ຄໍາວ່າ “ຫອນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫອນ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫອນ” ໝາຍເຖິງໜັງ ຫຼື ຂົນທີ່ປົ່ງຂຶ້ນຢູ່ເທິງຫົວຂອງສັດບາງແນວ ຫຼື ຈຳພວກ ສັດປີກ ແລະ ສັດອື່ນໆອີກຈໍານວນນຶ່ງ ດັ່ງ ໄກ່, ນົກ, ນາກ (ພະຍານາກ) ຫຼື ນາຄາ ຫຼື ເງືອກ. ຫອນໄກ່ແບ່ງອອກ ເປັນຫຼາຍແນວຕາມລັກສະນະຂອງມັນເຊັ່ນ: ຫອນແພບ, ຫອນເປັນຈຸກ, ຫອນເປັນຫູດ ເປັນຕົ້ນ ໂດຍໃນ ແຕ່ລະລັກສະນະຄົນ ເຮົາກໍຈະສ້າງຄ່ານິຍົມ ສ້າງພາບພົດໃຫ້ໄກ່ດ້ວຍການເບີ່ງຫອນວ່າເປັນໄກ່ດີ ໄກ່ມຸງ ຄູນ ໄກ່ຕີເກັ່ງ ລວມ ເຖິງສວຍງາມ ແຕກຕ່າງກັນອອກໄປຕາມແຕ່ລະທ້ອງຖີ່ນເຊັ່ນດຽວກັນກັບການເບີ່ງ ສີຂົນ ເບີ່ງຕາ ເບີ່ງຂາ ເບີ່ງຕີນ ເບີ່ງປີກ ແລະ ສ່ວນອື່ນຂອງໄກ່. ນອກຈາກໄກ່ແລ້ວ ນົກກໍເປັນອີກສັດ ຊະນິດນຶ່ງ ແຕ່ມີນົກຫຼາຍ ແນວມີຫອນ ດັ່ງ ນົກຫອນ ຫຼື ນົກຫອນຂວານ ເນື່ອງຈາກມີຫອນຮູບຄ້າຍຂວານ (ບາງເຂດເອີ້ນນົກຂວາກ) ເປັນນົກສວຍງາມທີ່ຄົນມັກນໍາມາລ້ຽງ, ນົກຍຸງ ແລະ ນົກອື່ນໆອີກ.

ນອກນັ້ນ, ຍັງມີນາກ (ໝາຍເຖິງ ພະຍານາກ) ຫຼື ນາຄາ ຫຼື ເງືອກ ຫຼື ຜີເງືອກ ທີ່ເປັນສັດສັກສິດ ແລະ ຄົນໃນ ຫຼາຍປະເທດໃຫ້ຄວາມນັບຖື ໂດຍສະເພາະຄົນທີ່ນັບຖືສາດສະໜາພຸດ ເພາະມີໃນປະຫວັດພຸດທະສາດ ສະໜາ ແລະ ເຊື່ອວ່າເປັນສັດສັກສິດມີອິດທິລິດ. ຫອນນາກ ຫຼື ຫອນເງືອກ ກໍເຊັ່ນກັນ ໄດ້ຮັບການນັບຖື ວ່າ ເປັນຂອງສັກສິດ ເປັນຂອງດີ ແລະ ແມ່ນສິ່ງທີ່ລໍ້າຄ່າ ສາມາດປ້ອງກັນການເກີດອະຄິໄພ ຫຼື ໄຟໃໝ້ ໄດ້ (ແຕ່ໃນຕົວຈິງແລ້ວແມ່ນຍັງບໍ່ທັນມີໃຜເຫັນນາກ ມີແຕ່ຄວາມເຊື່ອ, ສັນນິຖານວ່າ, ນິມິດວ່າ ເປັນຮູບ ຮ່າງຈັ່ງຊີ້ຈັ່ງຊັ້ນ ຕາມຈິນຕະນາການ ແລະ ນາກມີລິດເດດ ສາມາດແປງກາຍ ຫຼື ຈໍາແລງເປັນຄົນກໍໄດ້).

SA Game
DooDiDo

“ຫອນ” ຍັງນໍາໄປຕັ້ງຊື່ດອກໄມ້, ພະຍາດ ແລະ ສີ່ງອື່ນໆ ທີ່ມີຮູບຮ່າງຄືກັນກັບຫອນໄກ່ ເຊັ່ນ: ດອກຫອນ ໄກ່ ແມ່ນຊື່ດອກໄມ້ແນວນຶ່ງທີ່ມີດອກຄືກັບຫອນໄກ່ ມີຕົ້ນຄືກັນ ແຕ່ມີສີແຕກຕ່າງກັນໄປ ປະກອບມີດອກຫອນໄກ່ສີແດງ; ດອກຫອນໄກ່ສີເຫຼືອງ; ດອກຫອນໄກ່ສີບົວ ເປັນຕົ້ນ, ໂລກຫອນໄກ່ ແມ່ນພະຍາດຕິດຕໍ່ທາງເພດສໍາພັນແນວນຶ່ງ. “ຫອນ” ຍັງໃຊ້ເອີ້ນສົ້ນໄມ້ທີ່ສຸບໃສ່ໝາກຂວານ ຫຼື ຫົວຂວານອັນພົ້ນດ້າມຂວານ ອອກໄປທາງຫຼັງ ເອີ້ນວ່າ ຫອນຂວານ. ອີກຄວາມໝາຍນຶ່ງ “ຫອນ” ຍັງແມ່ນຊື່ໂຕຫອນ ຊຶ່ງເປັນສັດສີ່ຕີນຮູບຮ່າງຄ້າຍຄືໂຕເໝ້ນ ແຕ່ຂະໜາດໂຕນ້ອຍ ແລະ ເສັ້ນກວ່າເໝ້ນ ມີຂົນແຫຼມແຂງໄວ້ສໍາລັບປົກປ້ອງ ຕົວເອງ ໂຕຫອນ ມີຫາງເປັນພວງສີຂາວທີ່ປາຍ, ຕອນກາງເວັນມັກດຳລົງຊີວິດຢູ່ຕາມຮູຖ້ຳໃນປ່າອອກຫາກິນໃນເວລາກາງຄືນ, ອາຫານໄດ້ແກ່ ຮາກໄມ້, ໝາກໄມ້ ແລະ ເປືອກໄມ້.

ນອກຈາກນີ້, “ຫອນ” ຍັງໝາຍເຖິງການຮ້ອງສຽງຍາວ ແລະ ເຍືອກເຢັນ ຟັງແລ້ວຂົນລຸກ ຊຶ່ງແມ່ນອາ ການຂອງສັດໃນຕະກຸນໂຕໝາທີ່ມັກຫອນ ເພື່ອຄວາມມ່ວນຊື່ນ ຫຼື ຮຽກຫາກັນ ເອີ້ນສຽງໝາຫອນ ໂດຍ ສະເພາະແມ່ນ ໃນຊ່ວງເດືອນກັນຍາ ຫຼື ເດືອນ 9 ຂອງແຕ່ລະປີ. ອີກຢ່າງນຶ່ງ “ຫອນ” ຍັງໃຊ້ເອີ້ນເວລາ ສຽງເຄື່ອງຈັກລົດຈັກ ຫຼື ລົດໃຫຍ່ ຫຼື ເຄື່ອງຍົນຢ່າງອື່ນ ສະແດງອາການສຽງນັນແນວນຶ່ງທີ່ຜິດປົກກະຕິ ແລະ ມັກເປ່ເພໃນເວລາຕໍ່ມາ. “ຫອນ” ຍັງນິຍົມກັນເວົ້າເພື່ອເປັນຄໍາສຽດສີ ດັ່ງ ຢ່າສົນໃຈສຽງໝາເຫົ່າ ໝາຫອນ ໝາຍເຖິງບໍ່ຕ້ອງສົນຄໍາຄົນນິນທາວ່າຮ້າຍ ຫຼື ເວົ້າໃຫ້. “ຫອນ” ເວລາໄປປະສົມຄໍາອື່ນຍັງໃຫ້ ຄວາມໝາຍແຕກຕ່າງອອກໄປ ເປັນຕົ້ນ ອຸທາຫອນສອນໃຈ.

ສະນັ້ນ ເພື່ອໃຫ້ເຂົ້າໃຈການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຫອນ”.

“ຫອນ” (1. ຄໍານາມ) ໜັງ ຫຼື ຂົນທີ່ປົ່ງຂຶ້ນເທິງຫົວຂອງສັດບາງຈຳພວກ ດັ່ງ ໄກ່, ນົກຍຸງ, ນາກ ເປັນ ຕົ້ນ. ສົ້ນໄມ້ທີ່ສຸບໃສ່ໝາກຂວານອັນພົ້ນດ້າມອອກໄປທາງຫຼັງ ເອີ້ນວ່າ ຫອນຂວານ. ສັດສີ່ຕີນແນວນຶ່ງ ຄ້າຍຄືໂຕເໝ້ນ ແຕ່ໂຕນ້ອຍ ແລະ ເສັ້ນກວ່າເໝ້ນ. (2. ຄໍາກິລິຍາ) ອາການທີ່ໝາຫອນຮ້ອງສຽງຍາວ ດ້ວຍຄວາມມ່ວນຊື່ນ ຫຼື ຮຽກຫາກັນ.

ຕົວ­ຢ່າງ:

  • ໄກ່ຕໍ່ທີ່ລາຄາແພງຫຼາຍລ້ານຕ້ອງມີລັກສະນະຮູບຮ່າງທີ່ດີຕາມຕໍາລາ ເຊັ່ນ: ຫອນ, ຫົວ, ສົບ, ປີກ, ຂາ, ຕີນ, ເລັບຕີນ, ຂົນຕາມຈຸດຕ່າງໆ ລວມທັງຫາງ ແລະ ທ່າການຢືນ ພ້ອມສຽງການຂັນ.
  • ນົກຫົວຂວານ ແລະ ນົກຍຸງ ມີຫອນສວຍງາມ ດັ່ງນັ້ນຄົນຈິ່ງນິຍົມນໍາມາລ້ຽງໂຊ ເພື່ອດຶງດູດ ສາຍຕາ ແຂກ ຄົນມາຢາມ.
  • ໂຕຫອນເປັນສັດປ່າທີ່ສ່ຽງຕໍ່ການສູນພັນ ເພາະຄົນມັກລ່າມັນ ເພື່ອເອົາມາກິນ ຫຼື ບໍລິໂພກ.
  • ມື້ກ່ອນມີຄົນເສຍຊີວິດຢູ່ໃນບ້ານ ພໍຕົກຕອນເດີກໝາຫອນຄັບບ້ານ ໄດ້ຍີນແລ້ວຈັ່ງແມ່ນເປັນຕາ ຢ້ານຈົນຂົນໜາວລຸກໝົດໂຕ.

ສະຫຼຸບ.

ຄໍາວ່າ “ຫອນ” ແມ່ນມີຫຼາຍຄວາມໝາຍ ຊຶ່ງໝາຍເຖິງຫອນສັດຈໍາພວກໄກ່, ນົກຍຸງ, ນາກ ຫຼຼື ເງືອກ ເປັນຕົ້ນ. ໝາຍເຖິງສົ້ນໄມ້ທີ່ສຸບໃສ່ໝາກຂວານ ຫຼື ເຫັກຫົວຂວານ ຊຶ່ງພົ້ນດ້າມອອກໄປທາງຫຼັງ. ແມ່ນຊື່ ໂຕຫອນ ຊຶ່ງເປັນສັດສີ່ຕີນແນວນຶ່ງ ມີລັກສະນະຮູບຮ່າງຄ້າຍຄືໂຕເໝ້ນ ແຕ່ມີຂະໜາດໂຕນ້ອຍ ແລະ ເສັ້ນກວ່າເໝ້ນ. ໝາຍເຖິງສຽງຫອນ ຫຼື ຮ້ອງສຽງຍາວ ເບົາໆ ຂອງສັດ ເຊັ່ນ ໂຕໝາ, ໄຮຍີນາ ຫຼື ຫອນ ຂອງເຄື່ອງກົນຈັກຕ່າງໆ ທີ່ສະແດງອາການແຕກຕ່າງຈາກສຽງຕອນຈັກຍັງດີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo