ຄໍາວ່າ “ໄພ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໄພ້” ມີຄວາມໝາຍແນວໃດ?

ຄໍາວ່າ “ໄພ້” ແມ່ນອປະກອນ ຫຼື ເຄື່ອງຫຼີ້ນການພະນັນຮູບແບບນຶ່ງ ຊຶ່ງເຮັດດ້ວຍແຜ່ນເຈ້ຍ ຫຼື ພາລາສະຕິກບາງໆ, ເປັ່ນແຜ່ນອ່ອນ ແລະ ນ້ອຍ ເປັນຮູບສີ່ລ່ຽມ ແບ່ງອອກເປັນ 4 ນໍ້າ ດ້ວຍການແຕ້ມໝາຍເປັນສັນຍາລັກ ຄື: ໝາກຫົວໃຈສີແດງ (ເອີ້ນໝາກເກີ), ໝາກຫົວໃຈສີດໍາ (ເອີ້ນໝາກພິດ), ໝາກຮູບ ດອກຈັນສີແດງ (ເອີ້ນໝາກໂລ) ແລະ ຮູບໃບຜັກແວ່ນສີດໍາ (ເອີ້ນໝາກຈວນ).

ໄພ້ມີທັງໝົດ 52 ໃບ ໂດຍມີເກີ 13 ໃບ, ພິດ 13 ໃບ, ໂລ 13 ໃບ ແລະ ຈວນ 13 ໃບ. ໄພ້ມີໝາກສອງ, ໝາກສາມ, ໝາກສີ່, ໝາກຫ້າ, ໝາກຫົກ, ໝາກເຈັດ, ໝາກແປດ, ໝາກເກົ້າ, ໝາກສີບ, ໝາກຢີ ເປັນຮູບຊາຍ ໜຸ່ມ ແລະ ມີໜັງສືໂຕ “J”, ໝາກກຸຍ ຫຼື ໝາກດໍາ ເປັນຮູບຜູ້ຍິງ ມີໂຕໜັງສື “Q”, ໝາກກາ ຫຼື ໝາກ ເຖົ້າເປັນຮູບຊາຍແກ່ ມີໂຕໜັງສື “K”. ສໍາລັບເກມ ຫຼື ກະຕິກາໃນການຫຼີ້ນໄພ້ແມ່ນມີຫຼາຍຮູບແບບ ແຕກຕ່າງກັນອອກໄປຂຶ້ນກັບການຕັ້ງຫຼັກການ ເຊັ່ນ: ໄພ້ປ໋ອກເດັ້ງ, ໄພ້ສາມໂຕ, ໄພ້ສີ, ໄພ້ຫວຽດ ແລະ ອື່ນໆ.

SA Game
DooDiDo

ນອກຈາກນີ້, “ໄພ້” ຍັງໃຊ້ເອີ້ນຜູ້ຍິງຄອບຄົວອື່ນທີ່ແຕ່ງງານເຂົ້າມາຢູ່ຄອບຄົວເຮົາ ຫຼື ຍາດພີ່ນ້ອງຂອງຕົນ ເພື່ອໃຫ້ຈໍາແນກໄດ້ວ່າແມ່ນໃຜ ເປັນຜູ້ທີ່ຢູ່ໃນຖານະໃດ ເຊັ່ນ: ລູກໄພ້ ແມ່ນເມຍ ຫຼື ພັນລະຍາຂອງລູກຊາຍ, ເອື້ອຍໄພ້ແມ່ນເມຍຂອງອ້າຍ, ນ້ອງໄພ້ແມ່ນເມຍຂອງນ້ອງຊາຍ, ອາໄພ້ແມ່ນຂອງອາວທີ່ (ນ້ອງຂອງພໍ່), ໜ້າໄພ້ແມ່ນເມຍຂອງໜ້າບ່າວ (ນ້ອງຂອງແມ່), ຫຼານໄພ້ແມ່ນເມຍຂອງຫຼານຊາຍ ເປັນຕົ້ນ. ໃນບາງຄອບຄົວມີລູກໄພ້ຫຼາຍຄົນ ຈິ່ງມັກເອີ້ນ ໄພ້ກົກ, ໄພ້ກາງ, ໄພ້ຫຼ້າ ຫຼື ໄພ້ແລ້ວຕາມດ້ວຍຊື່ຂອງລູກຜູ້ ກ່ຽວ ຕົວຢ່າງ ລູກຊື່ສີ ກະເອີ້ນ ໄພ້ສີ, ລູກຊື່ສາ ເອີ້ນໄພ້ສາ ເພື່ອຄວາມສະດວກ ແລະ ບໍ່ສັບສົນ. ອີກຄວາມໝາຍນຶ່ງ “ໄພ້” ຍັງໝາຍເຖິງການເອົາມືເຊື່ອງຄືນຫຼັງ ຫຼື ຄັດຫຼັງ ຊຶ່ງເຮົາເອີ້ນກັນວ່າ ໄພ້ຫຼັງ ອີກ ດ້ວຍ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໄພ້”.

“ໄພ້” (1. ຄໍານາມ) ແຜ່ນເຈ້ຍບາງໆ ແລະ ນ້ອຍ ມີແຕ້ມໝາຍເປັນເຄື່ອງຫຼີ້ນການພະນັນ ມີຫຼາຍຢ່າງ. ເມຍຂອງລູກຊາຍ ເອີ້ນລູກໄພ້. ເອົາມືເຊື່ອງຄືນຫຼັງ, ລັກເຊື່ອງໃຫ້. ໄພ້ຫຼັງ. (2. ຄໍາກິລິຍາ) ເອົາມືເຊື່ອງ ໄວ້ທາງຫຼັງ.

ຕົວຢ່າງ:

  • ການຫຼີ້ນໄພ ເປັນການພະນັນທີ່ຜິດກົດໝາຍຢ່າງນຶ່ງ ແຕ່ກໍມີກໍລະນີຍົກເວັ້ນ ເຊັ່ນ: ບ່ອນຄາດຊີໂນ ຊຶ່ງໄດ້ຮັບອະນຸຍາດຕາມກົດໝາຍ, ເຮືອນກໍາ, ເຮືອນດີ ເປັນຕົ້ນ.
  • ທ້າວ ສີ ຫຼີ້ນໄພ້ປ໋ອກເດັ້ງ ຢູ່ເຮືອນກໍາ ຫຼື ແອນ້ອຍເກີດໃໝ່ ໄດ້ເງິນຫຼາຍແສນ ດັ່ງນັ້ນລາວຈິ່ງ ລ້ຽງກາເຟໝູ່.
  • ພໍ່ ແລະ ແມ່ ຮູ້ສຶກດີໃຈຫຼາຍເມື່ອໄດ້ແຕ່ງງານໃຫ້ລູກຊາຍຫຼ້າ ແລະ ອີກບໍ່ດົນກໍຊິເອົາໄພ້ຫຼ້າຂຶ້ນ ເຮືອນມາຢູ່ນໍາ.
  • ຫ້າມທຸກຄົນເອົາມືໄພ້ຫຼັງ ໃຫ້ແບມືອອກມາທາງໜ້າກ່ອນ ເພື່ອກວດກາວ່າບໍ່ໄດ້ຈັບເຈ້ຍກ່າຍໄວ້ ກ່ອນຈະເຂົ້າຫ້ອງສອບເສັງ.

ສະຫຼຸບ.

ຄໍາວ່າ “ໄພ້” ແມ່ນເຄື່ອງຫຼີ້ນການພະນັນ ເຮັດດ້ວຍແຜ່ນເຈ້ຍ ຫຼື ພາລາສະຕິກບາງໆ ແລະ ນ້ອຍ ເປັນຮູບສີ່ລ່ຽມ ແຕ້ມໝາຍດ້ວຍສັນຍາລັກແບ່ງອອກເປັນ 4 ຢ່າງ ຄື: ໝາກຫົວໃຈສີແດງ, ໝາກຫົວໃຈສີດໍາ, ໝາກຮູບດອກຈັນສີແດງ ແລະ ຮູບໃບຜັກແວ່ນສີດໍາ. ໄພ້ມີໝາກສອງ ຫາ ໝາກເກົ້າ ແລະ ອື່ນໆອີກ ຈໍານວນນຶ່ງ. ສ່ວນກະຕິກາການຫຼີ້ນໄພ້ແມ່ນມີຫຼາຍຮູບແບບຂຶ້ນກັບການຫຼີ້ນ. “ໄພ້” ຍັງໝາຍເຖິງຜູ້ຍິງທີ່ ຢູ່ຄອບຄົວອື່ນ ແລະ ໄດ້ແຕ່ງດອງກັບຄົນໃນເຮືອນເຮົາ ຫຼື ຍາດຕິພີ່ນ້ອງ ດັ່ງ ລູກໄພ້, ອາໄພ້, ໜ້າໄພ້ ເປັນຕົ້ນ. “ໄພ້” ຍັງໝາຍເຖິງການເອົາມືເຊື່ອງຄືນຫຼັງ ຫຼື ເອີ້ນ ໄພ້ຫຼັງ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo