ຄໍາວ່າ “ຍັງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍ ຄໍາວ່າ “ຍັງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຍັງ” ໝາຍເຖິງຄວາມຄົງຢູ່ ຫຼື ມີຢູ່ (ມີ ກໍວ່າ) ຂອງສິ່ງໃດສິ່ງນຶ່ງ ດັ່ງ ຄົນ, ສັດ, ວັດຖຸສິ່ງຂອງ ຫຼື ຢ່າງອື່ນ ຊຶ່ງເຫັນຢູ່ບໍ່ທັນໝົດທັນສ້ຽງ ເຊັ່ນ: ນັກທ່ອງທ່ຽວຍັງມີຫຼາຍຄົນບໍ່ທັນມາຈາກການເຂົ້າຖໍ້າ, ງົວຍັງມີ 15 ໂຕ, ເຂົ້າຍັງເຕັມເລົ້າເຕັມເຊຍ, ເງິນຍັງຈໍານວນນຶ່ງ, ໝາກໄມ້ຍັງເຕັມສວນ, ນໍ້າມັນລົດຍັງມີນ້ອຍນຶ່ງ, ຍັງມີຊີວິດ ແລະ ອື່ນໆ.  ແລະຄຳວ່າຍັງ ກົງກັນຂ້າມກັບ ຄໍາວ່າ“ໝົດ, ສ້ຽງ”.

ນອກຈາກນີ້, ຄຳ​ວ່າຍັງ ຍັງໝາຍເຖິງບໍ່ທັນສໍາເລັດ ເຊັ່ນ: ເຮັດວຽກຍັງບໍ່ທັນແລ້ວ, ສ້າງເຮືອນຍັງບໍ່ທັນໃສ່ຫຼັງຄາ, ເສັງຍັງບໍ່ແລ້ວ ແລະ ອື່ນໆ. “ຍັງ” ໝາຍເຖິງບໍ່ຕະຫຼອດ, ເຫຼືອ ດັ່ງ ຍັງມີຕໍ່, ຍັງບໍ່ທັນໝົດ, ຍັງຄ້າງ. “ຍັງ” ຍັງໝາຍເຖິງບຸ, ສູ່, ເຖິງ ເຊັ່ນ: ຂີ່ລົດໄປຍັງຫຼວງພະບາງ, ສົ່ງບົດລາຍງານໄປຍັງຫົວໜ້າ, ຝາກເຄື່ອງຜ່ານບໍລິສັດຂົນສົ່ງໄປຍັງລູກທີ່ຮຽນຢູ່ຕ່າງແຂວງ ແລະ ອື່ນໆ.

ຄໍາວ່າ “ຍັງ”
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຍັງ”.

“ຍັງ” (1. ຄໍາກິລິຍາ) ຄົງຢູ່, ມີຢູ່, ມີ. (2. ຄໍາກິລິຍາວິເສດ) ບໍ່ທັນສໍາເລັດ, ບໍ່ຕະຫຼອດ, ເຫຼືອ, ບຸ, ສູ່, ເຖິງ ດັ່ງ ໄປຍັງບ້ານນາຍສີ, ແຈ້ງຄວາມມາຍັງທ້າວດໍາ ເປັນຕົ້ນ.

ຕົວຢ່າງ:

  • ທ້າວ ຈອຍ ບອກທ້າວຕຸ້ຍວ່າ “ຕົ້ມໄກ່ຍັງຈົ່ງໄວ້ໃຫ້ເຄີ່ງໜຶ່ງເດີ ຖ້າກິນບໍ່ໝົດໃຫ້ເອົາໃສ່ຕູ້ເຢັນໄວ້ ຢ້ານມັນບູດ”.
  • ພໍ່ເຫັນຕູ້ສາເກືອບ 40 ປີ ໄດ້ມາພົບເຫັນແລ້ວດີໃຈທີ່ເພີ່ນຍັງມີຊິວິດຢູ່ ແລະ ຍັງແຂງແຮງດີ.
  • ບໍລິສັດຮັບເໝົາໂຄງການເຮັດວຽກຍັງບໍ່ທັນແລ້ວ ປະຕິບັດໄດ້ 80% ພັດມາມີບັນຫາເລື່ອງການເງິນກ່ອນ.
  • ແມ່ທ້າວສີແພງ ຝາກອາຫານໄປຍັງລູກຊາຍ ທີ່ຮຽນຢູ່ມະຫາວິທະຍາໄລແຫ່ງຊາດ.

ສະຫຼຸບ.

ຄໍາວ່າ ຍັງ ແມ່ນສິ່ງທີ່ມີຢູ່, ຄົງຢູ່ ອາດຈະໜ້ອຍ ຫຼື ຫຼາຍ. ຄໍາວ່າຍັງ ກົງກັນຂ້າມກັບ ຄໍາວ່າ “ໝົດ, ສ້ຽງ”.

ນອກຈາກນີ້, “ຍັງ” ແມ່ນບໍ່ທັນສໍາເລັດ ຫຼື ເຮັດບໍ່ທັນແລ້ວໝົດ. “ຍັງ” ຍັງໝາຍເຖິງບໍ່ຕະຫຼອດ, ເຫຼືອ, ບຸ, ສູ່, ເຖິງ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ