ຄໍາວ່າ “ທຸກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ທຸກ” ມີຄວາມໝາຍແນວໃດ?

ຄໍາວ່າ “ທຸກ” ແມ່ນອາການທີ່ເຮັດໃຫ້ມີຄວາມລໍາບາກຍາກເຂັນ, ທໍລະມານທາງດ້ານຮ່າງກາຍ ແລະ ຈິດ ໃຈ ຫຼື ຢ່າງໃດຢ່າງນຶ່ງ ເຊັ່ນ: ທຸກຈົນ, ທຸກເວດທະນາ, ທຸກຍາກຂາດເຂີນ, ທຸກທໍລະມານ, ທຸກບໍ່ມີເສື້ອ ຜ້າ ຝາແພກໍບໍ່ມີ ທຸກບໍ່ມີເຂົ້າຢູ່ທ້ອງ ນອນລີ້ຢູ່ບໍ່ເປັນ. ທຸກແບ່ງອອກເປັນ 2 ຢ່າງ ຄື: 1) ທຸກດ້ານຮ່າງ ກາຍແມ່ນເກີດຈາກການເຈັບປ່ວຍ, ຫິວໂຫຍຢາກ ຫຼື ຂາດອາຫານ ດັ່ງ ຫິວນໍ້າ, ຫິວເຂົ້າ ແລະ ອື່ນໆ. 2). ທຸກທາງດ້ານຈິດໃຈ ຫຼື ຄວາມຄິດແມ່ນຄວາມອຸກອັ່ງໃນມະໂນຈາກສາເຫດຄວາມໂລບ, ບໍ່ ໄດ້ຕາມ ໃຈຫວັງ ຫຼື ຜິດຫວັງ, ກິນແໜງ, ຄວາມຜິດທີ່ກະທໍາໄປ ຊຶ່ງໄດ້ຍີນເລື້ອຍໆ ດັ່ງ ທຸກໃຈ, ທຸກໂສກ, ຕອມ ໃຈ ແລະ ອື່ນໆ.

ນອກຈາກນີ້, “ທຸກ” ຍັງໝາຍເຖິງຄົບຖ້ວນໝົດທຸກຢ່າງ ເຊັ່ນ: ທຸກໆມື້, ທຸກໆເວລາ, ທຸກຊົ່ວໂມງ, ທຸກ ຍາມ, ທຸກກ້ຳທຸກຝ່າຍ, ທຸກຄືນ, ທຸກວັນ, ທຸກຄົນ, ທຸກຈອກທຸກແຈ, ທຸກສິ່ງທຸກຢ່າງ, ທຸກຊະນິດ, ທຸກຊາດທຸກພົບ, ທຸກທົ່ວໜ້າ, ທຸກທິດທຸກທາງ, ທຸກທີ່, ທຸກບ່ອນ, ທຸກບ້ານ, ທຸກເມືອງ, ທຸກແຂວງ, ທຸກປະ ເທດ, ທຸກປະການ, ທຸກພະແນກ, ທຸກກົມ, ທຸກກະຊວງ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າທຸກ”.

“ທຸກ” (1. ຄໍານາມ). ຄວາມທຸກຍາກ, ຄວາມລໍາບາກ, ຄວາມທໍລະມານ. (2. ຄໍາກິລິຍາວິເສດ) ໝົດ, ຄົບ, ຖ້ວນ ດັ່ງ ຄົນໃນບ້ານທຸກຄົນ. ທຸກກໍ້າ ແມ່ນໝົດຊູ່ທາງ. ທຸກພາຍ ແມ່ນໝົດຊູ່ແຫ່ງ. ທຸກເມື່ອແມ່ນ ໝົດຊູ່ຍາມ.

ຕົວຢ່າງ:

  • ປະເທດທຸກຍາກໃນໂລກນີ້ສ່ວນໃຫຍ່ແມ່ນນອນຢູ່ທະວີບອາຟຼີກກາ ເນື່ອງຈາກຫຼາຍສາເຫດ ດັ່ງ ສະພາບແວດລ້ອມທີ່ຮ້ອນ ແລະ ມີທະເລຊາຍເປັນສ່ວນໃຫຍ່, ການສຶກສາ, ສົງຄາມ ແລະ ອື່ນໆ.
  • ໃນເທດສະການປີໃໝ່ລາວ, ຄົນເຈັບທີ່ຖືກລົດຕໍາ ທຸກຍ້ອນເຈັບຂາແລ້ວຍັງທຸກໃຈທີ່ຕ້ອງໄດ້ນອນ ໂຮງໝໍບໍ່ສາມາດໄປທ່ຽວຫຼີ້ນມ່ວນຄືໝູ່.
  • ທຸກໆມື້ຂ້ອຍຕື່ນ 5 ໂມງເຊົ້າ ເພື່ອອອກກໍາລັງກາຍ ແລ້ວອາບນໍ້າໄປວຽກ ແລະ ເຮັດວຽກຈົນ ຮອດ 4 ໂມງ ແລ້ວກັບເຮືອນເຮັດແນວນັ້ນທຸກໆມື້.

ສະຫຼຸບ.

ຄໍາວ່າ “ທຸກ” ແມ່ນອາການຄວາມລໍາບາກຍາກເຂັນ, ເຈັບປວດທໍລະມານທາງດ້ານຮ່າງກາຍ ຫຼື ຈິດໃຈ ຫຼື ພ້ອມກັນທັງສອງຢ່າງ ເຮັດໃຫ້ບໍ່ມີຄວາມສຸກກາຍສະບາຍໃຈ ຊຶ່ງເກີດຈາກສາເຫດຕ່າງໆ. ນອກນີ້, “ທຸກ” ຍັງແມ່ນຄົບ, ຖ້ວນ ຫຼື  ໝົດທຸກຢ່າງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo