ຄໍາວ່າ “ເບັດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເບັດ” ມີຄວາມໝາຍແນວໃດ?

ຄໍາວ່າ “ເບັດ” ແມ່ນເຄື່ອງມືຫາປາຊະນິດນຶ່ງ ຊຶ່ງສ່ວນປະກອບແມ່ນມີ: ຄັນເບັດ ເປັນຄັນຍາວ ເຮັດດ້ວຍ ໄມ້ ຫຼື ວັດສະດຸຢ່າງອື່ນ, ສາຍເບັດ ເປັນສາຍຍາວ ເຮັດດ້ວຍໄໝນິລົງ ຫຼື ສາຍຢ່າງພາລາສະຕິກ, ປ່ອມ ເບັດ ຫຼື ຕ້າງເບັດ ອາດເຮັດດ້ວຍຟອງນໍ້າ ຫຼື ວັດສະດຸແນວອື່ນເປັນຕ້າງນ້ອຍໆ ເພື່ອໃຫ້ສາມາດສັງເກດ ໄດ້ເວລາປາກິນ ຊຶ່ງມັນຈະຕີງຕາມການດຶ່ງຂອງປາ, ຂໍເບັດ ເປັນຂໍ ແລະ ມີຫງ່ຽງ ເຮັດຈາກເຫຼັກ ຫຼື ທອງ ປະສົມ ເພື່ອເອົາເຫຍື່ອສຽບໃສໃຫ້ປາກິນ ຊຶ່ງສາມາດ ເກາະປາຢູ່ ແລະ ບໍ່ຫຼຸດ.

ສະໄໝກ່ອນເບັດທີ່ນິຍົມ ກັນເຮັດຄື: ເບັດປັກ ເປັນເບັດທີ່ມີຄັນ ແລະ ສາຍສັ້ນ ເວລາໄປໃສ່ແມ່ນເອົາໄປປັກແຄມໜອງ ຫຼື ຄັນນາ, ເບັດຊິດ ແມ່ນເບັດທີ່ມີຄັນ ແລະ ສາຍຍາວ ເພື່ອໃຫ້ສາມາດໂຍນເຫຍື່ອໄດ້ໃກຂຶ້ນ ໃນປະຈຸບັນນີ້ແຮງທັນ ສະໄໝ ເພາະເບັດຊິດມີກໍ້ສາຍເບັດຍາວ ໂດຍສາມາດແກ່ງເຫຍື່ອໄປໄກຫຼາຍສິບແມັດ ແລະ ມີກໍ້ສານເບັດ ເພື່ອສະດວກໃນການກູ້ສາຍເບັດກັບຄືນ. ນອກຈາກນັ້ນ, ຍັງມີເບັດສາຍ ຊຶ່ງເປັນເບັດທີ່ມີການໃສ່ຂໍເບັດ ຫ່າງກັນຫຼາຍໆຈຸດ ແລະ ມັກນິຍົມກັນໃສ່ເບັດສະນິດນີ້ຢູ່ຕາມແມ່ນໍ້າລໍາເຊ ຫຼາຍກວ່າໃສ່ຢູ່ໜອງ.

SA Game
DooDiDo

ນອກຈາກນີ້, “ເບັດ” ຍັງໝາຍເຖິງການເຮັດໃຫ້ຊື່ ຫຼື ເຮັດໃຫ້ທ່ຽງ ຫຼື ຂະໜາບເຊັ່ນ: ເບັດເຫຼັກເສັ້ນທີ່ຄົດ ໃຫ້ຊື່, ເບັດໄມ້ທີ່ເຫຼົາໃຫ້ຄົດເພື່ອເຮັດຂອບກະດົ້ງ. “ເບັດ” ຍັງໝາຍເຖິງປະສົງ ຫຼື ຕັ້ງໜ້າໃສ່ ດັ່ງ ເບັດເຮືອ ໃຫ້ໄປຕາມແລວນໍ້າທີ່ບໍ່ມີໂງ່ນຫີນ, ເບັດລົດໄຖໃຫ້ໄຖຖືກແລວ, ເບັດໜ້າໃສ່ວຽກໃຫ້ແລ້ວຢ່າສົນກັບສິ່ງອື່ນ. ພໍ່ແມ່ສອນຢ່າເບັດໜ້າໜີ ເປັນຕົ້ນ. ອີກຄວາມໝາຍນຶ່ງ “ເບັດ” ແມ່ນການດັດ ເຊັ່ນ: ດັດນິດໃສໃຫ້ເປັນ ຄົນດີ, ດັດນິດໃສໃຫ້ປ່ຽນແປງ. “ເບັດ” ເວລານໍາໄປບວກກັບຄໍາອື່ນຍັງໃຫ້ຄວາມໝາຍແຕກຕ່າງໄປ ຄື ເບັດເສັດ ແມ່ນຊື່ພາສີຂອງຕ່າງໆເອີ້ນ ພາສີເບັດເສັດ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າເບັດ”.

“ເບັດ” (1. ຄໍານາມ) ເຄື່ອງມືສໍາລັບເອົາປາ ຮູບເປັນຂໍປາຍແຫຼມເອົາເຫຍື່ອສຽບໃສ່ເບັດແລ້ວໃຫ້ປາກິນ. (2. ຄໍາກິລິຍາ) ເຮັດໃຫ້ຊື່, ເຮັດໃຫ້ທ່ຽງ, ຂະໜາບ, ຊື່, ແຍງ, ປະສົງ, ຕັ້ງໜ້າໃສ່. ດັດ

ຕົວຢ່າງ:

  • ການໃສ່ເບັດປັກແມ່ນສະດວກດີ ເພາະເອົາໄປປັກຕາມຄັນນາໄວ້ ມື້ອື່ນເຊົ້າຈິ່ງໄປຢາມ ແຕ່ຈຸດ ເສຍ ແມ່ນມັກມີຄົນໄປລັກ ແລະ ປາທີ່ໄດ້ມັກຕາຍກ່ອນເຮັດໃຫ້ປາບໍ່ສົດ.
  • ວານນີ້ລາວໄປຊິດເບັດຢູ່ນໍ້າງື່ມ ຍ້ອນມີເຫຍື່ອເບັດດີ ຈິ່ງເຮັດໃຫ້ໄດ້ປາເຕັມຂ້ອງກັບເຮືອນດ້ວຍສີ ໜ້າເບີກບານ.
  • ນາຍຊ່າງເຮັດລວດລາຍກັນໂຈນປ່ອງຢ້ຽມໄດ້ງາມຫຼາຍ ເພາະມີການເບັດເຫຼັກສະແຕນເລດ ເພື່ອ ເຮັດເປັນຮູບຮ່າງດອກໄມ້ຕ່າງໆ.
  • ຊ່າງເຮັດເຖີນິເຈີ ເບັດເຄືອຫວາຍ ເພື່ອເຮັດໂຄງໂຕະ ແລະ ຕັ່ງ ດ້ວຍການໃຊ້ຄວາມຮ້ອນດາດ ເປັນຈຸດ.
  • ໃນເມື່ອກ່ອນລາວເຄີຍເປັນນັກເລງ ແຕ່ຍ້ອນໄດ້ຮັບການເບັດນິດໃສ ຫຼື ດັດນິດໃສ ຈາກຄຸກ ແລະ ສອນວິຊາຊີບໃຫ້ ເຮັດໃຫ້ລາວປ່ຽນແປງ ແລະ ກາຍເປັນຄົນດີ ມີຢູ່ມີກິນ.

ສະຫຼຸບ.

ຄໍາວ່າ “ເບັດ” ແມ່ນອຸປະກອນຫາກິນແນວນຶ່ງ ຊຶ່ງເປັນເຄື່ອງມືຫາປາ ເບັດປະກອບມີ ຄັນເບັດ ແມ່ນ ບ່ອນຈັບ ແລະ ຊິດ, ສາຍເບັດ ແມ່ນສາຍເພື່ອໃຫ້ສາມາດຊິດສົ່ງເຫຍື່ອໄປ, ປ່ອມເບັດ ຫຼື ຕ້າງເບັດ ເພື່ອໃຫ້ຮູ້ເວລາປາກິນເບັດ, ຂໍເບັດ ຊຶ່ງແມ່ນບ່ອນເກາະເຫຍື່ອ. “ເບັດ” ຍັງໝາຍເຖິງການເຮັດໃຫ້ຊື່ ຫຼື ເຮັດໃຫ້ທ່ຽງ ຫຼື ຂະໜາບ. ພ້ອມກັນນັ້ນ, ຍັງໝາຍເຖິງແຍງ ຫຼື ປະສົງ ຫຼື ຕັ້ງໜ້າໃສ່. ອີກຄວາມໝາຍ ນຶ່ງແມ່ນການດັດ ດັ່ງ ດັດນິດໃສ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo