ຄໍາວ່າ “ສຸດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສຸດ” ມີຄວາມໝາຍແນວໃດ?

ຄໍາວ່າ “ສຸດ” ໝາຍເຖິງສິ້ນສຸດ ຫຼື ບໍ່ມີຕໍ່ໄປ ຫຼື ໝົດ ລວມທັງ ຈົບ ຖ້າເປັນທາງສຸດແມ່ນບໍ່ມີທາງໄປຕໍ່ ອີກແລ້ວ, ຖ້າແມ່ນກໍາລັງແມ່ນໃຊ້ໝົດແຮງ, ຖ້າແມ່ນສະຕິປັນຍາແມ່ນຄິດໄຕ່ຕອງຮອບຄອບຈົນບໍ່ມີອັນ ທຽບໄດ້ແລ້ວ, ຖ້າແມ່ນຄວາມສະບາຍກໍ່ສະບາຍຫາອັນປຽບບໍ່ໄດ້, ຖ້າດີກໍດີຫາອັນປຽບບໍ່ໄດ້, ຖ້າຊົ່ວກໍ່ຫາ ອັນປຽບບໍ່ໄດ້ ເຊັ່ນ: ລໍາເລື່ອງສຸດ, ເພັງສຸດ, ວຽກສຸດ, ເຈ້ຍສຸດ, ສຸດກຳລັງ, ສຸດຄວາມຄິດ, ສຸດຄວາມສາມາດ, ສຸດຂີດ, ສຸດຂັ້ນ, ສຸດຈະທົນທານ, ສຸດຈະພັນລະນາ, ສຸດຈະລະອາຍ, ສຸດສະບາຍ, ສຸດສາຍຕາ, ສຸດຊຶ້ງ, ສຸດຊົ່ວ, ສຸດດີ ແລະ ອື່ນໆ.

ນອກຈາກນີ້, “ສຸດ” ຍັງໝາຍເຖິງຍອດໄມ້ ຫຼື ປາຍໄມ້ທີ່ບໍ່ມີໃບ ຫຼື ຍອດຕໍ່ອອກໄປອີກ ແລະ ໝາຍເຖິງ ອັນທ້າຍ ຫຼື ລ້າໝູ່ ເຊັ່ນ: ສຸດຍອດ, ສຸດກົກສຸກປາຍ, ສຸດທ້າຍ, ສຸດທ້ອງ, ສຸດລູກ, ສຸດທ້ອງເຮືອ, ຂະ

ບວນສຸດທ້າຍ ເປັນຕົ້ນ. “ສຸດ” ເວລາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງອອກໄປ ດັ່ງ ສຸດຄິດແມ່ນ ໝົດປັນຍາ, ສຸດໃຈແມ່ນພໍໃຈ ຫຼື ເຕັມໃຈແທ້. ສຸດທ້ອງແມ່ນຫຼັງໝູ່ ຫຼື ຫຼ້າໝູ່ ຫຼື ລູກຫຼ້າ. ສຸດທ້າຍແມ່ນ ປາຍ ຫຼື ລຸນໝູ່. ສະອາດ, ລ້ອນ, ແທ້. ສຸດທິແມ່ນຄວາມບໍລິສຸດ, ສຸດສະແນນແມ່ນລາຍແຄນລາຍ ນຶ່ງເອີ້ນ ລາຍສຸດສະແນນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສຸດ”.

“ສຸດ” (1. ຄໍາກິລິຍາ) ໝົດ, ສ້ຽງ, ບໍ່ມີຕໍ່ໄປ, ຈົບ. ປາຍ, ຍອດ, ທ້າຍ. ສຸດຄິດ ແມ່ນໝົດປັນຍາ, ສຸດໃຈ ແມ່ນພໍໃຈ ຫຼື ເຕັມໃຈແທ້. ສຸດທ້ອງ ແມ່ນຫຼັງໝູ່ ຫຼື ຫຼ້າໝູ່ ຫຼື ລູກຫຼ້າ. ສຸດທ້າຍ ແມ່ນປາຍ ຫຼື ລຸນໝູ່. ສະອາດ, ລ້ອນ, ແທ້.

ຕົວຢ່າງ:

  • ຫຼັງຈາກຄົນລາວ ຖືກຮຸກຮານຈາກຕ່າງຊາດມາຫຼາຍປີ ໃນທີ່ສຸດສົງຄາມໄດ້ສິ້ນສຸດລົງ ແລະ ຄົນ ລາວໄດ້ສະຖາປະນາປະເທດ ສປປ ລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975.
  • ໝາກມ່ວງໜ່ວຍນຶ່ງອອກຢູ່ໃກ້ສຸດປາຍໄມ້ສູງ ໜ່ວຍທັງໃຫຍ່ທັງງາມສະດຸດຕາ ຫຼາຍຄົນເຫັນແລ້ວ ຢາກກິນ.
  • ລະຄອນໄດ້ອອກໂທລະພາບມາຫຼາຍເດືອນໃນທີ່ສຸດກໍ່ສິ້ນສຸດດ້ວຍການແຕ່ງດອງຂອງພະເອກ ແລະ ນາງເອກ ເຮັດໃຫ້ຜູ້ຊົມທີ່ຕິດຕາມຫຼາຍຄົນດີໃຈ.

ສະຫຼຸບ.

ຄໍາວ່າ “ສຸດ” ແມ່ນບໍ່ມີຕໍ່ໄປ ຫຼື ໝາຍເຖິງຈົບ ຫຼື ໝາຍເຖິງໝົດ ນັ້ນເອງ. ນອກຈາກນີ້, “ສຸດ” ຍັງແມ່ນ ຍອດສຸດ ຫຼື ປາຍທີ່ບໍ່ມີອັນໃດໄປຕໍ່ ດັ່ງ ຍອດໄມ້, ປາຍໄມ້ ກະໃຊ້ສຸດ ເຊັ່ນກັນ. “ສຸດ” ຍັງໝາຍເຖິງ ອັນທ້າຍ, ລ້າໝູ່ ຫຼື ລຸນໝູ່.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo