ຄໍາວ່າ “ກະຈາຍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກະຈາຍ” ມີຄວາມໝາຍແນວໃດ?

ຄໍາວ່າ “ກະຈາຍ” ແມ່ນຊື່ຫວ້ານຢ່າງນຶ່ງ ທີ່ຢູ່ໃນຂົງເຂດປະເທດລາວ, ປະເທດກໍາປູເຈຍ, ປະເທດຫວຽດ ນາມ ແລະ ປະເທດໄທ ຊຶ່ງເປັນຫວ້ານມີພິດຮຸ່ນແຮງພໍສົມຄວນ ຄົນສະໄໝກ່ອນນິຍົມເອົາມາເຮັດໃສສັດ ຕູຄູ່ອາຄາດ ຫຼື ຄົນທີ່ບາດໝາງກັນ ເອີ້ນ ໃສ່ຫວ້ານ, ສ່ວນຄົນທີ່ຖືກໃສ່ ເອີ້ນ ຖືກຫວ້ານ. “ກະຈາຍ” ຍັງ ແມ່ນຊື່ໄມ້ຟຸ່ມອີກຢ່າງນຶ່ງ ເປັນໄມ້ມີໜາມ ຊຶ່ງໃນສະໄໝກ່ອນຄົນນິຍົມເອົາໃບມັນມາເຮັດສີ ເປັນສີດໍາ ເພື່ອໃຊ້ເຮັດຫຼາຍຢ່າງ ດັ່ງກັບຄາມ ຫຼື ຕົ້ນຄາມ.

ນອກຈາກນີ້, “ກະຈາຍ” ຍັງໝາຍເຖິງຊະອອກ ຫຼື ແຈກອອກໄປຂອງຄົນ, ສັດ ພຶດ ຫຼື ສິ່ງຂອງຕ່າງໆ ອາດຍ້ອນຖືກແຮງຍູ້, ການຍ້າຍຖີ່ນຖານ ແລະ ອື່ນໆ ເຊັ່ນ: ຂີ້ຝຸ່ນກະຈາຍປົກຄຸມຕາມທາງ, ໝອກຄວັນ ກະຈາຍທົ່ວບ້ານທົ່ວເມືອງ, ຄົນລາວກະຈາຍກັນໄປຢູ່ຫຼາຍຖີ່ນຖານຍ້ອນໄປຫາຢູ່ຫາກິນ ແລະ ໜີສົງຄາມ ຈໍານວນນຶ່ງ, ພືດເຂດຮ້ອນຈໍານວນນຶ່ງແຜ່ພັນດ້ວຍການກະຈາຍແກ່ນຜ່ານສາຍລົມພັດພາໄປ ເປັນຕົ້ນ. ຄໍາວ່າ “ກະຈາຍ” ກົງກັນຂ້າມກັບ ຄໍາວ່າ “ຕຸ້ມເຂົ້າ, ໂຮມກັນ ເປັນຕົ້ນ”.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກະຈາຍ”.

“ກະຈາຍ” (1. ຄໍານາມ) ຊື່ຫວ້ານແນວໜຶ່ງ ເອີ້ນ ຫວ້ານກະຈາຍ ມີພິດຮ້າຍແຮງ. ໄມ້ຟຸ່ມແນວນຶ່ງ ລໍາ ແລະ ກ້ານມີໜາມ ໝາກມີລັກສະນະກົມ ໃບເປັນແຫຼບໃຊ້ເຮັດສີດໍາ. (2. ຄໍາກິລິຍາ) ຢາຍອອກ, ຫວ່ານຊະອອກ, ແຈກອອກ.

ຕົວຢ່າງ:

  • ມື້ວານນີ້ ໄດ້ຂ່າວວ່າໝໍຫວ້ານໄດ້ໄປປົວຄົນຖືກຫວ້ານກະຈາຍຢູ່ເມືອງກະລືມ ທີ່ຖືກໝູ່ເຮັດທຸລະກິດນໍາກັນໃສ່ຫວ້ານ.
  • ໃນປີ 2019 ພະຍາດໂຄວິດ-19 ຊຶ່ງເປັນໂລກລະບາດຮ້າຍແຮງ ໄດ້ກະຈາຍລາມໄປທົ່ວໂລກຢ່າງໄວວາ.

ສະຫຼຸບ.

ຄໍາວ່າ “ກະຈາຍ” ແມ່ນຊື່ພຶດຢ່າງນຶ່ງ ຊຶ່ງເປັນຫວ້ານ ແລະ ມີພິດຮ້າຍແຮງສົມຄວນ. “ກະຈາຍ” ແມ່ນຊື່ໄມ້ກະຈາຍ ຊຶ່ງເປັນໄມ້ເປັນຟຸ່ມ ເປັນໄມ້ມີໜາມ ສາມາດນໍາມາເຮັດສີໄດ້ເປັນສີດໍາ. ນອກຈາກນີ້, “ກະຈາຍ” ຍັງໝາຍເຖິງການຊະອອກໄປ, ກະແຈກກະຈາຍອອກອອກໄປ, ແຍກອອກໄປ ຂອງສິ່ງໃດສິ່ງນຶ່ງ. ຄໍາວ່າ “ກະຈາຍ” ກົງກັນຂ້າມກັບ ຄໍາວ່າ “ຕຸ້ມເຂົ້າ, ໂຮມກັນ”.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo