ຄໍາວ່າ “ຄູ້” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game ຄູ້

DooDiDo

ອະທິບາຍ ຄໍາວ່າ “ຄູ້” ມີຄວາມໝາຍແນວໃດ?

ຄໍາວ່າ “ຄູ້” ໝາຍເຖິງໄມ້ຢ່າງໜຶ່ງ ຊື່ໄມ້ຄູ້ ເປັນໄມ້ທີ່ມີແກ່ນຫອມຫຼາຍ ເກືອບທຽບເທົ່າກັບແກ່ນໄມ້ຈັນ ແຕ່ປະຈຸບັນໄມ້ດັ່ງກ່າວແມ່ນຊອກຫາຍາກຫຼາຍ ແລະ ເກີດຂຶ້ນໃນເຂດອາກາດຮ້ອນຊຸ່ມເທົ່ານັ້ນ ເປັນຕົ້ນ ແມ່ນພາກກາງພາກໃຕ້ລາວ, ສ່ວນນຶ່ງຂອງປະເທດໄທ, ປະເທດກໍປູເຈຍ, ປະເທດຫວຽດນາມ, ປະເທດ ພະມ້າ ແຕ່ມີການເອີ້ນຊື່ແຕກຕ່າງກັນໄປ.

ນອກຈາກນີ້, ຄູ້ຍັງໝາຍເຖິງການຂົດເຂົ້າ ຫຼື ພັບເຂົ້າ ໂດຍສະເພາະແມ່ນຂາຂອງຄົນ ແລະ ສັດໃຫຍ່ ແຕ່ບໍ່ແມ່ນຫັກ ຫຼື ເຮັດໃຫ້ງໍ ຫຼື ລົ້ມລົງ. ໃນກໍລະນີສ່ວນໃຫຍ່ການຄູ້ລົງຂອງຄົນ ຫຼື ສັດແມ່ນມັກເກີດຈາກການ ຖືກບັງຄັບ, ເກີດຈາກການເມື່ອຍລ້າ ແລະ ບໍ່ສາມາດປະຄອງຕົນເອງ ແຕ່ບາງກໍລະນີກໍຄູ້ລົງ, ກົ້ມລົງ ເພື່ອໃຫ້ຄວາມເຄົາລົບ ເຊັ່ນ: ຊ້າງຖືກບັງຄັບໃຫ້ຄູ້ເຂົ່າໜ້າລົງ ເພື່ອໃຫ້ຄົນຂຶ້ນ, ສະເລີຍເສິກຖືກບັງຄັບໃຫ້ ຄູ້ເຂົ່າ ແລະ ກົ້ມຫົວໃຫ້ຜູ້ຊະນະເສີກ, ຄວາຍຄູ້ເຂົ່າລົງນອນ ເພາະຢາກພັກຜ່ອນ, ລູກຊາຍຄູ້ເຂົ່າຄໍານັບສົບພໍ່ທີ່ເສຍຊີວິດຍ້ອນມາບໍ່ທັນກ່ອນສິ້ນລົສຫາຍໃຈ ອື່ນໆ. ຄໍາວ່າຄູ້ ກົງກັນຂ້າມກັບ ຄໍາວ່າຢືນຂຶ້ນ, ລຸກຂຶ້ນ”.

SA Game ຄູ້
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ຄູ້”.

“ຄູ້” (1. ຄໍານາມ) ຊື່ພັນໄມ້ຫອມແນວໜຶ່ງ ແກ່ນຫອມ ເອີ້ນ ແກ່ນຄູ້ ຄູ່ກັບແກ່ນຈັນ ຢ່າງວ່າ “ສິບແໜງ ໄມ້ ຊາວແໜງໄມ້ ບໍ່ປານແໜງໄມ້ດູ່ ສິບແກ່ນຄູ້ ບໍ່ປານໄມ້ແກ່ນຈັນ”. (2. ຄໍາກິລິຍາ) ຂົດເຂົ້າ, ພັບເຂົ້າ, ພັນແຂນ ເອີ້ນ ຄູ້ແຂນ, ພັບຂາ ເອີ້ນ ຄູ້ຂາ.

ຕົວຢ່າງ:

  • ສຸພາສິດລາວ ເວົ້າວ່າ “ສິບແໜງ ໄມ້ ຊາວແໜງໄມ້ ບໍ່ປານແໜງໄມ້ດູ່ ສິບແກ່ນຄູ້ ບໍ່ປານໄມ້ແກ່ນຈັນ” ຊຶ່ງໝາຍເຖິງຊັບພະຄຸນຂອງມັນນັ້ນເອງ.
  • ຊ້າງຄູ້ເຂົ່າ ເພື່ອໃຫ້ກວານຊ້າງຂຶ້ນຂີ່ຄໍ ກ່ອນອອກເດີນທາງ ເພື່ອໄປແກ່ໄມ້ທ່ອນຢູ່ກາງປ່າ.
  • ແມ່ທັບທີ່ຖືກຈັບຖືກບັງຄັບໃຫ້ຄູ້ເຂົ່າ ແລະ ກົ້ມໜ້າດ້ວຍຄວາມບໍ່ເຕັມໃຈ ຕໍ່ເຈົ້າຊີວີດຜູ້ທີ່ສັ່ງທະຫານມາຕີເມືອງຈົນແຕກ.
  • ບັນດາລູກນ້ອງຂອງແກ້ງ ໄດ້ຄູ້ເຂົ່າໄວ້ອາໄລໃນງານສົບຫົວໜ້າ ເພື່ອສະແດງເຖິງຄວາມເຄົາລົບ.

ສະຫຼຸບ.

ຄໍາວ່າ ຄູ້ແມ່ນໄມ້ຄູ້ ຊຶ່ງເປັນໄມ້ຢ່າງໜຶ່ງມີແກ່ນທີ່ມີກີ່ນຫອມ ເກືອບສໍ່າກັນກັບແກ່ນໄມ້ຈັນ ເປັນໄມ້ຫາຍາກ ແລະ ນິຍົມກັນໃນສະໄໝກ່ອນ. ນອກຈາກນີ້, ຄູ້ຍັງແມ່ນການຂົດເຂົ້າ ຫຼື ການພັບເຂົ້າ, ພັບລົງ ໃຊ້ກັບຄົນ ແລະ ສັດໃຫຍ່ ໂດຍສະເພາະແມ່ນຂາ ດັ່ງ ຊ້າງຄູ້ເຂົ່າລົງ, ຄົນຄູ້ເຂົ່າ, ຄວາຍຄູ້ເຂົ້າ, ງົວຄູ້ເຂົ່າ ແຕ່ບໍ່ແມ່ນໂຕະຄູ້ເຂົ່າ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ