ຄໍາວ່າ “ເຊັນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເຊັນ” ມີຄວາມໝາຍແນວໃດ?

ຄໍາວ່າ “ເຊັນ” ໝາຍເຖິງອຸປະກອນຢ່າງນຶ່ງ ຊຶ່ງເຮັດດ້ວຍໄມ້ມີໄວ້ເພື່ອແນບໄວ້ຝາ ຫຼື ໄມ້ຕອກຢັ້ງ ຊຶ່ງປະ ຈຸບັນແມ່ນບໍ່ຄ່ອຍນິຍົມກັນໃຊ້ປານໃດ ແລະ ຫຼາຍຄົນກໍບໍ່ຄ່ອຍຮູ້ ເພາະການເຮັດເຮືອນແມ່ນໃຊ້ວັດສະດຸ ແຕກຕ່າງສະໄໝກ່ອນຫຼາຍ ເປັນຕົ້ນຝາເຮືອນແມ່ນໃຊ້ດິນຈີ່ຊີມັງເຮັດ, ບາງເທື່ອກໍໃຊ້ແກ້ວເຮັດ ຫຼື ບາງ ເທື່ອກໍໃຊ້ຝາກະເບື້ອງ ແລະ ອື່ນໆ ໂດຍສະເພາະແມ່ນໃນຕົວເມືອງ ທັງນີ້ທັງນັ້ນ ແມ່ນອີງໃສ່ສະພາບ ແວດລ້ອມ ແລະ ຄວາມຈະເລີນຂອງສັງຄົມ ຊຶ່ງການດໍາລົງຊີວິດຍຸກນີ້ແມ່ນດີກວ່າໃນເມື່ອກ່ອນຫຼາຍເທົ່າ ຕົວ ເພາະແຕ່ກ່ອນແມ່ນອາໃສທໍາມະຊາດເປັນຫຼັກ.

ນອກຈາກນີ້, “ເຊັນ” ຍັງໝາຍເຖິງອາການສັ່ນຂອງຮ່າງກາຍຍ້ອນຫຼາຍສາເຫດ ເຊັ່ນ: ຍ້ອນຄວາມຕົກໃຈ ຢ້ານ, ຍ້ອນໄດ້ຮັບຄວາມກົດດັນຫຼາຍເກີນໄປ ດັ່ງ ດີໃຈ ຫຼື ຕື່ນເຕັ້ນ ຫຼື ໃຈຮ້າຍ ຫຼື ຖືເວົ້າໃຫ້ ຫຼື ຖືກ ຄາດຫວັງສູງ ຫຼື ຢ້ານຄວາມຜິດພາດ, ຍ້ອນໜາວເກີນໄປ ບໍ່ວ່າເພາະອາບນໍ້າ ຫຼື ອາກາດໜາວເຢັນ, ຍ້ອນ ການເຈັບເປັນ ອາດຈະຍ້ອນໄຂ້ຍຸງ (ໄຂ້ສັ່ນ) ຫຼື ໄຂ້ຂຶ້ນແຮງ. ອີກ ຄວາມໝາຍນຶ່ງ “ເຊັນ” ຍັງ ແມ່ນການເຊັນຊື່ ຫຼື ລົງລາຍເຊັນດ້ວຍມືຕົວເອງໃສ່ເອກະສານ ຫຼື ສັນຍາ ຫຼື ຈົດໝາຍ ແລະ ອື່ນໆ ດັ່ງ ເຊັນສັນ ຍາ, ເຊັນອະນຸມັດ, ເຊັນຮັບຮູ້, ເຊັນຊື້-ຂາຍ, ເຊັນຮັບຮອງ, ເຊັນຄໍ້າປະກັນ, ເຊັນນາມປາກກາ. “ເຊັນ” ຍັງໃຊ້ບວກກັບຄໍາອື່ນອີກເປັນຕົ້ນ ເຊັນໆ ແມ່ນຝົນຕົກເປັນສາຍຕິດຕໍ່ກັນ, ເຊັນຕີແມັດ ຫຼື ຊັງຕີແມັດ (ເປັນ ຄໍາສັບທັບສັບຈາກພາສາອັງກິດ) ແມ່ນຫົວໜ່ວຍວັດແທກຄວາມຍາວ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເຊັນ”.

“ເຊັນ” (1. ຄໍານາມ) ໄມ້ເຄື່ອງເຮືອນສ່ວນທີ່ແນບໄວ້ຝາ, ໄມ້ຕອກຢັ້ງ ຫຼື ຕອກແຂງຂອງຝາແຕະ. (2. ຄໍາກິລິຍາ) ສັ່ນ, ສະເມັ່ນ, ສັນເພາະຄວາມຕົກໃຈ. ຂຽນຊື່ຕົນເອົງລົງດ້ວຍມືຕົວເອງ. ລົງລາຍເຊັນ. ລາຍເຊັນ.

ຕົວ­ຢ່າງ: 

  • ໄມ້ຕອກຢັ້ງ ເຮັດຈາກໄມ້ທ່ອນແນບໄວ້ຝາໄມ້ໄຜ່ທີ່ສານເປັນລາຍສອງ ຕາມຮູບແບບທີ່ເຄີຍເຮັດ ກັນມາແຕ່ບູຮານ.
  • ເດັກນ້ອຍລົງລອຍນໍ້າເຢັນດົນໂພດ ຈົນສັ່ນຈົນເຊັນຢູ່ທົດໆ ຖ້າປະໃຫ້ອາບຕໍ່ໄປຢ້ານເປັນໄຂ້ຫວັດ ແທ້.
  • ຄົນເປັນໂຈນທັງສັ່ນທັງເຊັນ ເມື່ອຖືກໄທບ້ານ ແລະ ຕໍ່າຫຼວດຈັບຫຼັງຈາກລັກເຄື່ອງບໍ່ໄດ້ດົນ.
  • ການເຊັນສັນຍາຊື້-ຂາຍ ໄຟຟ້າລະຫວ່າງລາວ ແລະ ໄທ ແມ່ນໄດ້ສໍາເລັດໄປດ້ວຍດີ ແລະ ໃນຕໍ່ໜ້າອາດມີການຊື້ເພີ່ມອີກກໍເປັນໄປໄດ້.
  • ພາຍຫຼັງສໍາເລັດກອງປະຊຸມສອງຝ່າຍຮ່ວມກັນແລ້ວ ໄດ້ມີການເຊັນຮັບຮອງມະຕິກອງປະຊຸມ ເພື່ອ ເປັນແນວທາງໃນການຈັດຕັ້ງປະຕິບັດຕໍ່ໄປ.

ສະຫຼຸບ.

ຄໍາວ່າ “ເຊັນ” ໝາຍເຖິງສິ່ງຂອງຢ່າງນຶ່ງ ທີ່ດ້ວຍໄມ້ເພື່ອແນບໄວ້ຝາ ຫຼື ໄມ້ຕອກຢັ້ງ. ນອກຈາກນີ້, “ເຊັນ” ຍັງແມ່ນອາການຕົວສັ່ນ ຕົວເຊັນ ຊຶ່ງເປັນການສະແດງອອກທາງຮ່າງກາຍຍ້ອນຕົກໃຈຢ້ານເກີນ ໄປ, ຍ້ອນໄດ້ຮັບຄວາມກົດດັນຫຼາຍເກີນໄປ, ຍ້ອນຮ່າງກາຍໜາວເກີນໄປ ຫຼື ຍ້ອນອາການເຈັບປ່ວຍ. ພ້ອມນັ້ນ, “ເຊັນ” ຍັງໝາຍເຖິງການເຊັນຊື່ ຫຼື ລົງລາຍເຊັນ ໃສ່ເອກະສານ ຫຼື ສັນຍາ ຫຼື ຈົດໝາຍ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo