ຄໍາວ່າ “ພານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພານ” ມີຄວາມໝາຍແນວໃດ?

ຄໍາວ່າ “ພານ” ແມ່ນຊື່ພາຊະນະແນວນຶ່ງທີ່ຄົນສ້າງຂຶ້ນມາ ເພື່ອເອົາສິ່ງຂອງໃສ່ ເຊັ່ນ: ພານດອກໄມ້, ພານຄໍາ, ພານເຂົ້າ, ພານນໍ້າ. ມີຫຼາຍຮູບແບບ ແລະ ສີສັນ. ແຕ່ພານເຂົ້າແມ່ນເອົາໄວ້ຕັ້ງເຄື່ອງໃສ່ເຊັ່ນ: ຖ້ວຍ, ຈານ, ຈອກ, ອາຫານກິນ ເປັນຕົ້ນ. ປະຈຸບັນແມ່ນມີການຜະລິດຫຼາຍຮູບແບບ ແລະ ມີສີສັນແຕກຕ່າງກັນອອກໄປບາງແນວມີຕີນສູງປາກກວ້າງກົ້ນຕື້ນແອວຂັນ. ມີການນໍາໃຊ້ວັດສະດຸເຮັດແຕກຕ່າງເຊັ່ນ ກັນດັ່ງ ໄມ້ປ່ອງ, ຫວາຍ, ໄມ້ແປ້ນ, ອາ ລຸຍມີນຽມ, ເຫຼັກ, ຢາງ. ໃນເມື່ອກ່ອນພານມີ ພານກະຢ່ອງ, ພານໂຕກ ເປັນຕົ້ນ.

ນອກຈາກນີ້, “ພານ” ຍັງໝາຍເຖິງນາຍພານ ຊຶ່ງເປັນຄົນທີ່ໃຊ້ອາວຸດ ຫຼື ອຸປະກອນສະເພາະ ເພື່ອຊອກ ຫາຢູ່ຫາກິນດ້ວຍການລ່າເນື້ອ ແລະ ຍິງສັດ ເປັນອາຫານ ບາງເຂດເອີ້ນ ພານປ່າ. ພ້ອມນັ້ນ ຍັງມີພານ ຫາປາອີກດ້ວຍ. “ພານ” ຍັງແມ່ນຄຶງການໄວ້ ຫຼື ລັດ ຫຼື ບ່ອນມີເຊືອກຄຶງ. “ພານ” ຍັງໝາຍເຖິງໄດ້ພົບ ພໍ້ກັນ, ໄດ້ພົບເຫັນ ຫຼື ປະສົບ ອີກດ້ວຍ. ອີກຄວມໝາຍນຶ່ງ “ພານ” ໝາຍເຖິງອັນຕະພານ ຊຶ່ງເປັນຄົນ ຊົ່ວ ເປັນຄົນບໍ່ດີ ຫຼື ເປັນຄົນໂຫດຮ້າຍ ທີ່ສັງຄົມບໍ່ຕ້ອງການໃຫ້ມີ ແລະ ຕ້ອງການ ຊຶ່ງມີຄໍາເວົ້າທີ່ວ່າ “ຄົບຄົນພານ ພາໄປຫາຜິດ ຄົບບັນດິດພາໄປຫາຖືກ”

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພານ”.

“ພານ” (1. ຄໍານາມ) ຊື່ພາຊະນະແນວນຶ່ງທີ່ມີຕີນສູງ ປາກກວ້າງ ກົ້ນຕື້ນແອວຂັນ. ຄົນຜູ້ຫາກິນໃນທາງ ຍິງສັດ ຫຼື ຫາປາ ຮຽກວ່າ ນາຍພານ. (2. ຄໍາກິລິຍາ) ຄຶງການໄວ້, ການ, ລັດ, ຜ່ານ, ບ່ອນມີເຊືອກຄຶງ ໄວ້, ຜິດ, ກໍ່ໃຫ້ເກີດເຫດຂຶ້ນ. ພົບ, ປະສົບ, ພໍ້, ເຫັນ. (2. ຄໍາກິລິຍາວິເສດ) ໂງ່, ຊົ່ວ, ບໍ່ດີ, ຮ້າຍ.

ຕົວຢ່າງ:

  • ຮອດໂມງກິນເຂົ້າແລງແລ້ວ, ເອົາພານເຂົ້າລົງມາເອົາຖ້ວຍຕັກແກງ ແລະ ຈານໃສ່ຜັກຊຸບແລ້ວໃສ່ ພານໄວ້ເດີ.
  • ເຫິງແລ້ວບໍ່ພານພໍ້ ເຈົ້າຢູ່ໄປໃສ, ຖ້າເທື່ອໜ້າຈະໄປທາງໃດໃຫ້ແຈ້ງກັນຮູ້ນໍາແດ່ພໍຊິໄດ້ຕິດຕໍ່ກັນ.
  • ໃນເມື່ອກ່ອນມີອັນຕະພານຫຼາຍກຸ່ມ ສ່ວນໃຫຍ່ແບ່ງເປັນບ້ານ ມີການຕີກັນຢູ່ເລື້ອຍໆ ຈົນຕໍາຫຼວດ ເຂົ້າມາປາບປາມຈິ່ງເຮັດໃຫ້ໝົດໄປຈາກສັງຄົມ.

ສະຫຼຸບ.

ຄໍາວ່າ “ພານ” ແມ່ນພາຊະນະທີ່ຄົນສ້າງຂຶ້ນມາ ຫຼື ເອີ້ນ “ພາ” ມີ ພານດອກໄມ້, ພານຄໍາ, ພານເຂົ້າ (ພານເຂົ້າພານນໍ້າ). ມີຫຼາຍຮູບແບບ ຂຶ້ນກັບວັດຖຸປະສົງການໃຊ້. ເມື່ອກ່ອນມັກເອີ້ນພານກະຢ່ອງ, ພານໂຕກ ເປັນຕົ້ນ. “ພານ” ແມ່ນນັກລ້າເນື້ອ ໂດຍລວມເອີ້ນນາຍພານ ແຕ່ຖ້າຫາກິນຢູ່ໃນປ່ມັກເອີ້ນ ພານປ່າ ໃຊ້ອາວຸດ ຫຼື ອຸປະກອນພິເສດໃນການລ່າສັດ. ແຕ່ຍັງມີພານຫາປາອີກດ້ວຍ. “ພານ” ຍັງໝາຍເຖິງຄຶງໄວ້ ຫຼື ບ່ອນມີເຊືອກຄຶງ. ນອກຈາກນັ້ນ, “ພານ” ຍັງແມ່ນການພົບພໍ້ກັນ ຫຼື ປະສົບ ອີກດ້ວຍ. ອີກຄວາມ ໝາຍນຶ່ງ “ພານ” ໝາຍເຖິງອັນຕະພານ ຫຼື ຄົນຊົ່ວຄົນບໍ່ດີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo