ຄຳວ່າ “ກາ” ແລະ “ກ້າ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ກາ” ແລະ ກ້າ”.

ຄໍາວ່າ ​“ກາ” ແລະ ຄໍາວ່າ ​“ກ້າ” ສອງຄໍານີ້ມີຄວາມໝາຍແຕກຕ່າງກັນ ແຕ່ການອອກສຽງໃກ້ຄຽງກັນແຕກຕ່າງຂອງການອອກສຽງສູງ ກັບສຽງຕໍ່າ.

ຄໍາວ່າ ​“ກາ” ໝາຍເຖິງຊື່ນົກແນວນຶ່ງເອີ້ນວ່າ ໂຕກາ ຫຼື ນົກກາ ເປັນສັດກິນຊາກສັດຕາຍຄົນສ່ວນໃຫຍ່ ຖືວ່າເປັນສັດອັບປະມຸງຄຸນ. ເປັນຊື່ຂອງຫຼາຍແນວອີກດ້ວຍເປັນຕົ້ນ ໝໍ້ກາ, ການໍ້າກາຈໍ້າ, ກາຂິດຂ້າ.

ຄໍາວ່າ ​“ກ້າ” ໝາຍເຖິງຕົ້ນເຂົ້າທີ່ຫວ່ານໄວ້ຖີ່ໆສໍາລັບຫຼົກໄປດຳ ຫຼື ພືດອ່ອນໆ ທີ່ໄດ້ຈາກການເອົາເມັດພືດຜັກຕ່າງໆ ຫວ່ານໄວ້ ເພື່ອຫຼົກໄປປູກໃໝ່. ໝາຍເຖິງຄວາມກ້າຫານ ຫຼື ບໍ່ຢ້ານກົວ. ນອກຈາກນັ້ນ, ຍັງໝາຍເຖິງຄວາມແຂງແກ່ນເຊັ່ນ: ເຫຼັກກ້າ, ພູເຂົາກ້າ ເປັນຕົ້ນ.

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ສອງຄໍາດັ່ງກ່າວໃຫ້​ຫຼາຍຂຶ້ນ​ເຮົາມາເບີ່ງນໍາກັນດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ກາ”.

“ກາ” (1. ຄໍານາມ) ສັດມປີກຈຳພວກນຶ່ງຂົນສີດໍາ ຮ້ອງກາໆ, (2. ຄໍານາມ) ຊື່ເຄື່ອງໝາຍຮູບ (+) ຊຶ່ງຕັດມາຈາກຄໍາວ່າກາປະທະ (ຕີນກາ) (3. ຄໍານາມ) ໝໍ້ຕົ້ມນໍ້າ (ເອີ້ນໝໍ້ກາ), (4. ຄໍາກິລິຍາ) ໝາຍໄວ້, ຂຽນເຄື່ອງໝາຍຢ່າງໃດຢ່າງນຶ່ງໄວ້, (5. ຄໍານາມ) ຊື່ປາແນວນຶ່ງເປັນປາມີເກັດ ເກັດສີມູມໆແຕ່ມົນ ແລະ ໃຫຍ່ກວ່າປາເຂັງ.

ຕົວ​ຢ່າງ:

  • ເບີ່ງສາລະຄະດີສັດ ເຫັນຝູງໂຕກາ ພາກັນຈິກກິນຊາກໂຕກວາງທີ່ຕາຍແລ້ວ ຈົນໝົດໂຕເຫຼືອ ແຕ່ກະດູກ.
  • ລາວອາຍຸຫຼາຍຂຶ້ນ ເຮັດໃຫ້ໜ້າລາວເລີ່ມມີຮອຍຕີນກາ.
  • ການດື່ມນໍ້າທີ່ຕົ້ມຟົດຈາກກາແມ່ນສະອາດ ແລະ ປອດໄພ ແຕ່ປະຈຸບັນແມ່ນນິຍົມກັນດື່ມນໍ້າດືມຈາກໂຮງງານເປັນຫຼັກ.
  • ເຄື່ອງໝາຍການຄ້າຂອງບໍລິສັດແອບໂປ້ ແມ່ນລຽບງ່າຍ ແລະ ງາມສະດຸດຕາ.

ຄວາມໝາຍຄຳ​ວ່າ “ກ້າ”.

“ກ້າ” (1. ຄໍານາມ) ຕົ້ນເຂົ້າທີ່ຫວ່ານໄວ້ຖີ່ໆສໍາລັບຫຼົກໄປດຳ, ຫີນ (ພູເຂົາກ້າ). (2. ຄໍາກໍາມະ) ເອົາເມັດພືດຜັກຕ່າງໆ ຫວ່ານໄວ້ ເພື່ອຫຼົກໄປປູກໃໝ່. (3. ຄໍາກິລິຍາວິເສດ) ແຂງ, ບໍ່ຢ້ານ, ກ້າຫານ.

ຕົວ​ຢ່າງ:

  • ພໍຮອດເດືອນສີ່ ເດືອນຫ້າ ປະຊາຊົນຫຼາຍທ້ອງຖີ່ນເລີ່ມຕົກກ້າ ເພື່ອໄວ້ດໍານາ.
  • ມື້ແລງຊິກ້າແກ່ນຜັກກາດໄວ້ຈັກສອງສາມໜາດ ເພື່ອໄວ້ປູກຂາຍ ພໍມີລາຍໄດ້ເສີມ ນອກຈາກ ເງິນເດືອນ.
  • ທ່ານ ສີທອງ ວິລະຊົນ ເປັນນັກຮົບແຂ່ງຂັນທີ່ກ້າຫານຊານໄຊຂອງຄົນລາວ ບໍ່ຢ້ານກົວຕໍ່ຄວາມຕາຍ ລາວສະຊີວິດ ເພື່ອພາລະກິດຕໍ່ສູ້ກູ້ຊາດ.
  • ເຮືອນຮ້າງຫຼັງນັ້ນ ຫຼາຍຄົນຊ່າວ່າມີຜີ ແຕ່ລາວກ້າຫຼາຍເຂົ້າໄປເລາະຄົນດຽວຕອນເດີກເສີຍ.

ສະ​ຫຼຸບ.

ຄຳ​ວ່າ “ກາ” ແລະ “ກ້າ” ແມ່ນມີຄວາມໝາຍຕ່າງກັນແຕ່ການອອກສຽງຕ່າງແຕ່ສຽງສູງຕໍ່າ. ຄໍາວ່າ ​“ກາ” ໝາຍເຖິງໂຕກາ ຊຶ່ງເປັນນົກກິນຊາກມີສີດໍາ, ໝາຍເຖິງເຄື່ອງໝາຍຕິນກາ, ໝາຍເຖິງການໍ້າ ແລະ ໝາຍເຖິງເຄື່ອງໝາຍ ຫຼື ເຄື່ອງໝາຍການຄ້າ. ສ່ວນຄໍາວ່າ ​“ກ້າ” ໝາຍເຖິງຕົ້ນເຂົ້າອ່ອນ ຫຼື ຕົ້ນກ້າ, ໝາຍເຖິງສິ່ງທີ່ແຂງເປັນພິເສດເຊັ່ນ ເຫຼັກກ້າ, ພູເຂົາກ້າ ເປັນຕົ້ນ. ໝາຍເຖິງການກ້າເມັດພຶດຕ່າງໆ ແລະ ຍັງໝາຍເຖິງຄວາມບໍ່ຢ້ານ ຫຼື ຫານ, ອາດຫານ, ກ້າຫານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo