ຄໍາວ່າ “ຈາມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຈາມ” ມີຄວາມໝາຍແນວໃດ?

ຄໍາວ່າ “ຈາມ” ໝາຍເຖິງຄົນຊົນຊາດນຶ່ງ ທີມີອານາຈັກປົກຄອງເປັນຂອງຕົນເອງໃນຫຼາຍຮ້ອຍປີກ່ອນ ຊື່ ອານະຈັກຈາມປາ, ຊຶ່ງມີອານາເຂດຕິດກັບທະເລເຂດພາກກາງຂອງຫວຽດນາມ (ເມືອງດານັງ) ມີຄວາມ ຮຸ່ງເຮືອງຊ່ວງຄຣິດສະຕະວັດທີ 2-15 ຈົນປີ ຄສ 1471 ອານາຈັກດັ່ງກ່າວໄດ້ສູ່ຮົບກັບຊົນຊາດຫວຽດນາມ ເດີມ ແຕ່ປະລາໄຊ ແລະ ລົ້ມສະຫຼາຍໃນທີ່ສຸດ ແລະ ແຕກກັນໄປຢູ່ຫຼາຍເຂດ. ປະຈຸບັນ, ຊາວຈາມສ່ວນ ໃຫຍ່ອາໃສຢູ່ພາກກາງຫວຽດນາມ ແລະ ສ່ວນນຶ່ງຢູ່ລາວ, ໄທ ແລະ ກໍາປູເຈຍ.

ນອກຈາກນີ້, “ຈາມ” ຍັງໝາຍເຖິງອາການທີ່ສະແດງອອກຂອງຄົນເຮົາຢ່າງນຶ່ງ ໃນເວລາໄດ້ກິ່ນເຜັດ, ຂິວ, ລະຄາຍເຄືອງດັງ. ໃນບາງກໍລະນີແມ່ນຢູ່ບ່ອນມຶດ ຫຼື ຮົ່ມ ແລ້ວອອກມາບ່ອນແຈ້ງມີແສງແດດກ້າກໍເຮັດໃຫ້ ຈາມໄດ້ເຊັ່ນກັນ, ລວມທັງຄົນທີ່ຈະເລີ່ມເປັນຫວັດເພາະຖືກແດດຖືກລົມ ຫຼື ບໍ່ສະບາຍ, ການຈາມອາການ ທີ່ລົມ ຫຼື ລົມ ແລະ ນໍ້າມູກທັ່ງອອກທາງດັງ, ບາງເທື່ອກໍເຮັດໃຫ້ນໍ້າລາຍຟຸ້ງອອກຈາກປາກແບບບໍ່ຕັ້ງໃຈ ໄດ້ເຊັ່ນກັນ. ການຈາມສ່ວນໃຫຍ່ຈະມັກມີສຽງ “ອາຈິວ”, “ເຮັດຈ໌” ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຈາມ”.

“ຈາມ” (1. ຄໍານາມ) ຊື່ຄົນຊາດແຂກພວກນຶ່ງ ແຕ່ບູຮານ ເຄີຍຢູ່ໃນດິນແດນພາກໃຕ້ຂອງຫວຽດນາມ ແລະ ລາວ ທຸກວັນນີ້ ເກືອບຈະສູນຊາດແລ້ວ. (2. ຄໍາກິລິຍາ) ອາການທີ່ລົມທັ່ງອອກທາງດັງ ໃນເວລາ ຖືກກິ່ນເຜັດ ຫຼື ຈະເປັນຫວັດ.

ຕົວຢ່າງ:

  • ຊາວຈາມ ເປັນຄົນທີ່ເກັ່ງໃນການເດີນເຮືອ ເພື່ອຄ້າຂາຍ ແລະ ຫາກິນລ້ຽງຊີບ ແຕ່ກໍເກັ່ງໃນການ ທໍາກະເສດອີກດ້ວຍ.
  • ໃນຊ່ວງການລະບາດຂອງພະຍາດໂຄວິດ-19 ຕ້ອງໄດ້ໃສ່ໜ້າກາກອານະໄມ ເພາະຖ້າເປັນຫວັດ ແລະ ມີອາການໄອ, ຈາມ ຈຶ່ງຈະບໍ່ແຜ່ເຊື້ອໃຫ້ຄົນອື່ນໄດ້ໄກ.

ສະຫຼຸບ.

ຄໍາວ່າ “ຈາມ” ແມ່ນຊື້ຂອງຄົນຊົນຊາດນຶ່ງທີ່ອານາຈັກປົກຄອງໄດ້ລົ້ມສະຫຼາຍໄປໃນຫຼາຍຮ້ອຍປີກ່ອນ ມີຊື່ ວ່າ “ອານະຈັກຈາມປາ”, ຊຶ່ງມີອານາເຂດຢູ່ພາກກາງຂອງຫວຽດນາມ, ຮຸ່ງເຮືອງຊ່ວງຄຣິດສະຕະວັດທີ 2-15 ແລະ ລົ້ມສະຫຼາຍຫຼັງຈາກປີ ຄສ 1471 ເພາະສົງຄາມ. ປະຈຸບັນຄົນຈາມຢັ່ງຢາຍກັນຢູ່ປະເທດຫວຽດ ນາມ, ລາວ, ໄທ ແລະ ກໍາປູເຈຍ. ນອກນີ້, “ຈາມ” ແມ່ນອາການທີ່ຄົນຈາມຍ້ອນສາເຫດຕ່າງໆ ເຮັດໃຫ້ ມີລົມ, ນໍ້າມູກທັ່ງອອກທາງດັງ, ບາງເທື່ອກໍເຮັດໃຫ້ນໍ້າລາຍຟຸ້ງອີກດ້ວຍ ແລະ ມີສຽງ “ອາຈິວ”, “ເຮັດຈ໌” ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo