ຄໍາວ່າ “ຂອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຂອງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຂອງ” ໝາຍເຖິງແມ່ນໍ້າຂອງ ຫຼື ນໍ້າຂອງ (ນໍ້າໂຂງ ກໍວ່າ), ສ່ວນຢູ່ພາກໃຕ້ຂອງຈີນ ເອີ້ນ ແມ່ນໍ້າ “ລ້ານຊ້າງ” ຕາມຊື່ຂອງອານາຈັກລ້ານຊ້າງນັ້ນເອງ. ແມ່ນໍ້າຂອງໄຫຼຜ່ານປະເທດລາວແຕ່ເໜືອເຖິງໃຕ້ ບາງຈຸດກໍໄຫຼຜ່ານປະເທດລາວຢ່າງດຽວ, ບາງຈຸດກໍໄຫຼຜ່ານຊາຍແດນລາວ ແລະ ໄທ. ນໍ້າຂອງໄຫຼເຂົ້າເມືອງລອງ ແຂວງຫຼວງນໍ້າທາເປັນແຂວງທໍາອິດ (ຕິດກັບປະເທດມຽນມາ ແລະ ຈີນ), ຈາກນັ້ນ ໄຫຼລົງສູ່ແຂວງບໍ່ແກ້ວ, ໄຊຍະບູລີ, ອຸດົມໄຊ ແລະ ແຂວງຕ່າງໆ ຈົນຮອດເມືອງດອນໂຂງ ແຂວງ ຈໍາປາສັກ ແລ້ວໄຫຼສູ່ປະເທດກໍາປູເຈຍ.

ນອກຈາກນີ້, “ຂອງ” ຍັງໝາຍເຖິງເຄື່ອງ ຫຼື ເຄື່ອງຂອງ, ຊັບສິນ ຫຼື ວັດຖຸສິ່ງຂອງຕ່າງໆ ລວມທັງສິ່ງມີຄ່າ ແລະ ບໍ່ມີຄ່າ ເຊັ່ນ: ຂອງທີ່ຊື້ໄວ້, ຂອງລວມ, ຂອງສ່ວນຕົວ, ຂອງມີຄ່າ, ຂອງບໍ່ມີຄ່າ, ຂອງເກົ່າ, ຂອງໃໝ່, ຂອງໜັກ, ຂອງເບົາ ເປັນຕົ້ນ. “ຂອງ” ຍັງໃຊ້ເປັນຄໍາເຊື່ອມ ຫຼື ຄໍາຕໍ່ຄໍານາມອີກດ້ວຍ ເຊັ່ນ: ເຮືອນຂອງຂ້ອຍ, ສາຍຄໍຄໍາຂອງຂ້ອຍ, ໂທລະສັບມືຖືຂອງຂ້ອຍ ເປັນຕົ້ນ. “ຂອງ” ຍັງໃຊ້ຮ່ວມກັບຄໍາອື່ນ ແລະ ໃຫ້ຄວາມໝາຍຕ່າງອອກໄປອີກ ດັ່ງ ຂອງຄາວ, ຂອງຕ້ອນ ຂອງຝາກ, ຂອງຂວັນ, ຂອງລັບ, ຂອງຫວານ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຂອງ”.

“ຂອງ” (1. ຄໍານາມ) ຊື່ແມ່ນໍ້າສໍາຄັນທີ່ໄຫຼຜ່ານປະເທດລາວ ຕັ້ງແຕ່ເໜືອຈົນເຖິງໃຕ້ ບາງບອນໄຫຼຜ່ານປະເທດລາວ ແລະ ພາກອີສານປະເທດໄທ ເອີ້ນ ແມ່ນໍ້າຂອງ (ແມ່ໂຂງ ກໍວ່າ). ຊັບສິນ, ສິ່ງຕ່າງໆ. ວັດ ຖຸ. (2. ຄໍາເຊື່ອມ) ເປັນຄໍາຕໍ່ລະຫວ່າງນາມກັບນາມ ດັ່ງ ຄໍາວ່າ ໝວກຂອງຂ້ອຍ ເປັນຕົ້ນ. ຂອງຄາວ ແມ່ນອາຫານຄາວທີ່ກິນເຂົ້າກັບເຂົ້າ. ຂອງຕ້ອນແມ່ນ ແມ່ນຂອງທີ່ໃຫ້ກັນລ້າ ຫຼື ແມ່ນຂອງທີ່ຝາກໄປມາ ໃຫ້ກັນລ້າໆ ຫຼື ເອີ້ນ ຂອງຝາກ. ຂອງລັບ ແມ່ນອະໄວຍະວະສ່ວນທີ່ໃຫ້ກໍາເນີດຂອງຍິງ ແລະ ຊາຍ ຫຼື ຂອງທີ່ປົກປິດໄວ້. ຂອງຫວານ ແມ່ນອາຫານຫວານຕ່າງໆ.

ຕົວຢ່າງ:

  • ແມ່ນໍ້າຂອງເປັນແມ່ນໍ້າສໍາຄັນສາຍນຶ່ງ ມີຄວາມຍາວເປັນອັນດັບ 10 ຂອງໂລກ ແລະ ມີຜົນຕໍ່ຊີວິດການເປັນຢູ່ຂອງຄົນຕາມລຸ່ມແມ່ນໍ້າດັ່ງກ່າວ.
  • ໂທລະສັບມືຖືຂອງຂ້ອຍ ງາມກວ່າໂທລະສັບມືຖືຂອງເຈົ້າ ອີກທັງຍັງລາຄາຖືກກວ່າ ແລະ ມີລູກຫຼີ້ນຫຼາຍ ແລະ ທັນສະໄໝກວ່າອີກ.

ສະຫຼຸບ.

ຄໍາວ່າ “ຂອງ” ແມ່ນຊື່ “ແມ່ນໍ້າຂອງ” ຫຼື “ນໍ້າຂອງ” (ນໍ້າໂຂງ ກໍວ່າ), ສ່ວນຢູ່ພາກໃຕ້ຂອງຈີນເຂດ 12 ພັນນາ ເອີ້ນ ແມ່ນໍ້າ “ລ້ານຊ້າງ” ໄຫຼຜ່ານປະເທດລາວແຕ່ເໜືອເຖິງໃຕ້ ເປັນແມ່ນໍ້າສໍາຄັນໃນການຫຼໍ່ລ້ຽງປະຊາຊົນທີ່ອາໃສຢູ່ລຽບສອງຝັ່ງແມ່ນໍ້າດັ່ງກ່າວ ເປັນແມ່ນໍ້າໃຫຍ ແລະ ຍາວອັນດັບ 10 ຂອງໂລກ. ນອກຈາກນີ້, “ຂອງ” ໝາຍເຖິງເຄື່ອງ ຫຼື ເຄື່ອງຂອງ ທີ່ເປັນວັດຖຸ, ຊັບສິນ ຕ່າງໆ. “ຂອງ” ຍັງແມ່ນຄໍາເຊື່ອມ ຫຼື ຄໍາຕໍ່ຄໍານາມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo