ຄໍາວ່າ “ຕ້ອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕ້ອງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕ້ອງ” ແມ່ນຊື່ຕົ້ນໝາກຕ້ອງ ຊຶ່ງເປັນຕົ້ນໄມ້ໃຫ້ໝາກແນວນຶ່ງໜ່ວຍມົນ ເວລາໜ່ວຍແກ່ ແລະ ສຸກແລ້ວ ຈະມີລົດສົ້ມຫວານ (ບາງແນວກະຫວານ) ເປັນທີ່ນິຍົມກັນນໍາມາເຮັດກິນ, ຊຸມແຊວສົ້ມນໍາກັນ ເຊັ່ນ ດອງໝາກຕ້ອງ, ຕໍາໝາກ ຕ້ອງ, ໝາກຕ້ອງ ຈໍ້າແຈ່ວເຜັດປົ່ນ. ກົກໝາກຕ້ອງເປັນຕົ້ນໄມ້ເຂດຮ້ອນ ມີອາຍຸ ໄດ້ຫຼາຍສີບປີ ແລະ ສ່ວນໃຫຍ່ເກີນຮ້ອຍປີອີກ, ມີລໍາຕົ້ນໃຫຍ່ ແລະ ຕົ້ນສູງ ສາມາດພົບເຫັນໄດ້ ທົ່ວໄປຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ດັ່ງ ລາວ, ໄທ, ກໍາປູເຈຍ ເປັນຕົ້ນ.

ນອກຈາກນີ້, “ຕ້ອງ” ຍັງໝາຍເຖິງການຊູນ, ການຈັບ, ການບາຍ, ຕໍາກັນ ຫຼື ດາດກັນແບບເບົາໆ (ບໍ່ ແມ່ນອຸບັດເຫດລົດຕໍາກັນ) ດັ່ງ ຕ້ອງສ້ຽນໜາມ, ຫ້າມແຕະຕ້ອງ, ວັດຖຸອັນຕະລາຍຫ້າມຕ້ອງ, ລົມພັດ ຕ້ອງ, ຕ້ອງລົມ ເປັນຕົ້ນ. “ຕ້ອງ” ຍັງແມ່ນປະຕິກິລິຍາບອກລັກສະນະຂອງກິລິຍາ ຫຼື ບັງຄັບໃຫ້ເຮັດ ເຊັ່ນ: ຕ້ອງເຮັດ, ຕ້ອງທໍາ, ຕ້ອງເບີ່ງ, ຕ້ອງຟັງ, ຕ້ອງໄປ, ຕ້ອງເຊົາ, ຕ້ອງກິນ ເປັນຕົ້ນ. ຕ້ອງເວລາ ໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍເປັນຢ່າງອື່ນ ດັ່ງ ຕ້ອງການ ແມ່ນຢາກໄດ້, ຕ້ອງຕາແມ່ນສະດຸດຕາ, ຖືກຕາ ຫຼື ເໝາະແກ່ຕາ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕ້ອງ”.

“ຕ້ອງ” (1. ຄໍານາມ). ຊື່ຕົ້ນໄມ້ມີຜົນແນວນຶ່ງໜ່ວຍມົນສຸກແລ້ວມີລົດສົ້ມຫວານ ເອີ້ນໝາກຕ້ອງ. (2. ຄໍາກິລິຍາ) ຊູນ, ຕໍາ, ທໍາໃຫ້ເໜັງ, ຖືກ. ເປັນປະຕິກິລິຍານຸເຄາະ ບອກລັກສະນະຂອງກິລິຍາອື່ນ ໃຫ້ຮູ້ຄັກ ຫຼື ບັງຄັບ ດັ່ງ ຕ້ອງໄປ, ຕ້ອງກິນ ເປັນຕົ້ນ.

ຕົວຢ່າງ:

  • ຕໍາໝາກຕ້ອງໃສ່ປູດອງ ແລະ ກຸ້ງຝອຍແຫ້ງ ແຊບຫຼາຍ ເວລາກີ່ນຕໍາດັ່ງກ່າວໄປເຂົ້າດັງໃຜ ເຖິງ ບໍ່ໄດ້ກິນກະນໍ້າລາຍໄຫຼ.
  • ວັດສະດຸທີ່ຕັ້ງໄວ້ນັ້ນ ຫ້າມຕ້ອງເດັດຂາດ! ເພາະມັນມີສານກໍາມັນຕະພາບລັງສີປົນເປື້ອນ, ຖ້າສໍາ ພັດ ຫຼື ຕ້ອງແມ່ນອາດເຖິງແກ່ຊີວິດໄດ້.
  • ມື້ນີ້ຫົວໜ້າສັ່ງວຽກໃຫ້ສະຫຼຸບບັນຊີປະຈໍາເດືອນ ຕ້ອງໃຫ້ແລ້ວກ່ອນວັນທີສຸດທ້າຍຂອງເດືອນ ຫຼື ກ່່ອນສິ້ນເດືອນ.

ສະຫຼຸບ.

ຄໍາວ່າ “ຕ້ອງ” ແມ່ນຊື່ຕົ້ນໄມ້ແນວນຶ່ງ ເອີ້ນຕົ້ນໝາກຕ້ອງ ຫຼື ກົກໝາກຕ້ອງ ເປັນຕົ້ນໄມ້ກິນໝາກຢ່າງນຶ່ງ ໝາກແກ່ ແລະ ສຸກ ມີລົດຊາດສົ້ມຫວານ (ບາງແນວກະຫວານ). “ຕ້ອງ” ຍັງໝາຍເຖິງການຊູນ ຫຼື ດາດ ກັນແບບເບົາໆ. “ຕ້ອງ” ຍັງແມ່ນປະຕິກິລິຍາບອກລັກສະນະຂອງກິລິຍາ ຊຶ່ງບັງຄັບໃຫ້ເຮັດຢ່າງໃດຢ່າງນຶ່ງ ຄ້າຍໆການອອກຄໍາສັ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo