ຄໍາວ່າ “ຕາຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕາຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕາຍ” ໝາຍເຖິງການບໍ່ມີຊີວິດຢູ່ຂອງຄົນ (ເສຍຊີວິດ ກໍວ່າ), ສັດ ຫຼື ພຶດຕ່າງໆ ຊຶ່ງສາເຫດການຕາຍແມ່ນຫຼາກຫຼາຍຢ່າງແຕກຕ່າງກັນອອກໄປ. ສໍາລັບຄົນ ແລະ ສັດສ່ວນໃຫຍ່ ຖ້າ “ຕາຍ” ແມ່ນບໍ່ຫັນໃຈ ຫຼື ຫາຍໃຈ ແລະ ບໍ່ສາມາດເຄື່ອນໄຫວໄປມາດ້ວຍຕົນເອງໄດ້ ໝາຍຄວາມວ່າບໍ່ມີການກິນການຖ່າຍເທອີກຕໍ່ໄປ.

ສ່ວນຕົ້ນໄມ້ “ຕາຍ” ແມ່ນແຕກຕ່າງຈາກຄົນ ແລະ ສັດ ເພາະມັນບໍ່ສາມາດດູດນໍ້າ ແລະ ສັງເຄາະແສງໄດ້. ແຕ່ຖ້າໂລກ ຫຼື ດາວຕາຍ ໝາຍເຖິງມີການປ່ຽນແປງຢ່າງໃຫຍ່ຫຼວງຂອງລະບົບດາວນັ້ນໆ ເຮັດໃຫ້ຜິດປົກກະຕິ ຮ້າຍແຮງອາດຍ່ອຍສະຫຼາຍດ້ວຍຫຼຸມດໍາກໍເປັນໄດ້. ຄໍາວ່າ “ຕາຍ” ກົງກັນຂ້າມກັບ ຄໍາວ່າ “ເກີດ, ເກີດຂຶ້ນ, ເກີດໃໝ່”

ນອກຈາກນີ້, “ຕາຍ” ຍັງໃຊ້ເອີ້ນຫຼາຍຢ່າງອີກດ້ວຍ ດັ່ງ ຕາຍໃຈ ແມ່ນເຊື່ອຢ່າງບໍ່ສົງໃສ ຫຼື ວາງໃຈເຊື່ອ. ຕາຍຊາກ ແມ່ນຕາຍຖີ້ມຮ່າງໃຫ້ແຫ້ງຢູ່ ໂດຍບໍ່ຖືກຂ້າ ຫຼື ສັບຟັນ ດັ່ງ ໄມ້ຕາຍຢືນ ເປັນຕົ້ນ. ຕາຍໂຕ ແມ່ນຢູ່ທີ່ເດີມ ຫຼື ບໍ່ຂຶ້ນບໍ່ລົງ. ຕາຍຝອຍ ແມ່ນແຫ້ງຕາຍ ເພາະຝົນແລ້ງ (ໃຊ້ເວົ້າກັບຕົ້ນເຂົ້າ). ຕາຍພາບ ແມ່ນຮວງເຂົ້າທີ່ອອກແລ້ວຕາຍມີສີຂາວ ແຕ່ຕົ້ນບໍ່ຕາຍ. ຕາຍຫູງ ຫຼື ຕາຍໂຫງ ແມ່ນຕາຍຜິດທໍາມະດາ ໂດຍປະຈຸບັນທັນດ່ວນ ເປັນຕົ້ນ ຕາຍຕົກນໍ້າ ເປັນຕົ້ນ. ຕາຍຮ່າ ແມ່ນຕາຍຍ້ອນພະຍາດລົງທ້ອງ ຫຼື ຜີຮ່າກິນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕາຍ”.

“ຕາຍ” (1. ຄໍາກິລິຍາ) ບໍ່ເປັນຢູ່ຕໍ່ໄປ, ເໝິດຈິດ, ບໍ່ມີຊີວິດ, ບໍ່ເໜັງ (ມືຕາຍ) ໃຊ້ວຽກບໍ່ໄດ້, ບໍ່ເດີນ (ນາລິກາຕາຍ), ເປັນໄປຕາມເກົ່າ, ຢູ່ເກົ່າ. ເປັນຄໍາປະກອບໜ້າປະໂຫຍກ ຫຼື ທ້າຍປະໂຫຍກ ໝາຍຄວາມວ່າ ເຕັມທີຍີ່ງ ດັ່ງ ຮ້ອນເກືອບຕາຍ, ຕາຍລະເທື່ອນີ້ ເປັນຕົ້ນ.

ຕົວຢ່າງ:

  • ໃນແຕ່ລະມື້ຢູ່ໂຮງໝໍທົ່ວໄປເທດ ມີຄົນຕາຍ ຫຼື ເສຍຊີວິດ ຍ້ອນອຸບັດຕິເຫດລົດຕໍາກັນເປັນຈໍານວນຫຼາຍ.
  • ໂລກມີການປ່ຽນແປງ ແລະ ມີອຸນຫະພູມສູງຂຶ້ນ ຊຶ່ງສາມາດເຮັດໃຫ້ສັດນໍ້າຫຼາຍຊະນິດຕາຍ ແລະ ສູນພັນໄດ້.
  • ຕົ້ນໄມ້ໃຫຍ່ຢືນຕາຍຊາກແຄມທາງ ແລະ ມີເຈົ້າໜ້າທີ່ມາຕັດລົງ ເພື່ອບໍ່ໃຫ້ເປັນອັນຕະລາຍຕໍ່ຄົນສັນຈອນໄປມາ.

ສະຫຼຸບ.

ຄໍາວ່າ “ຕາຍ” ສໍາລັບຂອງຄົນ (ເສຍຊີວິດ ກໍ່ວ່າ) ແລະ ສັດ ແມ່ນບໍ່ມີຊີວິດຢູ່ ຊຶ່ງເປັນການເໝີດຈິດວິນຍານ, ບໍ່ຫັນໃຈ (ບໍ່ຫາຍໃຈ ກໍວ່າ) ຫຼື ບໍ່ສາມາດກິນ ແລະ ຖ່າຍໄດ້ ຫຼື ເຄື່ອນໄຫວໄປມາໄດ້ດ້ວຍຕົນເອງ. ຖ້າເປັນພຶດຕ່າງໆການຕາຍແມ່ນການບໍ່ສາມາດວິວັດທະນາການ ຫຼື ບໍ່ສາມາດດູດນໍ້າ, ສັງເຄາະແສງຕໍ່ໄປໄດ້. ຄໍາວ່າ “ຕາຍ” ກົງກັນຂ້າມກັບ ຄໍາວ່າ “ເກີດ, ເກີດຂຶ້ນ, ເກີດໃໝ່”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo