ຄໍາວ່າ “ງາ” ແລະ “ງ່າ” ມີຄວາມໝາຍຄືກັນຕ່າງ​ກັນ​ແນວ​ໃດ?

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ງາ” ແລະ “ງ່າ”

ຄໍາວ່າ “ງາ” ແລະ “ງ່າ” ມີການອອກສຽງໃກ້ຄຽງກັນມີພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ມີຄວາມໝາຍແຕກຕ່າງກັນອອກໄປດັ່ງນີ້.

ຄໍາວ່າ “ງາ” ແມ່ນຊື່ຂອງແຂ້ວຍາວປົ່ງອອກຈາກປາກສັດ ເຊັ່ນ: ຊ້າງ, ອ່ຽນ ເປັນຕົ້ນ. ສໍາລັບຊ້າງອາຊີ ມີແຕ່ໂຕຜູ້ທີ່ມີງາ ແຕກຕ່າງຈາກຊ້າງອາຟາລິກກາ ທີ່ມີງາທັງໂຕຜູ້ ແລະ ແມ່. ງາ ແມ່ນຂອງມີຄ່າ ແລະ ເປັນສິ່ງມຸງຄູນທີ່ຫຼາຍຄົນເຊື່ອວ່າຖ້າມີໄວ້ຄອບຄອງຖືວ່າໃຫ້ໂຊກ ແລະ ມີບາລະມີ ບໍ່ວ່າຈະເປັນງາຊ້າງ, ງາອ່ຽນ ລວມທັງແຂ້ວໝູຕັນ.

“ງາ” ຍັງໝາຍເຖິງງາຂ້ອງ, ງາໄຊ, ງາລອບ ຊຶ່ງເປັນອຸປະກອນທີ່ມະນຸດ ສ້າງຂຶ້ນເພື່ອກັກ ຫຼື ຈັບສັດໃສ່ ຫຼື ດັກເອົາສັດໂດຍສະເພາະແມ່ນສັດນໍ້າ ຊຶ່ງໃນເມື່ອກ່ອນແມ່ນນິຍົມກັນ ເອົາໄມ້ມາຖັກເຮັດ ແຕ່ປະຈຸບັນແມ່ນໄດ້ມີການນໍາໃຊ້ວັດສະດຸຫຼາຍຢ່າງເຮັດແລ້ວແຕ່ສະດວກ. ງາມີຮູບ ຮ່າງປາກກວ້າງທາງກົ້ນແຄບລົງສໍາລັບສັດເຂົ້າໄປແລ້ວອອກບໍ່ໄດ້. ນອກຈາກນີ້, “ງາ” ຍັງແມ່ນຊື່ຕົ້ນໄມ້ແນວນຶ່ງມີເມັດເມັດນ້ອຍໆ ເອີ້ນເມັດງາ, ເມັດງາມີ 2 ສີ ຄືສີດໍາ ແລະ ສີຂາວ.

SA Game
DooDiDo

ງາ ປະກອບມີງາທີ່ມີເທັດສ້ວຍແຫຼມ ແລະ ງາໝ່ວຍມົນ (ເອີ້ນງາຂີ້ມ້ອນ ຫຼື ບາງເຂດ ເອີ້ນງາບ່າຍເຂົ້າ ຫຼື ງາແດກເຂົ້າ). ງາເປັນທັນຍາພຶດທີ່ມີຄຸນປະໂຫຍດທາງໂພສະນາການສູງ ລວມທັງ ແວດວົງການແພດຍັງໃຊ້ປະໂຫຍດຈາກງາອີກດ້ວຍ ມີຫຼັກຖານການປູກງາຫຼາຍກວ່າ 2,500 ປີ ກ່ອນ ຄ.ສ ອີກດ້ວຍ. ນໍ້າມັນງາມີກົດໄຂມັນອີ່ມຕົວສູງ ໄດ້ແກ່ ໂອ້ເມກາ ຊຶ່ງສູງກວ່າປາທະເລອີກ. ງາຊ່ວຍບໍາ ລູງຮ່າງກາຍ, ຜິວພັນ, ກະດູກ, ເລັບ, ຊ່ວຍລະບົບຄັບຖ່າຍ, ຊ່ວຍບໍາລູງປະສາດສະໝອງ ແລະ ອື່ນໆ ຢ່າງຫຼວງຫຼາຍ. ອີກຄວາມໝາຍນຶ່ງ “ງາ” ຍັງແມ່ນການຍົກຄ້ອນຕີຂຶ້ນ ຫຼື ງາມືຂຶ້ນ ເພື່ອຈະຕີ ຫຼື ຕົບ ບາງເຂດກໍເອີ້ນເງືອດມີ ຫຼື ງ້າງມືຂຶ້ນ ເພື່ອຕົບຕີນັ້ນເອງ.

ຄໍາວ່າ “ງ່າ” ແມ່ນກິ່ງໄມ້ ທີ່ປົ່ງອອກຈາກລໍາຂອງຕົ້ນໄມ້ ຊຶ່ງງ່າທີ່ປົ່ງອອກທໍາອີດເອີ້ນ ງ່າເຄົ້າ ຫຼື ງ່າກົກ ງ່າມີງ່ານ້ອຍງ່າໃຫຍ່ແລ້ວແຕ່ສະພາບແວດລ້ອມຂອງຕົ້ນໄມ້ທີ່ເກີດ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າ “ງາ”

“ງາ” ໝາຍເຖິງ (1. ຄໍານາມ) ແຂ້ວຍາວທີ່ປົ່ງອອກຈາກປາກຊ້າງ. ສ່ວນນຶ່ງຂອງເຄື່ອງຫ້າງເອົາສັດຖັກໃຫ້ທາງ ປາກກວ້າງທາງກົ້ນແຄບລົງສໍາລັບສັດເຂົ້າໄປແລ້ວອອກບໍ່ໄດ້ ດັ່ງ ງາລອບ, ງາໄຊ ເປັນຕົ້ນ. ຕົ້ນໄມ້ແນວ ນຶ່ງເມັດນ້ອຍໆ ໃຊ້ເຮັດນໍ້າມັນ ແລະ ປະສົມອາຫານໄດ້ ມີສອງແນວຄື ງາດໍາ ແລະ ງາຂາວ. (2. ຄໍາກິລິຍາ) ເງືອດມື ຫຼື ຄ້ອນຕີຂຶ້ນເພື່ອຈະຕີ, ເງືອດ, ງ້າ.

ຕົວຢ່າງ:

  • ຊ້າງອາຊີແມ່ນມີແຕ່ໂຕຜູ້ທີ່ມີງາ ແຕກຕ່າງກັບຊ້າງອາຟາລິກກາທີ່ໂຕຜູ້ ແລະ ໂຕແມ່ແມ່ນມີງາຄືກັນ.
  • ສຸພາສິດລາວເວົ້າວ່າ “ລ້ຽງຊ້າງເຖົ້າ ຂາຍງາໄດ້ກິນຄ່າ ລ້ຽງຊ້າງນ້ອຍ ຕາຍຈ້ອຍຄ່າບໍ່ມີ” ໝາຍເຖິງ ການລົງທຶນເພື່ອໃຫ້ໄດ້ກຳໄລຍັງບໍ່ພໍຕ້ອງຮູ້ຈັກຄວາມສ່ຽງ ເພື່ອຜົນສຳເລັດ.
  • ເວລາໃສ່ໄຊເອົາປາ ຖ້າປາເຂົ້າຜ່ານງາໄຊລົງໄປທ້ອງໄຊຢ່າຄິດວ່າຊິອອກໄດ້ຈົນກວ່າຈະປົດງາ ໄຊ ຫຼື ຈົກເອົາປາອອກ.
  • ເວລາເຮັດຊູບຜັກໃຫ້ຕໍາງາຂົ້ວໃສນໍາ ເພາະເຮັດໃຫ້ມີກີ່ນຫອມ ແລະ ຊວນຮັບປະທານ ແຕ່ຫຼາຍ ກວ່ານັ້ນແມ່ນງາມີຄຸນປະໂຫຍດຫຼາຍຢ່າງ.
  • ລາວງາຂວານຂຶ້ນຟ້າ ແລ້ວຜ່າລົງສຸດແຮງ ເຮັດໃຫ້ທ່ອນໄມ້ຟືນແຕກອອກເປັນ 2 ປ່ຽງ ບາດດຽວ.
  • ເວລາຜູ້ຍິງຕີກັນມັກງາມືຕົບກັນ ແລະ ມັກດຶງຜົມຝ່າຍກົງກັນຂ້າມຢ່າງບ້າຄັ່ງ ພ້ອມທັງມັກຮ້ອງໃສ່ກັນ ຈົນສຽງຫູດັບຕັບໄມ້.

ຄວາມໝາຍຄຳວ່າງ່າ”.

“ງ່າ” (1. ຄໍານາມ) ສ່ວນທີ່ປົ່ງອອກຈາກລໍາຂອງຕົ້ນໄມ້, ກິ່ງໃຫຍ່. ງ່າເຄົ້າ ແມ່ນງ່າກົກ ຫຼື ກິ່ງໃຫຍ່ ຫຼື ງ່າທີ່ ເກີດກ່ອນ.

ຕົວຢ່າງ:

  • ພໍຮອດຍາມເຂົ້າສຸກ ນົກຈັບງ່າໄມ້ຢູ່ກາງທົ່ງນາ ເສັງກັນຮ້ອງຫາຄູ່ ຟັງແລ້ວເປັນຕາອອນຊອນ.
  • ການຮຽນວິຊາປູກຝັງ-ລ້ຽງສັດ ແມ່ນໄດ້ຮຽນການຕໍ່ກິ່ງຕໍ່ງ່າ, ການຊໍາກິ່ງຊໍາງ່າ, ການໂທມກິ່ງໂທມງ່າ ແລະ ອື່ນໆ.

ສະຫຼຸບ.

ຄໍາວ່າ “ງາ” ແລະ “ງ່າ” ການອອກສຽງໃກ້ຄຽງກັນກໍຕາມແຕ່ມີຄວາມໝາຍແຕກຕ່າງກັນຄົນລະແນວ ຄໍາວ່າ “ງາ” ໝາຍເຖິງແຂ້ວ ຫຼື ກະດູກສັດທີ່ປົ່ງຍາວອອກຈາກປາກເປັນຕົ້ນ: ງາຊ້າງ, ງາຊ້າງນໍ້າ, ງາ ອ່ຽນ. “ງາ” ໝາຍເຖິງງາຂ້ອງ ເປັນເຄື່ອງຂັງສັດບໍ່ໃຫ້ອອກເຊັ່ນ: ປູ, ປາ, ກຸ້ງ, ຫອຍ, ກົບ, ຂຽດ. ງາ ໄຊ, ງາລອບ ເປັນເຄື່ອງຫ້າງເອົາສັດຖັກໃຫ້ທາງປາກກວ້າງທາງກົ້ນແຄບລົງ ສໍາລັບສັດເຂົ້າໄປແລ້ວອອກ ບໍ່ໄດ້. “ງາ” ຍັງແມ່ນຕົ້ນງາ ມີເມັດນ້ອຍໆ ໃຊ້ບໍລິໂພກ ແລະ ສະກັດເອົານໍ້າມັນເພື່ອໃຊ້ປະໂຫຍດ ມີ ງາ ດໍາ ແລະ ງາຂາວ ຖ້າເມັດມົນໆ ເອີ້ນງາຊີ້ມ້ອນ ຫຼືງາມ້ອນ ຫຼື ງາບ່າຍເຂົ້າ ຫຼື ງາແດກເຂົ້າ. ອີກຢ່າງນຶ່ງ “ງາ” ໝາຍເຖິງການື ຫຼື ເງືອດມື ເພື່ອຕີ ຫຼ ຕົບ ຫຼື ການຍົງຄ້ອນຕີຂຶ້ນເພື່ອຈະຕີ ຫຼື ຕອກ. ສ່ວນຄໍາວ່າ “ງ່າ” ແມ່ນງ່າໄມ້ ຫຼື ກິ່ງໄມ້ ຊຶ່ງເປັນສ່ວນທີ່ປົ່ງ ອອກຈາກລໍາຕົ້ນຂອງຕົ້ນໄມ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo