ຄໍາວ່າ “ຫຍໍ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍ ຄໍາວ່າ “ຫຍໍ້” ມີຄວາມໝາຍແນວໃດ?

ຄໍາວ່າ “ຫຍໍ້” ໝາຍເຖິງການເຮັດໃຫ້ວັດຖຸສິ່ງຂອງ ຫຼື ແນວໃດແນວນຶ່ງທີ່ຍາວສັ້ນເຂົ້າກວ່າເກົ່າ ດ້ວຍຮູບແບບຕ່າງໆ ເຊັ່ນ: ການຫຍໍ້ເຫຼັກຍາວ 5 ແມັດໃຫ້ສັ້ນເຫຼືອ 2 ແມັດ, ຫຍໍ້ຫ້ອງໃຫ້ສັ້ນກວ່າການອອກແບບ, ຫຍໍ້ຮ່າງກາຍດ້ວຍການຂົດຫຼັງຂົດຂາເຂົ້າ. ແຕ່ຖ້າຫຍໍ້ທໍ້ ແມ່ນໝົດກໍາລັງໃຈ ຫຼື ໝົດແຮງຈະເຮັດຕໍ່ຕາມທີ່ຕັ້ງໃຈໄວ້. ຫຍໍ້  ກົງກັນຂ້າມກັບ ຍືດອອກ, ດືງໃຫ້ຍາວອອກ.

ນອກຈາກນີ້, ຫຍໍ້ ຍັງໝາຍເຖິງການສະຫຼຸບບົດຮຽນ, ບົດປະພັນ, ກະວີຕ່າງໆ ທີ່ມີຫຼາຍໆໜ້າຫຼາຍໆບົດ ສັ້ນເຂົ້າໃຫ້ເຫຼືອເນື້ອໃນໃຈຄວາມແທ້ໆໜ້ອຍດຽວ ເຊັ່ນ: ຫຍໍ້ບົດຮຽນ ເພື່ອກະກຽມເສັງ, ຫຍໍ້ບົດສະຫຼຸບປະຈໍາປີໃຫ້ຫົວໜ້າ, ຫຍໍ້ບົດເລກໃຫ້ເຫຼືອແຕ່ສູດສໍາຄັນ. ຫຍໍ້ ຍັງເປັນການອະທິບາຍສິ່ງທີ່ມີຫຼວງຫຼາຍໃຫ້ສັ້ນໆ ແລະ ໃຫ້ຄົນຟັງຄົນເບີ່ງເຂົ້າໃຈໂດຍງ່າຍ ເຊັ່ນ: ອະທິບາຍຫຍໍ້ໜ້າວຽກໃຫ້ປະທານບໍລິສັດຟັງ, ເວົ້າຫຍໍ້ໆໃຫ້ລູກຄ້າເຂົ້າໃຈ ເປັນຕົ້ນ. ຫຍໍ້ ຍັງແມ່ນການເຮັດເວລາໃຫ້ສັ້ນລົງຈາກການວາງແຜນໄວ້ ແລະ ອື່ນໆ.

ຄໍາວ່າ “ຫຍໍ້”
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຫຍໍ້”.

ຫຍໍ້  (1. ຄໍາກິລິຍາ) ເຮັດໃຫ້ສັ້ນເຂົ້າ. (2. ຄໍາກິລິຍາວິເສດ) ສັ້ນ, ແຄບ.

ຕົວຢ່າງ:

  • ອຸບັດຕິເຫດ ລົດບັນທຸກໜັກຕໍາກັບລົດເກງແຮງຫຼາຍ ເຮັດໃຫ້ລົດເກງຫຍໍ້ເຂົ້າ ແຕ່ເຄາະດີ ທີ່ຄົນຂັບ ແລະ ຄົນຂີ່ ບໍ່ເຈັບໜັກ.
  • ໃນການກະກຽມເສັງວິຊາປະຫວັດສາດ ນັກຮຽນຫຍໍ້ບົດຮຽນຈາກປື້ມທັງໝົດ 50 ໜ້າ ເຫຼືອພຽງ 7 ໜ້າ.
  • ຫົວໜ້າບໍລິສັດໄດ້ອັດສີດພະນັກງງານ ແລະ ກໍາມະກອນເຂົ້າ 2 ເທົ່າທີ່ເປັນຢູ່ ເພື່ອຫຍໍ້ເວລາໃນການກໍ່ສ້າງຈາກ 5 ປີ ເປັນ 3 ປີ.

ສະຫຼຸບ.

ຄໍາວ່າ ຫຍໍ້ ແມ່ນເຮັດໃຫ້ສິ່ງທີ່ຍາວສັ້ນເຂົ້າກວ່າເກົ່າ ເຊັ່ນ: ຫຍໍ້ວັດຖຸສິ່ງຂອງ, ຫຍໍ້ແຂນຂາ, ຫຍໍ້ເນື້ອໃນ, ຫຍໍ້ວຽກ, ຫຍໍ້ເວລາ ດ້ວຍຮູບແບບຕ່າງໆ ຕາມວັດຖຸປະສົງ.   ຫຍໍ້ ກົງກັນຂ້າມກັບ ຍືດອອກ, ດືງໃຫ້ຍາວອອກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ