ຄໍາວ່າ “ຊາວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊາວ” ມີຄວາມໝາຍແນວໃດ?

ຄໍາວ່າ “ຊາວ” ແມ່ນເລກໃຊ້ນັບ ແລະ ຄິດໄລ່ ເອີ້ນເລກຊາວ ເທົ່າກັບ ຈໍານວນສອງສິບ (ເລກ 20) ເປັນ ຄູ່ ຊຶ່ງລະຫວ່າງເລກ 19 ແລະ 21 ໂດຍຢູ່ຫຼັງເລກ 19 ແລະ ກ່ອນເລກ 21. ເລກຊາວ ໃຊ້ເປັນຫົວ ໜ່ວຍນັບຕັ້ງຕົ້ນຈົນຮອດເລກສາມສິບ ເຊັ່ນ: ຊາວເອັດ (21), ຊາວສອງ (22), ຊາວສາມ (23), ຊາວສີ່ (24), ຊາວຫ້າ (25), ຊາວຫົກ (26), ຊາວເຈັດ (27), ຊາວແປດ (28) ແລະ ຊາວເກົ້າ (29). “ຊາວ” ຍັງໝາຍເຖິງຈໍານວນຄົນເປັນໝູ່ຄະນະ, ກຸ່ມ ຫຼື ພວກ ຫຼື ຊາດໃດນຶ່ງ ເຊັ່ນ: ແບ່ງຕາມສາດສະໜາ ເອີ້ນ ຊາວພຸດ, ຊາວຄຣິສ໌ຕຽນ, ຊາວມຸດສະລິມ. ແບ່ງຕາມປະເທດ ເອີ້ນ ຊາວລາວ, ຊາວຈີນ, ຊາວຫວຽດນາມ, ຊາວຕ່າງດ້າວ ຫຼື ຊາວຕ່າງຊາດ ຫຼື , ຊາວຕ່າງປະເທດ, ຊາວພື້ນເມືອງ, ຊາວໂລກ ເປັນຕົ້ນ. ແບ່ງຕາມ ທະວີບ ເອີ້ນ ຊາວເອີລົບ, ຊາວອາຊີ, ຊາວອາຟາລິກາ, ຊາວຕາເວັນຕົກ, ຊາວຕາເວັນອອກ. ແບ່ງຕາມ ສີຜິວເອີ້ນ ຊາວຜິດດໍາ ຫຼື ຄົນຜິວດໍາ, ຊາວຜິວຂາວ ຫຼື ຄົນຜິວຂາວ, ຊາວຜິວເຫຼືອງ ຫຼື ຄົນຜິວເຫຼືອງ. ແບ່ງຕາມເຂດ ຫຼື ວິຖີການດໍາລົງຊີວິດ ເອີ້ນ ຊາວທະເລ, ຊາວປະມົງ, ຊາວເກາະ, ຊາວເຮືອ, ຊາວປ່າ, ຊາວເຂົາ, ຊາວກະສິກອນ, ຊາວນາ, ຊາວສວນ, ຊາວຜູ້ອອກແຮງງານ, ຊາວຊົນນະບົດ, ຊາວບ້ານ, ຊາວເມືອງ, ຊາວວັງ ແລະ ອື່ນໆ.

ນອກຈາກນີ້, “ຊາວ” ຍັງໝາຍເຖິງການເອົານິ້ວມືເຮັດຈ່າງໆ ແລ້ວຊ້ວານເອົາຂອງໃນນໍ້າ ຫຼື ຂອງແຫຼວ ເຊັ່ນ: ຊາວເຂົ້າໝ່າໄປໜຶ້ງ, ຊາວເທົາຢູ່ໄຮ່ນາ, ຊາວແຫ ຊາວມອງ, ຊາວເອົາເຊືອກທີ່ຫຼຸດມື, ຊາວຜົມ, ຊາວແໜ, ຊາວໄໝ, ຊາວເອົາສິ່ງຂອງໃນນໍ້າ ເປັນຕົ້ນ. ພ້ອມກັນນັ້ນ, ຍັງໝາຍເຖິງຄົນທີ່ຕາບໍ່ເຫັນຮຸ່ງ ຫຼື ເບີ່ງບໍ່ເຫັນດີ ເອົາມືຊາວໄປຊາວມາ ເພື່ອບໍ່ໃຫ້ຕໍາສິ່ງກິດຂວາງ ຫຼື ຊອກຫາສິ່ງໃດນຶ່ງ ດັ່ງ ເອົາມືຊາວລົງ ຂັ້ນໃດ, ຊາວໆງົມໆ ຊອກຫາໄຟສາຍເພື່ອໃຕ້, ຊາວຫາໄມ້ຄັນເທົ້າ. ຊາວຍັງນໍາໄປປະສົມກັບຄໍາອື່ນ ຊຶ່ງ ໃຫ້ຄວາມໝາຍແຕກຕ່າງກັນໄປ ດັ່ງ ຊາວໜຸ່ມ ໝາຍເຖິງຄົນໜຸ່ມສາວໃນໄວທີ່ມີກໍາລັງວັງຊາແຂງແຮງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຊາວ”.

“ຊາວ” (1. ຄໍານາມ) ແມ່ນເລກໆນຶ່ງທີ່ໃຊ້ນັບ ແລະ ເພື່ອຄິດໄລ່, ຈໍານວນສອງສິບ ຫຼື ເລກ 20. ໝູ່, ພວກ, ຄົນ ຫຼື ມະນຸດທີ່ອາໃສຢູ່ ດັ່ງ ຊາວເມືອງ, ຊາວຕ່າງຊາດ. (2. ຄໍາກິລິຍາ) ເຮັດນິ້ວມືຈ່າງໆ ແລ້ວ ຊ້ວານເອົາຂອງໃນນໍ້າ ຫຼື ຂອງແຫຼວໄປມາ, ເອົາມືຊ້ວານ ໄປເອົາຕາມາບໍ່ເບີ່ງ ຫຼື ບໍ່ເຫັນຮຸ່ງ.

ຕົວຢ່າງ:

  • ເງິນໃບຊາວພັນກີບ ໄດ້ມີການຜະລິດ ແລະ ນໍາໃຊ້ມາຫຼາຍປີ ເພື່ອສະດວກໃນການນໍາໃຊ້ຕາມ ການຂະຫຍາຍຕົວຂອງເສດຖະກິດຕົວຈິງ ແຕ່ຜະລິດຕາມຫຼັງໃບສິບພັນກີບ ແລະ ຜະລິດກ່ອນ ໃບຫ້າສິບພັນກີບ.
  • ຊາວອັບຟະການິດສະຖານ ໄດ້ມີການອົບພະຍົບຄັ້ງໃຫຍ່ ພາຍຫຼັງທີ່ກຸ່ມຕາເລບັນໄດ້ຍຶດປະເທດ ແລະ ການອາເມລິກາຖອນກໍາລັງທະຫານ ອອກຈາກປະເທດດັ່ງກ່າວ.
  • ຂັ້ນຕອນການຊາວໄໝມ້ອນແມ່ນຕ້ອງໄດ້ກະກຽມເຄື່ອງມືຫຼາຍພໍສົມຄວນ ແລະ ການເຮັດແມ່ນມີ ຄວາມຊັບຊ້ອນເຊັ່ນກັນ ດັ່ງນັ້ນຈິ່ງເຮັດໃຫ້ສິ້ນໄໝມ້ອນມີລາຄາແພງ.
  • ພໍຕູ້ສາຕາບໍ່ຄ່ອຍເຫັນຮຸ່ງ ເວລາລົງຂັ້ນໃດລາວໄດ້ຊາວໄປ ແລະ ຄ່ອຍຍ່າງລົງທີລະຂັ້ນ ເພື່ອບໍ່ ໃຫ້ຕົກຂັ້ນໃດ.

ສະຫຼຸບ.

ຄໍາວ່າ “ຊາວ” ໝາຍເຖິງແມ່ນເລກໆນຶ່ງ ຂຽນ 20 ໃຊ້ເພື່ອນັບ ແລະ ຄິດໄລ່ ເທົ່າກັບສອງສິບ. “ຊາວ” ໝາຍເຖິງ ມະນຸດ ຫຼື ກຸ່ມຄົນ ພັກພວກ ກຸ່ມກ້ອນ ຫຼື ສັນຊາດ ທີ່ດໍາລົງຊີວິດຢູ່ໃນໂລກ ການເອີ້ນອາດຈະ ແບ່ງຕາມສາດສະໜາ, ສີຜິວ, ຈຸດພິເສດຂອງການດໍາລົງຊີວິດ, ເຊື້ອຊາດ ຫຼື ປະເທດ.  “ຊາວ” ໝາຍເຖິງ ການຊາວເອົາສິ່ງຂອງໃດນຶ່ງໂດຍເຮັດນິ້ວມືຈ່າງໆ ແລ້ວຊ້ວານເອົາ ຊຶ່ງສ່ວນໃຫຍ່ແມ່ນຂອງຢູ່ໃນນໍ້າ ຫຼື ຂອງ ແຫຼວ. ອີກຄວາມໝາຍນຶ່ງ “ຊາວ” ແມ່ນການເອົາມືຊ້ວານໄປ ຫຼື ງົມໆ ທາວໆໄປ ໂດຍສະເພາະໃນຍາມ ເບີ່ງບໍ່ເຫັນ ຫຼື ບໍ່ເຫັນຮຸ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo