີ່ເວົ້າບໍ່ໄດ້ ເອີ້ນ ລີ້ນກະດ້າງຢ່າງ ວ່າ “ເປັນຫຍັງນ້ອງຈອມພະນາງມາບໍ່ປາກ ຫຼື ແມ່ນ້ອງປ້ອນຊີ້ນແຂ້ ຄາງກະແຕເຈົ້າບໍ່ລັ່ນ ແມ່ນ້ອງປ້ອນ ຊີ້ນຊ້າງ ຄາງກະດ້າງປາກບໍ່ເປັນຊັ້ນບໍ”. ຄົນທີ່ບໍ່ຟັງຄໍາສັ່ງສອນຂອງພໍ່ແມ່ ຄູອາຈານ ເອີ້ນ ຄົນກະດ້າງ ຫຼື ຄົນແຂງກະດ້າງ ກໍວ່າ.

ຕົວຢ່າງ:

  • ຟ້າຝົນຕົກສອງອາທິດກ່ອນ, ວານນີ້ເລີຍໄປຫາເຫັດບົດມາແກງ ໄດ້ຫຼາຍເຕີບ ແຕ່ກໍເຫັນເຫັດກະດ້າງຈໍານວນຫຼາຍ ເປັນຕາເສຍດາຍໄປເກັບຊ້າໄປສອງສາມມື້.
  • ທ້າວ ໂຈກ ເປັນຄົນກະດ້າງກະເດື່ອງບໍ່ຟັງຄວາມພໍ່ແມ່ ແລະ ຄູບາອາຈານ ເລີຍກາຍເປັນ ອັນຕະພານປະຈໍາບ້ານ ເລາະຕີແຕ່ກັນ.

ສະຫຼຸບ.

ຄໍາວ່າ “ກະດ້າງ” ແມ່ນຊື່ເຫັດກະດ້າງ ເກີດຕາມຂອນໄມ້ທີ່ຕາຍຢູ່ຕາມປ່າຕາມດົງ, ເວລາຍັງບໍ່ທັນແຫ້ງກະດ້າງເອີ້ນ ເຫັດບົດ ສາມາດນໍາມາກິນໄດ້. ນອກນັ້ນຍັງມີຄົນຈີນຄົນຫວຽດມັກນໍາໄປເຮັດເປັນຢາ ດ້ວຍຮູບແບບຕ່າງໆ. “ກະດ້າງ” ແມ່ນຄວາມແຂງວັດຖຸ ຫຼື ສິ່ງຂອງໃດນຶ່ງ, ກົງກັນຂ້າມກັບ ຄໍາວ່າ “ອ່ອນ, ອ່ອນໂຍນ, ອ່ອນຫວານ, ນຸ້ມ, ນຸ້ມນວນ”. ນອກຈາກນີ້, “ກະດ້າງ” ແມ່ນລີ້ນກະດ້າງປາກບໍ່ໄດ້. ອີກຄວາມໝາຍນຶ່ງ “ກະດ້າງ” ແມ່ນຄົນນິດໃສແຂງກະດ້າງ ບໍ່ມັກຟັງໃຜ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo