ຄໍາວ່າ “ສຸມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສຸມ” ມີຄວາມໝາຍແນວໃດ?

ຄໍາວ່າ “ສຸມ” ໝາຍເຖິງການເອົາມາກອງ ຫຼື ຈຸ້ມກັນໄວ້ ໃຫ້ເປັນໝວດໝູ່ ຊຶ່ງເປັນການຕັ້ງໂຮມກັນໄວ້ ຫຼື ໂຮມກັນ ດັ່ງ ສຸມໄມ້, ສຸມຟືນ, ສຸມກ້າ, ສຸມຄ້ອນໃສ່, ສຸມປາຍຫອກ, ສຸມປາຍປືນໃສ່, ສຸມຍິງ. “ສຸມ” ຍັງໝາຍເຖິງການເອົາໃຈໃສ່ເຮັດສະເພາະ ຫຼື ຕັ້ງໃຈເຮັດ ບໍ່ວ່າທາງດ້ານຮ່າງກາຍ ແລະ ມັນສະໝອງ ເຊັ່ນ: ສຸມກໍາລັງແຮງ, ສຸມເງິນສຸມຄໍາ, ສຸມໃສ່ພັດທະນາປະເທດ ແຕ່ຖ້າສຸມຫົວກັນ ແມ່ນການສົມຄົບຄິດ ແລະ  ສຸມຫົວກັນນິນທາ ແມ່ນພາກັນນິນທາຄົນ.

ນອກຈາກນີ້, “ສຸມ” ຍັງໝາຍເຖິງການດັງໄຟ, ຕິດໄຟ ຫຼື ຈຸດໄຟ ດ້ວຍໄມ້, ຖ່ານ, ແກບ, ຂີ້ເລື່ອຍ ຫຼື ດ້ວຍວັດສະດຸ ທີ່ເປັນເຊື້ອເພີງຢ່າງອື່ນ ເຊັ່ນ: ເອົາໄມ້ແປກສຸມໄຟຕິດໄວ, ສຸມໄຟດ້ວຍເຈ້ຍ, ສຸມໄຟດ້ວຍ ໄມ້ແຂ (ໄມ້ປ່ອງທີ່ເອົາມາຜ່າເປັນອັນນ້ອຍໆ). ພ້ອມນັ້ນ, “ສຸມ” ຍັງໝາຍເຖິງການເຮັດໃຫ້ໄຟທີ່ດັງຢູ່ແລ້ວນັ້ນແຮງຂຶ້ນ ຫຼື ເປັນກອງໄຟໃຫຍ່ຂຶ້ນ ດັ່ງ ສຸມໄຟໃຫ້ລຸກຖ້ວມຫົວ, ສຸມໄຟໃສ່ໝໍ້ແກງ. “ສຸມ” ເວລາປະ ສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງໄປ ເປັນຕົ້ນ ສຸມຢູ່ໃນອົກ ຫຼື ສຸມຢູ່ໃນໃຈ ແມ່ນຄວາມອຶດອັດໃນໃຈ, ສຸມສີ່ສຸມຫ້າ ແມ່ນບໍ່ເບີ່ງໃຫ້ລະອຽດ, ສຸມທຸມ ແມ່ນພຸ່ມໄມ້ ຫຼື ກໍໄມ້.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສຸມ”.

“ສຸມ” (1. ຄໍານາມ) ກອງ, ໝວດ, ໝູ່, ຈຸ້ມ (ສຸມກ້າ, ສຸມຟືນ). (2. ຄໍາກິລິຍາ) ຕັ້ງໂຮມກັນໄວ້, ໂຮມ ກັນ (ເອົາກ້າສຸມໄວ້, ຄ້ອນສຸມ ໃສ່). ຈຸດເຜົາ (ສຸມໄຟ, ເອົາໄຟມາສຸມ).

ຕົວຢ່າງ:

  • ພາຍຫຼັງທີ່ຫຼົກກ້າແລ້ວ ພໍ່ເຖົ້າບອກລູກເຂີຍໃຫ້ເອົາກ້າໄປສຸມໄວ້ຈຸດດຽວກັນ ເພື່ອໃຫ້ສະດວກໃນເວ ລານໍາໄປປູກ.
  • ນາຍທະຫານໄດ້ສັ່ງໃຫ້ສຸມທຸກກໍາລັງເຂົ້າໃນການເຮັດເສີກ ຊຶ່ງມີພາກພື້ນດິນ, ອາກາດ ແລະ ທາງນໍ້າ.
  • ແມ່ໃຊ້ລູກສຸມໄຟໃຫ້ ເພາະແມ່ຍັງຄາເກັບຜັກ ແລະ ຈະຄົວຊີ້ນ ເພື່ອເຮັດອາຫານແລງກິນ.
  • ໃນການສະຫຼອງປີໃໝ່ສາກົນຕອນກາງຄືນໃນງານກິນລ້ຽງໄດ້ພາກັນສຸມໄຟກອງໃຫຍ່ດ້ວຍໄມ້ທ່ອນ ຈໍານວນຫຼາຍ ເພື່ອໃຫ້ແສງສະຫວ່າງແລ້ວພາກັນເຕັ້ນອ້ອມ.

ສະຫຼຸບ.

ຄໍາວ່າ “ສຸມ” ແມ່ນການໄມ້, ຟືນ, ກ້າຕົ້ນເຂົ້າ ຫຼື ສິ່ງອື່ນໆເອົາມາກອງ ຫຼື ຈຸ້ມກັນໄວ້ ໃຫ້ເປັນໝວດໝູ່, ແມ່ນການລະດົມໃຫ້ຍິງອາວຸດ ຍຸດໂທປະກອນໄປທີ່ຈຸດດຽວກັນ. “ສຸມ” ຍັງແມ່ນການລະດົມທາງດ້ານ ຮ່າງກາຍ, ຄວາມຄິດມັນສະໝອງໃສ່ວຽກ ຫຼື ພາລະກິດໃດນຶ່ງ ດ້ວຍຄວາມຕັ້ງໃຈເຮັດ. “ສຸມ” ຍັງແມ່ນການດັງໄຟ ຫຼື ຈຸດໄຟ. ພ້ອມນັ້ນ “ສຸມ” ຍັງໝາຍເຖິງການເຮັດໃຫ້ໄຟທີ່ເຮົາດັງແຮງຂຶ້ນກວ່າເກົ່າ ຫຼື ມີປະກາຍໄຟແຮງຂຶ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo