ຄໍາວ່າ “ແຍ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຍ້” ມີຄວາມໝາຍແນວໃດ?

ຄໍາວ່າ “ແຍ້” ແມ່ນຊື່ຂອງສັດແນວນຶ່ງ ມີສີ່ຕີນຫາງຍາວ, ໂຕຄ້າຍຄືກະປອມ ແຕ່ສອງຂ້າງມີແຂບແດງ ໂດຍທົ່ວໄປເວລາໃຫຍ່ເຕັມທີມີລໍາໂຕຍາວປະມານ 11. 5 ຊັ່ງຕີແມັດ ແລະ ຫາງຍາວປະມານ 23.8 ຊັ່ງຕີແມັດ, ມີແຜງໜາມຢູ່ສັນຫຼັງ ຊ່ອງຫູໃຫຍ່. “ແຍ້” ພົບທົ່ວໄປຢູ່ໃນພູມມີພາກອິນໂຕຈີນ ຊຶ່ງຄົນລາວ, ຄົນໄທເຂດອີສານ, ຄົນກໍາປູເຈຍ ມັກນໍາແຍ້ມາເປັນອາຫານ ດັ່ງ ກ້ອຍແຍ້, ລາບແຍ້, ປີ້ງແຍ້ ເປັນຕົ້ນ.

ນອກຈາກນີ້, “ແຍ້” ຍັງແມ່ນຊື່ຂອງຫວາຍແນວນຶ່ງ ເອີ້ນ ຫວາຍແຫຍ້ ເປັນໄມ້ເຄືອ ມັກເກີດໃນບ່ອນນໍ້າ ຖ້ວມເຖິງ ຄົນມັກນໍາຍອດແຍ້ ຫຼື ໜໍ່ແຍ້ມາເຮັດກິນເປັນອາຫານ ດ້ວຍການເຮັດແຈ່ວແຍ້, ອ່ອມແຍ້, ເອາະແຍ້, ຈີ່ແຍ້ ແລະ ອື່ນໆ. “ແຍ້” ຍັງໝາຍເຖິງຂອງຈິງຂອງແທ້ ບໍ່ແມ່ນຂອງປອມ. ພ້ອມນັ້ນ, “ແຍ້” ຍັງໝາຍເຖິງຊື່ເອີ້ນຂອງຄົນຊົນຊາດນຶ່ງ ໃນສະໄໝບູຮານເຂດພາກພື້ນອາຊີໃຕ້ ແລະ ຍັງໄດ້ປະກົດໃຫ້ ເຫັນຢູ່ໃນວັນນະຄະດີລາວ ເລື່ອງ ທ້າວຮຸ່ງທ້າວເຈືອງ ອີກດ້ວຍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແຍ້”.

“ແຍ້” (1. ຄໍານາມ) ສັດສີ່ຕີນແນວນຶ່ງ ຢູ່ຮູດິນ ຕົວຄ້າຍຄືກະປອມ ແຕ່ສອງຂ້າງມີແຂບແດງ ແລ່ນຫັນ. ໄມ້ເຄືອແນວນຶ່ງຈໍາພວກຫວາຍ ຮຽກ ຫວາຍແຫຍ້ ມັກເກີດໃນບ່ອນນໍ້າຖ້ວມເຖິງ ຍອດຫວາຍແຍ້ ໃຊ້ເປັນ ອາຫານໄດ້. ຂອງຈິງ, ຂອງແທ້, ເຊື້ອແນວ. ຊື່ຊົນຊາດບູຮານເຜົ່ານຶ່ງໃນພາກພື້ນອາຊີໃຕ້, ປະກົດຢູ່ໃນ ວັນນະຄະດີ ເລື່ອງ ທ້າວຮຸ່ງທ້າວເຈືອງ. ແຢ້ ກໍວ່າ.

ຕົວຢ່າງ:

  • ວານນີ້ໄປຂຸດໂຕແຍ້ໄດ້ມາສິບປາຍໂຕ, ຈາກນັ້ນມາຮອດເຮືອນພາກັນເຮັດລາບແຍ້ກິນ ແຊບບໍ່ໃຫ້ ເວົ້າ.
  • ອາຫານພື້ນບ້ານຂອງຄົນລາວ ນຶ່ງໃນນັ້ນມີອ່ອມຫວາຍແຍ້ໃສ່ຊີ້ນແຫ້ງ, ໃສ່ໝາກປີ, ຜັກຫອມ ຕ່າງໆກິນແຊບຫຼາຍ.

ສະຫຼຸບ.

ຄໍາວ່າ “ແຍ້” ແມ່ນໂຕແຍ້ ຊຶ່ງເປັນສັດແນວນຶ່ງມີສີ່ຕີນຫາງຍາວ ຄ້າຍຄືກະປອມ ເວລາໃຫຍ່ເຕັມທີລໍາໂຕ ຍາວປະມານ 11. 5 ຊັ່ງຕີແມັດ ແລະ ຫາງຍາວປະມານ 23.8 ຊັ່ງຕີແມັດ. “ໂຕແຍ້” ສາມາດກິນໄດ້ ແລະ ນໍາມາເຮັດອາຫານໄດ້ຫຼາກຫຼາຍລາຍການ. ນອກຈາກນີ້, “ແຍ້” ຍັງແມ່ນຫວາຍແຫຍ້ ຊຶ່ງເປັນໄມ້ ເຄືອ ຄົນມັກນໍາໜໍ່ແຍ້ມາເຮັດກິນເປັນອາຫານດ້ວຍຫຼາຍຮູບແບບ ແລະ ນໍາລໍາແຍ້ທີ່ແກ່ມາຈັກສານເຮັດ ເປັນເຄື່ອງໃຊ້ສອຍຕ່າງໆ. “ແຍ້” ຍັງໝາຍເຖິງຂອງແທ້ບໍ່ແມ່ນຂອງປອມ ແລະ “ແຍ້” ຍັງແມ່ນ ຊື່ເອີ້ນ ຄົນຊົນຊາດນຶ່ງໃນສະໄໝບູຮານເຂດພາກພື້ນອາຊີໃຕ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo