ຄໍາວ່າ “ຍູງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍ ຄໍາວ່າ “ຍູງ” ມີຄວາມໝາຍແນວໃດໃນ​ພາ​ສາ​ລາວ?

ຄໍາວ່າ “ຍູງ” ຫຼື ໂຕຍຸງ ແມ່ນແມງແນວນຶ່ງ ຕົວນ້ອຍໆ ດູດກິນເລືອດຄົນ ແລະ ສັດເປັນອາຫານ. ຍູງມີຫຼາຍແນວ ເຊັ່ນ: ຍູງລາຍ, ຍູງປ່າ ແລະ ອື່ນໆ ຊຶ່ງສາມາດນໍາເຊື້ອໂລກມາສູ່ຄົນ ແລະ ສັດໄດ້ ອັນຕະ ລາຍເຖິງຕາຍ ເຊັ່ນ: ໄຂ້ເລືອດອອກ, ໄຂ້ມາເລເລຍ ຫຼື ໄຂ້ປ່າ, ໄຂ້ຂຶ້ນສະໝອງ. ຄໍາວ່າ “ຍູງ” ຍັງແມ່ນຊື່ໄມ້ແນວນຶ່ງ ເອີ້ນໄມ້ຍູງ ຫຼື ໄມ້ຂະຍູງ ເປັນໄມ້ຂະໜາດໃຫຍ່ ແລະ ເປັນໄມ້ທີ່ມີແກນສີແດງຊໍ້າ ຢູ່ລາວຖືໄດ້ວ່າເປັນໄມ້ປະເພດທີ 1 ແລະ ມີລາຄາແພງຫຼາຍ.

ນອກຈາກນີ້, “ຍູງ” ຍັງໝາຍເຖິງນົກຍູງ ຊຶ່ງເປັນນົກແນວນຶ່ງ ມີໂຕໃຫຍ່ປະມານກັບໄກ່ຕີ, ມີຂົນສີງາມ ຕົວຜູ້ຂົນຫາງຍາວ, ຂົນຢູ່ຫົວເປັນຄືຫອນ, ຕົວຜູ້ເວລາມັນກ້ຽວ ພາລາສີຕົວແມ່, ມັນຈະພຶງຂົນທີ່ສວຍງາມ ຂອງມັນອອກມາ ເພື່ອອ້າງຕົວແມ່ເຫັນແລ້ວສວຍງາມ ປານແຕ້ມ ຄືນະວະນິຍາຍ ມັກພັນລະນາ. ນົກຍູງ ເປັນສັດປະຈໍາ ແລະ ເປັນສັນຍາລັກຂອງຊາວ ໄຕລື້ ຢູ່ 12 ພັນນາ (ຊຽງຮຸ່ງ) ປະຈຸບັນແມ່ນຢູ່ຕອນໃຕ້ຂອງປະເທດຈີນ.

ຄໍາວ່າ “ຍູງ”
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຍູງ”.

“ຍູງ” (1. ຄໍານາມ) ແມງແນວນຶ່ງ ຕົວນ້ອຍໆ ດູດກິນເລືອດເປັນອາຫານ. ຊື່ໄມ້ແນວນຶ່ງ ເປັນໄມ້ຂະໜາດໃຫຍ່ ແລະ ເປັນໄມ້ທີ່ມີແກນສີແດງຊໍ້າ. ນົກແນວນຶ່ງເປັນນົກຂະໜາດໃຫຍ່ ຂົນສີງາມ ຕົວຜູ້ຂົນຫາງຍາວ ຂົນທີ່ຫົວເປັນຫອນ.

ຕົວຢ່າງ:

  • ໃນແຕ່ລະປີຄົນເປັນໄຂ້ຍູງຈໍານວນຫຼວງຫຼາຍ ໂດຍສະເພາະແມ່ນນະຄອນຫຼວງວຽງຈັນມີຄົນເສຍຊີວິດຍ້ອນໄຂ້ເລືອດອອກຈໍານວນບໍ່ໜ້ອຍ.
  • ຊູມປີຜ່ານມາມີຄົນລັກລອບຕັດໄມ້ຂະຍູງ ເພື່ອຂາຍອອກຕ່າງປະເທດແບບເປັນຂະບວນການ ຈໍານວນຫຼວງຫຼາຍ ເຮັດໃຫ້ປະເທດເສຍຫາຍມະຫາສານ.
  • ສາວລື້ຢູ່ເມືອງຊຽງຮຸ່ງ ຟ້ອນນົກຍູງໃຫ້ນັກທ່ອງຊົມ ຊຶ່ງເປັນການຟ້ອນທີ່ສວຍງາມ ເພາະຮຽນແບບມາຈາກນົກຍູງທີ່ເປັນສັດສັນຍາລັກປະຈໍາຖີ່ນເຂົາເຈົ້ານັ້ນເອງ.

ສະຫຼຸບ.

“ຍູງ” ແມ່ນຊື່ຂອງ ໂຕຍຸງ ຊຶ່ງເປັນແມງແນວນຶ່ງຕົວນ້ອຍໆ ບິນໄດ້ ດູດກິນເລືອດຄົນ ແລະ ສັດເປັນອາຫານ. ຖ້າຖືກມັນກັດ (ຂົບ ກໍວ່າ) ອາດເປັນໄຂ້ເລືອດອອກ, ໄຂ້ມາເລເລຍ ໄດ້ ເພາະຍຸງເປັນພາຫະໃນການນໍາເຊື້ອໂລກດັ່ງກ່າວ. “ຍູງ” ແມ່ນຊື່ໄມ້ຍູງ ຫຼື ໄມ້ຂະຍູງ ເປັນໄມ້ມີຄ່າ ແລະ ມີຂະໜາດໃຫຍ່ ແກນສີແດງຊໍ້າ. “ຍູງ” ແມ່ນຊື່ ນົກຍູງ ຊຶ່ງເປັນນົກແນວນຶ່ງມີໂຕໃຫຍ່ ມີຂົນສີງາມ ຕົວຜູ້ຂົນຫາງຍາວ, ຂົນຢູ່ຫົວເປັນຄືຫອນ ແລະ ເວລາກ້ຽວພາລາສີຕົວແມ່ມັນຈະພຶງຂົນອອກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ