ຄໍາວ່າ “ຄືນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄືນ” ມີຄວາມໝາຍແນວໃດ?

ຄໍາວ່າ “ຄືນ” ໝາຍເຖິງມື້ຄືນ ຫຼື ກາງຄືນ ຫຼື ຕອນຄືນ ຊຶ່ງແມ່ນເວລາທີ່ດວງຕາເວັນຕົກດິນຈົນຮອດ ແຈ້ງ, ແມ່ນໜ້າໂລກເບື້ອງບໍ່ຖືກແສງຕາເວັນ ຫຼື ເປັນເບື້ອງກົງກັນຂ້າມກັບຕອນກາງເວັນ, ແມ່ນຍາມມະ ນຸດ ແລະ ສັດດທົ່ວໄປພັກຜ່ອນ. ເວລາກາງຄືນຈະສັ້ນຍາວຕາມລະດູການ ເຊັ່ນ ຍາມໜາວມື້ຄືນຈະຍາວ ແຕ່ມື້ເວັນພັດສັ້ນ ສ່ວນຍາມຮ້ອນມື້ຄືນສັ້ນກວ່າມື້ເວັນ ສາເຫດແມ່ນຍ້ອນການອ່ຽງໂຕຂອງໜ່ວຍໂລກໃນ ແຕ່ລະຊ່ວງ ທຽບໃສ່ການສ່ອງແສງແດດຂອງດວງຕາເວັນ. “ຄືນ” ຍັງໃຊ້ເອີ້ນແຕກຕ່າງຕາມການເວລາ ທີ່ເກີດຂຶ້ນຕົວຈິງ ເຊັ່ນ: ມື້ຄືນ, ຄໍ່າຄືນ, ຄືນມື້ອື່ນ, ຄືນນີ້, ຄືນວານນີ້, ຄືນກ່ອນ, ຄືນນຶ່ງ, ທ່ຽງຄືນ, ເດີກ ດື່ນທ່ຽງຄືນ, ໝົດຄືນຊອດແຈ້ງ, ຕະຫຼອດຄືນ, ຮຸ່ງຄືນ, ຄືນແລ້ວຄືນເລົ່າ, ມື້ດີຄືນດີ, ຄ້າງຄືນ, ແຮມຄືນ ເປັນຕົ້ນ.

ນອກຈາກນີ້, ຍັງໝາຍເຖິງສີ່ງທີ່ເສຍໄປ, ຈາກໄປ, ຕາຍໄປ ແລ້ວກັບຄືນມາ ຫຼື ການສົ່ງຄືນ ຫຼື ສະທ້ອນ ຄືນ ເຊັ່ນ: ກັບຄືນມາມີຊີວິດໃໝ່, ຕາຍແລ້ວຄືນມາມີຊີວິດມາອີກ, ຄືນຊີບ, ຕາຍຄືນ. ກັບຄືນມາ ຫຼື ຄືນ ມາ, ກັບຄືນເມືອ ຫຼື ຄືນເມືອ, ຄືນ ໄປ ຫຼື ກັບໄປ, ຕ່າວຄືນ ຫຼື ຄືນຫຼັງ, ຖອນຄືນ ຫຼື ເອົາກັບຄືນ, ເວົ້າ ຄືນ, ສົ່ງຄືນ, ກັບຄືນ, ຄືນເມືອ, ຄືນມາ, ເອົາໃຫ້ຄືນ, ໃຊ້ຄືນ, ຢໍ້າຄືນ, ຄືນດີກັນ, ຄືນຄໍາເວົ້າ, ຄືນຄໍາ ສັນຍາ, ຄືນອໍານາດ, ດັນຄືນ, ຟ້ອງຄືນ, ເວນຄືນ, ເອີ້ນຄືນ, ໃຊ້ຄືນ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຄືນ”.

“ຄືນ” (1. ຄໍານາມ) ເວລາຕັ້ງແຕ່ຕາເວັນຕົກໄປຮອດແຈ້ງ. ຕອນຄືນ. ກາງຄືນ. ມື້ຄືນ (2. ຄໍາກິລິຍາ) ກັບມາມີຊີວິດໃໝ່, ຕາຍແລ້ວມີຊີວິດມາອີກ ເອີ້ນຕາຍຄືນ. ສົ່ງຄືນ. ກັບຄືນ. ຄືນເມືອ. ຄືນມາ. ເອົາໃຫ້ ຄືນ. ໃຊ້ຄືນ.

ຕົວ­ຢ່າງ: 

  • ມື້ຄືນນີ້ຝົນຕົກແຮງໝົດຄືນ ພໍແຕ່ຕື່ນເຊົ້າມາເຫັນນໍ້າຖ້ວມທາງ ບໍ່ສາມາດສັນຈອນໄປມາໄດ້.
  • ຊ່ວງນີ້ອຸດບັດຕິເຫດເກີດເລື້ອຍໆ ອ້າຍນ້ອງກູ້ໄພບໍ່ໄດ້ນອນໝົດຄືນ ເພາະໄປຮັບສົ່ງຄົນເຈັບ.
  • ຫຼັງຈາກຟື້ນຄືນຊີບ ໄດ້ຫຼາຍອາທິດ ໝໍອະນຸຍາດໃຫ້ຄົນໄຂ້ກັບຄືນໄປພັກຟື້ນຢູ່ເຮືອນ ແລະ ກັບ ຄືນມາຕິດຕາມອາການຕາມໝໍນັດໃຫ້ເປັນປົກກະຕິ.
  • ກ່ອນເສັງວິຊາປະຫວັດສາດທຸກຄັ້ງ ຂ້ອຍຕ້ອງໄດ້ທວນຄືນບົດຮຽນ ດ້ວຍການອ່ານຄືນຫຼາຍໆຮອບ ຈົນເຮັດໃຫ້ຈື່.
  • ຖ້າເລີກວຽກແລ້ວ ແລະ ຊິກັບຄືນເຮືອນ ຢ່າລືມເອົາຂອງກິນທີ່ເຈົ້າຊື້ຕອນເຊົ້າ ກັບຄືນເມືອນໍາ ເພາະຢ້ານມັນບູດ.

ສະຫຼຸບ.

ຄໍາວ່າ “ຄືນ” ໝາຍເຖິງເວລາຄໍ່າຄືນ ຫຼື ມື້ຄືນ ຊຶ່ງເປັນເວລາທີ່ໜ້າໂລກບໍ່ຖືກກັບແສງແດດ, ເປັນເວລາ ທີ່ກົງກັນຂ້າມກັບມື້ເວັນ. ນອກຈາກນັ້ນ, ຍັງໝາຍເຖິງສິ່ງໃດສິ່ງນຶ່ງກັບຄືນ ຫຼື ກັບມາ ຫຼື ສົ່ງຄືນ, ຄືນເມືອ ຫຼື ຄືນໄປ ຫຼື ກັບຕ່າວຄືນ, ໝາຍເຖິງການສົ່ງຄືນ, ໃຊ້ຄືນ, ເອີ້ນຄືນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo