ຄໍາວ່າ “ຊຸ້ມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊຸ້ມ” ມີຄວາມໝາຍແນວໃດ?

ຄໍາວ່າ “ຊຸ້ມ” ໝາຍເຖິງບ່ອນພັກພາອາໃສ ຫຼື ຢູ່ຊົ່ວຄາວຂອງຄົນຕິດກັບດິນ ຫຼື ເວົ້າອີກຢ່າງນຶ່ງວ່າແມ່ນ ຕູບນ້ອຍຊົ່ວຄາວ, ຊຶ່ງສ່ວນໃຫຍ່ແມ່ນເຮັດດ້ວຍງ່າໄມ້ຢອງເທິງດິນ ແລະ ເອົາໃບໄມ້ ຫຼື ຕອງກ້ວຍມາ ແອ້ມ ເພື່ອກັນແດດ, ກັນຝົນ ແລະ ໝອກ. ຊຸ້ມມັກເຮັດເພື່ອຢູ່ຕອນໄປເດີນປ່າລ່າເນື້ອ ແລະ ຫາກິນຫາ ຢາກຕາມແຄມນໍ້າ ຫຼື ໄປທ່ອງທ່ຽວຕາມປ່າຕາມເຂົາ. ແຕ່ປະຈຸບັນນິຍົມໃຊ້ເຕັ້ນກາງແທນເພາະສະດວກ ແລະ ປອດໄພກວ່າ.

ນອກຈາກນີ້, “ຊຸ້ມ” ຍັງໝາຍເຖິງບ່ອນລີ້ຊ່ອນ, ລົບຫຼີກຜູ້ຄົນບໍ່ໃຫ້ພົບ ຫຼື ບໍ່ໃຫ້ຮູ້ ດັ່ງ ເອົາຄວາຍໄປຊຸ້ມໄວ້ໃນປ່າ, ຊຸ້ມໂຈນ, ຊຸ້ມນັກເລງ ເປັນຕົ້ນ ຊຶ່ງເປັນບ່ອນເຊື່ອງ ແລະ ບັງຕາບໍ່ໃຫ້ເຈົ້າໜ້າທີ່ຕໍ່າຫຼວດ ຫຼື ທະຫານຮູ້ຈັກ. “ຊຸ້ມ” ຍັງແມ່ນການດັກຊຸ້ມ, ຊຸ່ມຊ້ອນ, ຊຸ້ມຢູ່ບ່ອນມິດ, ຊຸ້ມຢູ່ບ່ອນມືດ ເພື່ອກະທໍາການ ຢ່າງໃດນຶ່ງໂດຍບໍ່ໃຫ້ຝ່າຍກົງກັນຂ້າມຮູ້ຈັກ ເຊັ່ນ: ດັກຊຸ້ມສັດຕູ, ດັກຊຸ້ມໂຈນ, ດັກຊຸ້ມໝູປ່າ, ດັກຊຸ້ມນົກ, ດັກຊຸ້ມກວາງ, ຊຸ້ມແກ້ງໝູ່ດ້ວຍການຮ້ອງແຮງໃສ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຊຸ້ມ”.

“ຊຸ້ມ” (1. ຄໍານາມ) ທີ່ຢູ່ຊົ່ວຄາວເຮັດໄວ້ກັບດິນ ສ່ວນຫຼາຍເຮັດດ້ວຍງ່າໄມ້ ແລະ ໃບໄມ້. (2. ຄໍາກິລິຍາ) ເຊື່ອງ, ລີ້ ເອົາໄວ້ໃນບ່ອນບັງຕາ ຫຼື ບ່ອນຮົກ.

ຕົວຢ່າງ:

  • ນາຍພານຕັ້ງຊຸ້ມຢູ່ແຄມປຸ່ງ ເພື່ອດັກຊຸ້ມສັດປ່າທີ່ລົງມາກິນປຸ່ງ ດ້ວຍການເອົາງ່າໄມ້ ແລະ ໃບໄມ້ ມາເຮັດໃຫ້ເຂົ້າກັບທໍາມະຊາດທີ່ສຸດ.
  • ຕໍາຫຼວດໃຊ້ເວລາຫຼາຍປີ ເພື່ອສືບຫາຄະດີຂ້າກັນ ແລະ ໃນທີ່ສຸດກໍສືບຮູ້ຊຸ້ມມືປືນ ທີ່ທາງການຕາມ ຫາ.
  • ທະຫານໄດ້ທໍາການດັກຊຸ້ມ ເພື່ຊຸ້ມຕີຝ່າຍສັດຕູ ຊຶ່ງສາມາດດັບສູນ ແລະ ຈັບສະເລີຍເສີກ ພ້ອມ ດ້ວຍອາວຸດຈໍານວນຫຼາຍ.

ສະຫຼຸບ.

ຄໍາວ່າ “ຊຸ້ມ” ແມ່ນບ່ອນພັກພາອາໃສ ຫຼື ຕູບນ້ອຍທີ່ສ້າງຂຶ້ນຕິດດີນເພື່ອຢູ່ຊົ່ວຄາວຂອງຄົນ ເພື່ອວັດຖຸປະ ສົງ ເຊັ່ນ: ເດີນປ່າ, ທ່ອງທ່ຽວ, ໄປຫາຢູ່ຫາກິນ ສ້າງຂຶ້ນເພື່ອກັນແດດກັນຝົນ, ສ່ວນໃຫຍ່ເຮັດດ້ວຍງ່າໄມ້ ແລະ ເອົາໃບໄມ້ ຫຼື ໃບຕອງມາແອ້ມເປັນຝາ. ນອກຈາກນີ້, “ຊຸ້ມ” ຍັງແມ່ນສະຖານທີ່ ຫຼື ບ່ອນລີ້ຊ່ອນ ເພື່ອລົບໜີ ຫຼື ເຊື່ອງຜູ້ອື່ນບໍ່ໃຫ້ຮູ້ຈັກ. ອີກຄວາມໝາຍນຶ່ງ “ຊຸ້ມ” ແມ່ນການດັກຊຸ້ມ, ຊຸ້ມຢູ່ບ່ອນມືດ ເພື່ອບໍ່ ໃຫ້ຝ່າຍກົງກັນຂ້າມຮູ້ຈັກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo