ຄໍາວ່າ “ຍໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຍໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ຍໍ” ແມ່ນພະຍັນຊະນະລາວ ຊຶ່ງຢູ່ອັນດັບ ຫຼື ໂຕທີ່ 8 ຫຼັງໂຕ “ຊ” (ຊໍ)  ແລະ ກ່ອນໜ້າໂຕ “ດ” (ດໍ), ເປັນພະຍັນຊະນະໂຕນຶ່ງຈັດຢູ່ພວກອັກສອນຕໍ່າ ແລະ ໃຊ້ເປັນພະຍັນຊະນະຕົ້ນພະຍາງລວມທັງເປັນ ນຶ່ງໃນຕົວສະກົດ. “ຍໍ” ຍັງແມ່ນຊື່ຂອງຕົ້ນໄມ້ ຊຶ່ງມີ 2 ແນວ ຄື: ແນວທີ 1 ເອີ້ນຕົ້ນຍໍບ້ານ ຫຼື ຕົ້ນໝາກ ຍໍ ໜ່ວຍ ແລະ ໃບສາມາດກິນໄດ້ ມີຊັບພະຄຸນທາງການຢາຫຼາຍຢ່າງ ນິຍົມກັນປູກທົ່ວໄປຕາມຮົ້ວຕາມ ສວນ. ສ່ວນແນວທີ 2 ແມ່ນຕົ້ນຍໍປ່າ ຊຶ່ງເກີດຢູ່ປ່າ ມີໃບນ້ອຍ ແລະ ໝາກ ຫຼື ໜ່ວຍນ້ອຍກໍນ້ອຍ ມີ ແກ່ນຕົ້ນສີເຫຼືອງອ່ອນ.

ນອກຈາກນີ້, “ຍໍ” ຍັງໝາຍເຖິງການຍົກຂຶ້ນໃຫ້ສູງກວ່າເກົ່າ ຫຼື ເປັນການຊູໄວ້ ເຊັ່ນ: ຍໍມື, ຍໍໃສ່ເກົ້າ, ຍໍ ສິ່ງຂອງ, ຍໍເຄື່ອງ, ຍໍພາເຂົ້າ, ຍໍໂຕະ, ຍໍຕັ່ງ, ຍໍໝໍ້ແກງ, ຍໍເຕົາໄຟ, ຍໍປື້ມ, ຍໍຕຸກນໍ້າ ເປັນຕົ້ນ. “ຍໍ” ຍັງ ໝາຍເຖິງການຍົກຍ້ອງ, ສໍລະເສີນ ຫຼື ເອີ້ນອີກຢ່າງນຶ່ງການຍ້ອງຍໍ ຊຶ່ງເປັນການໃຫ້ກຽດ, ເຄົາລົບ ຫຼື ຍົກສູງຜູ້ອື່ນ ຫຼື ເຮັດໃຫ້ຜູ້ອື່ນຍອມຮັບໃນຜົນງານ ແລະ ຄວາມດີ ຊຶ່ງສະແດງອອກຫຼາຍຮູບການ ດັ່ງ ການໃຫ້ໃບຍ້ອງຍໍ, ການຍົກຜົນງານໃຫ້ຜູ້ອື່ນເຫັນ, ການຍົກຄວາມດີໃຫ້ຄົນອື່ນຮູ້ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຍໍ”.

“ຍໍ” (1. ຄໍານາມ) ແມ່ນພະຍັນຊະນະໂຕທີ່ 8 ເປັນພວກອັກສອນຕໍ່າ ໃຊ້ເປັນພະຍັນຊະນະຕົ້ນພະຍາງ ແລະ ຕົວສະກົດໄດ້. ຕົ້ນໄມ້ຈໍາພວກນຶ່ງ ມີ 2 ແນວ ຄື: 1). ຍໍບ້ານໜ່ວຍ ແລະ ໃບໃຫຍ່ ສາມາດກິນ ໄດ້. 2). ຍໍປ່າໜ່ວຍນ້ອຍໃບນ້ອຍ ແກ່ນຕົ້ນສີເຫຼືອງອ່ອນ. (2. ຄໍາກິລິຍາ) ຍົກມືຂຶ້ນໃຫ້ພົ້ນ, ຊູໄວ້, ທໍາ ໃຫ້ສູງຂຶ້ນ. ສໍລະເສີນ (ຍ້ອງຍໍ).

ຕົວຢ່າງ:

  • ໃນການສອນພາຍັນຊະນະໃຫ້ເດັກນ້ອຍຂອງສາວຄູ ໂຕ “ຍ” ແມ່ນນິຍົມກັນວ່າ ຍໍ ຍຸງ ເປັນ ສ່ວນໃຫຍ່ ບໍ່ແມ່ນ ຍໍ ຍະ.
  • ຜູ້ຍິງລາວ ນິຍົມກິນຕໍາໝາກຍໍໃນເວລາເຂົາເຈົ້າປະຈໍາເດືອນມາ (ເປັນປະຈໍາ) ເພາະເຮັດໃຫ້ ເລືອດລົມດີ.
  • ການຍໍມືນົບຄົນອື່ນແມ່ນການໃຫ້ກຽດ ເຖິງວ່າຈະຖານະຕ່າງກັນກໍຕາມ ແລະ ເຮັດໃຫ້ຄົນທີ່ຖືກຜູ້ ອື່ນນົບຮູ້ສຶກດີ.
  • ສາວສີໄດ້ຮັບການຍ້ອງຍໍຈາກກົມກອງຂອງລາວ ຊຶ່ງໄດ້ຮັບໃບຍ້ອງຍໍຂັ້ນລັດຖະມົນຕີ ຖືໄດ້ວ່າ ເປັນກຽດອັນສູງຂອງລາວ.

ສະຫຼຸບ.

ຄໍາວ່າ “ຍໍ” ແມ່ນພະຍັນຊະນະລາວ ໂຕນຶ່ງ ຢູ່ລໍາດັບທີ່ 8 ກ່ອນໜ້າໂຕ “ດ” (ດໍ) ແລະ ຫຼັງໂຕ “ຊ” (ຊໍ). “ຍໍ” ຍັງແມ່ນຊື່ຂອງຕົ້ນໄມ້ ມີ 2 ແນວ ຄື: ຕົ້ນຍໍບ້ານ ແລະ ຕົ້ນຍໍປ່າ. ນອກຈາກນັ້ນ, “ຍໍ” ຍັງແມ່ນການຍົກໃຫ້ສູງກວ່າເກົ່າ ຫຼື ຊູໄວ້. ອີກຄວາມໝາຍນຶ່ງ “ຍໍ” ແມ່ນການຍົກຍ້ອງສໍລະເສີນ ຫຼື ຍ້ອງຍໍ ນັ້ນເອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo