ຄໍາວ່າ “ເຊ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເຊ” ມີຄວາມໝາຍແນວໃດ?

ຄໍາວ່າ “ເຊ” ແມ່ນຊື່ເອີ້ນຢ່າງນຶ່ງຂອງແມ່ນໍ້າ ຫຼື ລາທານ ຊຶ່ງເຮົາມັກໄດ້ຍີນເລື້ອຍໆວ່າ ແມ່ນໍ້າລໍາເຊ ຢູ່ ປະເທດລາວສ່ວນໃຫຍ່ແມ່ນພາກກາງຫາພາກໃຕ້ ທີ່ມັກໄດ້ຍີນການເອີ້ນແມ່ນໍ້າວ່າເຊ ເຊັ່ນ: ເຊບັ້ງໄຟ ເປັນແມ່ນ້ຳຍາວ 239 ກິໂລແມັດ ເກີດຢູ່ສາຍພູຫຼວງ ເຂດເມືອງບົວລະພາ ແຂວງຄໍາມ່ວນ ໄຫຼປ່ອງໃສ່ແມ່ນ້ຳຂອງຢູ່ທາງໃຕ້ເມືອງໜອງບົກ ແຂວງຄຳມ່ວນ. ເຊບັ້ງໄຟມີສາຂາຫຼາຍສາຂາ ເປັນຕົ້ນແມ່ນເຊນ້ອຍ ໄຫຼຜ່ານເຂດພູມສັນຖານຫີນປູນ ແຂວງຄຳມ່ວນ ແລະ ສະຫວັນນະເຂດ.

ເຊບັ້ງຫຽງ ໄຫຼຜ່ານ ແຂວງສະ ຫວັນນາເຂດ ຍາວທັງໝົດ 338 ກິໂລແມັດ. ເຊລະນອງ ເປັນສາຂາຂອງເຊບັ້ງຫຽງ ມີຄວາມຍາວ 115 ກິໂລແມັດ ໄຫຼມາຈາກເມືອງ ເຊໂປນ ຜ່ານເມືອງພິນ ເມືອງນອງ ແຂວງສະຫວັນນາເຂດ ລົງສູ່ເມືອງຕະ ໂອ້ຍ ແຂວງວສາລະວັນ. ເຊໂດນ ໄຫຼຜ່ານແຂວງສາລະວັນ ແລະ ຈໍາປາສັກ ມີຄວາມຍາວ 192 ກິໂລ ແມັດ. ເຊກອງ ໄຫຼຜ່ານແຂວງສາລະວັນ ຫາ ເຊກອງ ຫາ ອັດຕະປື ລົງສູ່ແມ່ນໍ້າຂອງຢູ່ປະເທດກໍາປູເຈຍ ຍາວ 320 ກິໂລແມັດ. ນອກຈາກນັ້ນ, ຍັງມີ ເຊລະບໍາ, ເຊປຽນ, ເຊນໍ້ານ້ອຍ ແລະ ອື່ນໆ.

SA Game
DooDiDo

ນອກຈາກນີ້, “ເຊ” ຍັງໝາຍເຖິງຕັ້ງທ່າບໍ່ຢູ່ທ່ຽງ ຫຼື ເນີ້ງໄປມາ ຫຼື ຢືນບໍ່ໝັ້ນຄົງ ເພາະຄວາມເມົາ, ຄວາມ ມື່ນ, ຄວາມເຈັບ, ວິນຫົວ, ຂາບໍ່ແຂງ ຫຼື ເກີດໃໝ່ ຊຶ່ງບໍ່ສາມາດຈຶ້ງໂຕໄດ້ດ້ວຍໂຕເອງເຊັ່ນ: ຄົນເມົາເຫຼົ້າ ເດີນເຊໄປມາ ແລະ ລົ້ມລົງຂ້າງທາງ, ຄວາຍນ້ອຍເກີດໃໝ່ຍ່າງເຊຊ້າຍເຊຂວາ, ທາງມື່ນຕົມເຮັດໃຫ້ຄົນ ຍ່າງພະລາດເຊໄປເຊມາຄືຊິລົ້ມ, ຍ້ອນແລ່ນ ໄວຫຼາຍເລີຍເຮັດໃຫ້ຄຸມການຊົງຕົວບໍ່ໄດ້ເຊຊະຊູ້ຊູຊາຍ ເປັນ ຕົ້ນ. ພ້ອມນັ້ນ, ຍັງໄດ້ຍີນເລື້ອຍໆວ່າເຊຊວນ ຊຶ່ງໝາຍວ່າແມ່ນການໄປມາບໍ່ທ່ຽງຂອງຄົນ ແລະ ສັດ (ເກືອບລົ້ມ). ເຊຕະວັນ ແມ່ນຊື່ວັດສໍາຄັນໃນນະຄອນ ສາວັດຖີ ເປັນບ່ອນພະພຸດທະເຈົ້າປະທັບຫຼາຍກວ່າ ທຸກບ່ອນ. ຊັດເຊພະເນຈອນ ໝາຍວ່າໄປແບບບໍ່ມີຈຸດໝາຍປາຍທາງ ຫຼື ແບບບໍ່ມີເປົ້າໝາຍ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເຊ”.

“ເຊ” (1. ຄໍານາມ) ແມ່ນໍ້າ, ລໍາທານ. (2. ຄໍາກິລິຍາ) ຕັ້ງຢູ່ບໍ່ທ່ຽງ. ເນີ້ງ.

ຕົວຢ່າງ:

  • ເຊກອງ ແມ່ນແມ່ນໍ້າສາຍສໍາຄັນສາຍນຶ່ງຕໍ່ຄົນຢູ່ແຂວງພາກໃຕ້ ແລະ ປຽບສະເໝືອນເສັ້ນເລືອດ ຫຼໍ່ລ້ຽງຄົນທີ່ອາໃສຢູ່ສອງຝັ່ງເຊດັ່ງກ່າວ.
  • ເຂື່ອນໄຟຟ້າເຊລະບໍາແມ່ນເຂືອນທີ່ສ້າງຂຶ້ນໃນຍຸກຕົ້ນໆຂອງລາວ ຊຶ່ງສະໄໝກ່ອນຖືວ່າ
  • ເຊເສັດ ຕັ້ງຢູ່ແຂວງສາລະວັນ ຊຶ່ງໄດ້ມີການສ້າງເຂື່ອນໄຟຟ້າຫຼາຍແຫ່ງ ເຊັ່ນ: ເຊເສັດ 1 ກໍາລັງຕິດຕັ້ງ 45 MW, ເຊເສັດ 2 ກໍາລັງຕິດຕັ້ງ 76 MW ເປັນຕົ້ນ.
  • ລູງຂີ້ເມົາດື່ມເຫຼົ້າທຸກມື້ ແຕ່ລະເຊົ້າຍ່າງເຊຊ້າຍເຊຂວາ ໄປມາຄືຊິລົ້ມ ແຕ່ພັດບໍ່ລົ້ມ ທັງຈົ່ມທັງວ່າ ອີ່ຫຍັງບຸ ຟັງແລ້ວບໍ່ເຂົ້າໃຈ.
  • ຍ້ອນສົງຄາມກາງເມືອງຢູ່ປະເທດອັບຟະການິສະຖານ ເຮັດໃຫ້ຫຼາຍໝື່ນຄົນຕ້ອງໜີຕາຍ ແລະ ອົບພະຍົບເຊັດເຊພະເນຈອນອອກນອກປະເທດ ຢ່າງບໍ່ມີຈຸດໝາຍ.
  • ຄວາຍນ້ອຍເກີດໃໝ່ຍ່າງເຊໄປເຊມາ ນໍາກົ້ນແມ່ມັນ ເບີ່ງແລ້ວເປັນຕາໜ້າຮັກໜ້າເອັນດູ.

ສະຫຼຸບ.

ຄໍາວ່າ “ເຊ” ໝາຍເຖິງແມ່ນໍ້າລໍາທານ ຊຶ່ງເປັນການເອີ້ນຂອງຄົນລາວ ສ່ວນໃຫຍ່ແມ່ນຢູ່ແຂວງພາກກາງ ແລະ ແຂວງພາກໃຕ້ ເຊັ່ນ: ແຂວງຄໍາມ່ວນ, ແຂວງສະຫວັນນາເຂດ, ແຂວງສາລະວັນ, ແຂວງເຊກອງ ແຂວງຈໍາປາສັກ ແລະ ແຂວງອັດຕະປື ຊຶ່ງເຊທີ່ສໍາຄັນໄດ້ແກ່ ເຊບັ້ງໄຟ, ເຊບັ້ງຫຽງ, ຄົງເຊໂດນ, ເຊຂະ ໝາຍ, ເຊກອງ ເປັນຕົ້ນ. ນອກຈາກນັ້ນ, ຍັງໝາຍເຖິງການເຊໄປເຊມາ ຫຼື ຢືນບໍ່ທ່ຽງ ແບບຊົງຕົວບໍ່ຢູ່ ຫຼື ເນີ້ງໄປເນີ້ງມາຍ້ອນສາເຫດໃດນຶ່ງ ດັ່ງ ເມົາ, ມື່ນ, ວິນຫົວ, ຂາບໍ່ແຂງ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo