ຄໍາວ່າ “ຊີ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊີ” ມີຄວາມໝາຍແນວໃດ?

ຄໍາວ່າ “ຊີ” ມີຫຼາຍຄວາມໝາຍ ນຶ່ງໃນນັ້ນແມ່ນການຢືມພາສາສັນສະກຼິດມາໃຊ້ ຊຶ່ງໃຊ້ຕໍ່ຄໍານາມເປັນເຄື່ອງໝາຍຄໍາຍົກຍ້ອງ ເຊັ່ນ: ມະຫາເທບຊີ, ນາຣະທະຊີ ເປັນຕົ້ນ. “ຊີ” ຍັງໝາຍເຖິງນັກບວດ ຊຶ່ງເອີ້ນແຕກຕ່າງກັນໄປ ເຊັ່ນ: ແມ່ຊີ ຫຼື ນາງຊີ ຫຼື ແມ່ຂາວ ໝາຍວ່າເປັນຜູ້ຍິງບວດ ແລະ ຖືສິນໃນສາດສະໜາ ພຸດ, ຊີຕົ້ນ ແມ່ນພຣະພິກຂຸຕົນເປັນອາຈານ, ຊີຜ້າຂາວ ແມ່ນນັກບວດຜູ້ຊາຍຜູ້ຊາຍທີ່ນຸ່ງຂາວຖືສິນແປດ, ຊີເປືອຍ ແມ່ນນັກບວດພວກນຶ່ງຢູ່ປະເທດອິນເດຍຖືສິນ ແລະ ວັດດ້ວຍການບໍ່ນຸ່ງຜ້າ, ຊີໄພ ແມ່ນພຣະລືສີ ຫຼື ພະກໍາມະຖານ. “ຊີ” ແມ່ນຊື່ເອີ້ນຂອງຜັກຊີ ກິ່ນຫອມຂິວ ໃຊ້ປູງແຕ່ງອາຫານໄດ້ ແລະ ໃນທໍາມະ ຊາດຍັງມີຜັກຊີຊ້າງ ເປັນເຄືອໃບຄືໃບຜັກຊີບ້ານແຕ່ຍາວ ແລະ ບໍ່ຂິວ.

ນອກຈາກນີ້, “ຊີ” ຍັງແມ່ນຊື່ຂອງນໍ້າຊີ ຢູ່ຈັງຫວັດຂອນແກ່ນ ພາກອີສານຂອງປະເທດໄທ ໄຫຼລົງສູ່ແມ່ນ ນໍ້າມູນກ່ອນຈະຕົກໃສ່ແມ່ນໍ້າຂອງ. “ຊີ” ຍັງແມ່ນເຫຼັກແຫຼມ ສໍາລັບແທງ ຫຼື ເຜົາໄຟໃຫ້ຮ້ອນແດງແລ້ວໃຊ້ ແທງເຈາະໄມ້, ເຂົາຄວາຍ ຫຼື ສິ່ງອື່ນໆ ດ້ວຍຜູນເຂົ້າ ຫຼື ຜັນເຂົ້າໄປ ຫຼື ປັ່ນເຂົ້າໄປ ເອີ້ນເຫຼັກຊີ ຊຶ່ງໃນ ເວລາຜັນ ຫຼື ແທງເຂົ້າໄປນັ້ນເຮົາກໍຮຽກວ່າ ຊີ. “ຊີ” ຍັງໃຊ້ເອີ້ນໂຕກວາງແນວນຶ່ງອີກ ຊຶ່ງມີຮູບຮ່າງນ້ອຍ ແລະ ມີຂົນສີແດງ. ອີກຄວາມໝາຍນຶ່ງໝາຍເຖິງຂີ້ຊີ ຊຶ່ງເປັນຢາງໄມ້ທີ່ແຂງຕົວເປັນ ໃຊ້ຈອດເຮືອທີ່ຮົ່ວ ແລະ ຢາໄມ້ແຕກ ຫຼື ໃຊ້ໃນອຸດສາຫະກໍາແນວອື່ນ. “ຊີ” ເວລານໍາໄປບວກກັບຄໍາອື່ນ ຍັງໃຫ້ຄວາມໝາຍ ແຕກຕ່າງກັນໄປເຊັ່ນ: ຊີວັນຕະຣາຍ ແມ່ນອັນຕະຣາຍແຫ່ງຊີວິດ ຫຼື ຄວາມຕາຍ. ຊີວິດການເປັນຢູ່ ແມ່ນຄວາມເປັນຢູ່. ຊີວະປະຫວັດ ແມ່ນການບັນທຶກປະຫວັດ. ຊີວະສາດ ແມ່ນເວົ້າກ່ຽວກັບສິ່ງມີຊີວິດ. ມີຊີວິດຊີວາ ແມ່ນມ່ວນຊື່ນລື່ນເລິງ ບໍ່ເສົ້າບໍ່ເຫງົາ. ບັນຊີ ແມ່ນການຈົດກ່າຍໄວ້ ເພື່ອໃຫ້ສາມາດຕິດຕາມ ແລະ ກວດກາໄດ້ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຊີ”.

“ຊີ” (1. ຄໍາແທນນາມ) ຄໍານີ້ໃຊ້ໃນພາສາສັນສະກຼິດ ໃຊ້ຕໍ່ຄໍານາມເປັນເຄື່ອງມໝາຍຄໍາຍົກຍ້ອງ ດັ່ງ ມະຫາ ເທບຊີ, ນາຣະທະຊີ ກົງກັບຄໍາລາວວ່າ ທ້າວ: ນາຣະທະຊີ ໝາຍຄວາມວ່າທ້າວນາຣະທະ ແລະ ຄໍານີ້ເອງ ທີ່ເຮົາເອົາມາໃຊ້ເປັນຄໍານໍາໜ້ານາມໝາຍຄວາມຍົກຍ້ອງເໝືອນ ດັ່ງ ຊີຕົ້ນ, ຊີໂພ, ຊີເປືອຍ. (2. ຄໍານາມ) ແມ່ຊີ, ນາງຊີ, ນັກບວດ “ແມ່ນຊື່ອົງປະສົງສ້າງ ຊີຊຽງພາກໄພ່ກໍດີ ຂ້າກໍຂໍຂູດເກົ້າທົງຜ້າແຜ່ນ ຂາວ” (ສິນໄຊ). ຜັກຈໍາພວກນຶ່ງ ກິ່ນຫອມຂິວ ເອີ້ນຜັກຊີ, ຊີຊ້າງ ແມ່ນຊື່ຜັກແນວນຶ່ງເກີດຢູ່ປ່າ ຕົ້ນເປັນເຄືອ ໃບຄືໃບຜັກຊີບ້ານ ແຕ່ຍາວ ແລະ ບໍ່ຂິວ. ຊື່ແມ່ນໍ້າແມ່ນຶ່ງໃນພາກອີສານຂອງໄທ ໄຫຼຕົກນໍ້າມູນ. ເຫຼັກ ແຫຼມສໍາລັບແທງແລ້ວຜູນເຂົ້າ ເອີ້ນເຫຼັກຊີ. ຊື່ນາງກວາງແນວນຶ່ງ ຕົວນ້ອຍຂົນສີແດງ ຮຽກວ່າ ກວາງຊີ (ຄູ່ກັນກັບກວາງສ້ອຍ ຫຼື ກວາງເລົາ). ຢາງໄມ້ຈັກ ຫຼື ໄມ້ຊີ ທີ່ຍ້ອຍອອກ ແລ້ວແຂງເປັນຊໍ່ (ຂີ້ຊີ ກໍຮຽກ) . ຊື່ຕົ້ນໄມ້ແນວນຶ່ງ ເປັນໄມ້ຂະໜາດໃຫຍ່ແກ່ນແຂງຮຽກໄມ້ຊີ. (3. ຄໍາກິລິຍາ) ແທງແລ້ວຜູນເຂົ້າ.

ຕົວ­ຢ່າງ: 

  • ແມ່ຊີ ຫຼື ນາງຊີ ແມ່ນນັກບວດຍິງໃນສາດສະໜາພຸດ ຝ່າຍເທຣະວາດ ນຸ່ງຫົ່ມຂາວ ແຖຫົວ ແຖ ຄິ້ວ ຖືສິນ 8.
  • ສ່ວນປະສົມຂອງຜັກຫອມໃນການເຮັດໝົກປາ ຖ້າໃຫ້ແຊບຕ້ອງມີ ຜັກບົ່ວ, ຜັກຊີ, ຜັກອີຕູ່, ພ້ອມກັນນັ້ນ, ຕ້ອງມີກະທຽມ, ຂິງ, ໝາກເຜັດ ແລະ ອື່ນໆ.
  • ແມ່ນໍ້າຊີເປັນແມ່ນໍ້າສໍາຄັນອີກສາຍນຶ່ງຂອງຄົນອີສານ ປຽບສະເໝືອນສາຍເລືອດຫຼໍ່ລ້ຽງຄົນຢູ່ລຽບ ສອງຝັ່ງແມ່ນໍ້າດັ່ງກ່າວ.
  • ການແທງດັງຄວາຍແມ່ນໃຫ້ເອົາເຫຼັກຊີເຜົາໄຟແດງ ແລ້ວມາແທງປະໄວ້ສອງສາມທິດ ຈິ່ງເອົາ ເຊືອກສອດໃສ່.
  • ກວາງຊີ ປະຈຸບັນແມ່ນຊອກຊົມຍາກຫຼາຍ ຍົກເວັ້ນແຕ່ຢູ່ສວນສັດທີ່ມີການລ້ຽງໄວ້ໃຫ້ນັກທ່ອງທຽວ ເບີ່ງ.
  • ຂີ້ຊີ ຂີ້ຄັ່ງ ແມ່ນຢາງໄມ້ທໍາມະຊາດ ແລະ ເປັນສິນຄ້າສົ່ງອອກຂອງປະຊາຊົນລາວ ມາແຕ່ບູຮານ ແລະ ມີຫຼາຍເອກະສານກ່າງເຖິງ ພ້ອມນັ້ນ ຍັງມີການກຳນົດພາສີສົ່ງອອກຄັກແນ່.

ສະຫຼຸບ.

ຄໍາວ່າ “ຊີ” ໝາຍເຖິງພາສາສັນສະກຼິດ ທີ່ນໍາມາໃຊ້ຕໍ່ຄໍານາມເປັນເຄື່ອງມໝາຍຄໍາຍົກຍ້ອງ, ໝາຍເຖິງ ນັກບວດ ເຊັ່ນ: ແມ່ຊີ, ຊີຕົ້ນ, ຊີຜ້າຂາວ, ຊີເປືອຍ, ຊີໄພ ເປັນຕົ້ນ. ໝາຍເຖິງຜັກຈໍາພວກນຶ່ງຄື ຜັກຊີ, ຊີຊ້າງ. ແມ່ນຊື່ຂອງແມ່ນໍ້າແມ່ນຶ່ງເອີ້ນນໍ້ຊີ ໃນພາກອີສານຂອງໄທ. ແມ່ນເຫຼັກຊີ ທີ່ເປັນເຫຼັກແຫຼມສໍາລັບແທງແລ້ວຜູນ ຫຼື ປີ່ນ ຫຼື ຜັນເຂົ້າໄປ. ແມ່ນຊື່ນາງກວາງແນວນຶ່ງ ເອີ້ນ ກວາງຊີ, ແມ່ນຂີ້ຊີ ຊຶ່ງເປັນຢາງ ໄມ້ແນວນຶ່ງ ໄດ້ຈາກໄມ້ຊີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo