ຄໍາວ່າ “ຮ້ອງ” ແລະ “ຫ້ອງ” ມີຄວາມໝາຍຄືກັນ ແລະ ຕ່າງ​ກັນ​ແນວ​ໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຮ້ອງ” ແລະ “ຫ້ອງ”

ຄໍາວ່າ “ຮ້ອງ” ແລະ “ຫ້ອງ” ສອງຄໍານີ້ແມ່ນມີຄວາມໝາຍແຕກຕ່າງກັນ, ແຕ່ການອອກສຽງໃກ້ຄຽງກັນ ໂດຍສະເພາະແມ່ນຊາວຕ່າງ ຊາດທີ່ເວົ້າພາສາລາວ ອາດເຮັດໃຫ້ຜູ້ຮັບຟັງຄໍາເວົ້າ ຫຼື ປະໂຫຍກນັ້ນບໍ່ແຈ້ງ ອາດເຮັດໃຫ້ມີຄວາມສັບສົນ ເພາະວ່າຄວາມແຕກຕ່າງຂອງການອອກສຽງແມ່ນຕ່າງແຕ່ສຽງສູງກັບສຽງຕໍ່າເທົ່ານັ້ນ.

ຄໍາວ່າ “ຮ້ອງ” ໝາຍເຖິງການຮ້ອງລໍາທໍາເພັງ, ການຮ້ອງ, ການເອີ້ນຫາກັນ ເປັນສຽງດັງໆອອກຈາກປາກຂອງ ຄົນ ພ້ອມກັນນັ້ນ ສັດຫຼາຍແນວ ຍັງໃຊ້ສຽງຮ້ອງຫາກັນ ຫຼື ຮຽກຫາກັນເຊັ່ນ ໃນເວລາຮ້ອງຫາລູກ ຫຼື ຮ້ອງຫາຄູ່ (ສັດບາງແນວເອີ້ນຂັນ ). “ຮ້ອງ” ຍັງໝາຍເຖິງທີ່ຕ້ອງການເຮັດຢ່າງໃດນຶ່ງການ ແລະ ຢາກໃຫ້ຜູ້ອື່ນຮູ້ ເຊັ່ນ: ຮ້ອງ ທຸກ, ຮ້ອງຟ້ອງ, ຮ້ອງເພັງ, ຮ້ອງໂຮ, ຮ້ອງຂໍ, ຮ້ອງເຕືອນ. ແມ່ນການຄວນຄາງບົງບອກເຖິງອຸກໃຈ ຫຼື ເຈັບ ເຊັ່ນ: ຮ້ອງຮ່ຳ, ຮ້ອງຮ້ວນ, ຮ້ອງຮຽກ, ຮ້ອງໄຫ້.

ຄໍາວ່າ “ຫ້ອງ” ໝາຍເຖິງບ່ອນຂັ້ນໄວ້ເປັນສ່ວນໆ ຫຼື ສ້ວມ (ສ້ວມມີສ້ວມນອນ ແລະ ສ້ວມຖ່າຍ ຫຼື ທຸກວັນນີ້ເອີ້ນ ຫ້ອງນໍ້າ) ຫຼື ຕອນ ຊຶ່ງເຮືອນ ຫຼື ໂຮງແຮມ ຫຼື ບ້ານພັກຫຼັງນຶ່ງຈະແບ່ງອອກເປັນຫຼາຍຫ້ອງເຊັ່ນ: ຫ້ອງຮັບແຂກ ຫຼື ຫ້ອງໂຖງ, ຫ້ອງນອນ, ຫ້ອງນໍ້າ, ຫ້ອງອາບ, ຫ້ອງກິນເຂົ້າ, ຫ້ອງໃຕ້ດິນ, ຫ້ອງດ່ຽວ, ຫ້ອງຄູ່ ເປັນຕົ້ນ. ພ້ອມ ນັ້ນ “ຫ້ອງ” ຍັງນໍາໄປໃຊ້ກັບຄໍາຕ່າງໆ ເຊັ່ນ: ຫ້ອງການ, ຫ້ອງກາຮາໂອເກະ, ຫ້ອງຂັງ, ຫ້ອງຮຽນ, ຫ້ອງສະໝຸດ ຫຼື ຫໍສະ ໝຸດ, ຫ້ອງສູບຢາ, ຫ້ອງຍາມ, ຫ້ອງປະຊຸມ, ຫ້ອງວ່າການ, ຫ້ອງວ່າງ.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າຮ້ອງ”.

“ຮ້ອງ” (1. ຄໍາກິລິຍາ) ອອກສຽງດັງໆ, ເອີ້ນຫາ, ຮຽກ, ບອກໃຫ້ໄປ ຫຼື ມາດັງໆ. ຮ້ອງທຸກ ແມ່ນບອກກ່າວ ຄວາມທຸກ. ຮ້ອງເພັງ ແມ່ນຮ້ອງເປັນສຽງມ່ວນຕາມຄໍາກອນ. ຮ້ອງໂຮໂຄສັງກາ ແມ່ນການຮ້ອງປ່າວແຮງໆ.

ຕົວ­ຢ່າງ: 

  • ລາວຮ້ອງເພັງມ່ວນຫຼາຍສຽງເປັນຕາອອນຊອນ ພໍແຕ່ເອົາລົງຢູ່ທູບມີຄົນມາກົດເບີ່ງຫຼາຍລ້ານວິວ
  • ສຽງໂຕກວາງຮ້ອງຫາຄູ່ ສຽງດັງຂ້າມໜ່ວຍພູ ເຮັດໃຫ້ສາມາດຄາດຄະເນໄດ້ວ່າຢູ່ໃກ້ ຫຼື ໄກ.
  • ຜູ້ຖືກກ່າວຫາ ໄດ້ຮ້ອງທຸກ ຫາອົງການສິດທິມະນຸດສະທໍາແຫ່ງຊາດ ເພື່ອໃຫ້ສືບສ່ວນ ແລະ ໄຕສ່ວນ ຊ່ວຍ.

ຄວາມໝາຍຄຳວ່າຫ້ອງ”.

“ຫ້ອງ” (1. ຄໍານາມ) ສ້ວມ, ຕອນ, ບ່ອນຂັ້ນໄວ້ເປັນສ່ວນໆ.

ຕົວ­ຢ່າງ: 

  • ຫ້ອງຮັບແຂກເຮືອນລາວຈັ່ງແມ່ນກວ້າງຂວາງ ແລະ ສວຍງາມຕາ ເບີ່ງຄືຊິໝົດເງິນສ້າງຫຼາຍ.
  • ຫໍປະຊຸມແຫ່ງຊາດ ແມ່ນແບ່ງອອກເປັນຫຼາຍຫ້ອງປະຊຸມ ໃຫຍ່ນ້ອຍແຕກຕ່າງກັນ ລາຄາໃນການເຊົ່າ ກໍ ແຕກຕ່າງກັນອອກໄປ.
  • ຫ້ອງການຂ້ອຍຕັ້ງຢູ່ໃຈກາງເມືອງ ເປັນຫ້ອງການທີ່ມີພະນັກງານຫຼາຍພໍສົມຄວນ.

ສະຫຼຸບ.

ຄໍາວ່າ “ຮ້ອງ” ແລະ “ຫ້ອງ” ເຖິງວ່າການອອກສຽງໃກ້ຄຽງກັນ ແຕ່ຄວາມໝາຍແມ່ນແຕກຕ່າງກັນ ເພາະຄໍາວ່າ “ຮ້ອງ” ແມ່ນການອອກສຽງດັງໆຂອງຄົນ ຫຼື ສັດ ເພື່ອເອີ້ນຫາ, ຮຽກຫາ, ສົ່ງສັນຍານບອກກັນດ້ວຍສຽງດັງໆ.  “ຮ້ອງ” ຍັງແມ່ນການສະແດງອາການຮ້ອງທຸກ, ບອກກ່າວຄວາມທຸກ, ການຮ້ອງເພັງ, ຮ້ອງໂຮ. ສ່ວນ “ຫ້ອງ” ຍັງໝາຍເຖິງສ້ວມ ຫຼື ບ່ອນຂັ້ນໄວ້ເປັນສ່ວນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo