ຄໍາວ່າ “ຄອງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຄອງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຄອງ” ໝາຍເຖິງທາງທຽວ, ທາງເດີນຂອງໂຕສັດ ຫຼື ຄົນ ທີ່ທຽວໄປມາຫຼາຍຈົນເປັນຮ່ອງ ຫຼື ຄອງ ເຊັ່ນ: ຄອງກຽນ, ຄອງໂຕໜູ່, ຄອງໂຕອົ້ນ, ຄອງໂຕຕຸ່ນ, ຄອງໂຕໝູປ່າ, ຄອງໂຕງົວ, ຄອງໂຕຄວາຍ, ຄອງໂຕງູ ແລະ ອື່ນໆ. ອີກຄວາມໝາຍນຶ່ງແມ່ນແບບແຜນການດໍາລົງຊີວິດທີ່ເຄີຍເຮັດຊໍ້າແລ້ວຊໍ້າອີກ ຫຼາຍໆເທື່ອ ເອີ້ນຮີດຄອງ ຊຶ່ງເຮົາມັກເອີ້ນ ຮີດເກົ່າຄອງເດີມ, ຮີດຄອງປະເພນີ, ຮີດສິບສອງ ຄອງສິບສີ່ ຮີດຍີ່ຄອງເຈືອງ. ພ້ອມກັນນັ້ນ, ຍັງໝາຍເຖິງທາງ ຫຼື ທາງທຽວ ຊຶ່ງຫຼາຍເຜົ່າທາງພາກເໜືອ ຂອງລາວ ແລະ ລ້ານນາຂອງໄທປະຈຸບັນອອກສຽງ “ກາງກອງ” ແປວ່າກາງຄອງ ຫຼື ໝາຍເຖິງກາງທາງ. ຄອງ ຍັງ ໝາຍເຖິງຄອງທໍາ ຫຼື ດໍາລົງຕົນໃຫ້ມີສິນລະທໍາ.

ນອກຈາກນີ້, “ຄອງ” ຍັງໝາຍເຖິງການນຸ່ງ ເຊັ່ນ: ພິກຂຸຄອງຜ້າສະບົງ, ຄອງຜ້າເຫຼືອງ. ອີກຢ່າງແມ່ນ ໝາຍເຖິງປົກຄອງ ຫຼື ຄອບຄອງເຊັ່ນ: ຄອງລາດ, ຄອງບັນລັງ, ຄອງບ້ານ, ຄອງເມືອງ, ຄອງປະເທດ, ຄອງໂລກ, ຄອງຄວາມເປັນໃຫຍ່, ຄອງຮ່າງກາຍ, ຄອງຄວາມເປັນໂສດ, ຄອງຮັກ, ຄອງໃຈ ເປັນຕົ້ນ. “ຄອງ” ຍັງໝາຍເຖິງ ຄອງນໍ້າ ຫຼື ຮ່ອງນໍ້າ ດັ່ງ ຄອງຫ້ວຍ, ຄອງເໝືອງ, ຄອງນໍ້າເປື້ອນ, ຄອງລະບາຍ ນໍ້າແຄມທາງ, ຄອງປານາ ມາ, ຄອງຊູແອດ ແລະ ອື່ນໆ. ອີກຄວາມໝາຍໜຶ່ງ “ຄອງ” ແມ່ນການຄອງ ຄອຍ, ຄອງຖ້າ ຫຼື ຄອຍຖ້າ ເຊັ່ນ: ຄອງຖ້າກັບມາ, ຄອງຖ້າວຽກ, ຄອງຫາ, ຄອງຄອຍຮັກ, ຄອງຄອຍ ກັບບ້ານ ແລະ ຫຼາຍໆຢ່າງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຄອງ”.

“ຄອງ” (1. ຄໍານາມ) ຮອຍທີ່ຍາວໄປ, ຮອຍທີ່ຍາວເປັນທາງ, ທາງສັດທຽວ (ຄອງໜູ, ຄອງຕີນກຽນ, ຄອງງູ). ແບບ, ປະເພນີ (ຄອງບູຮານ). ທາງ (ຄອງທັມ ຫຼື ຄອງທໍາ, ຄອງໂລກ). (2. ຄໍາກິລິຍາ) ນຸ່ງ, ທົງ, ປົກຄອງ (ພິກຂຸຄອງຜ້າ, ຂຶ້ນຄອງເມືອງ). ນໍ້າຫ້ວຍ ຫຼື ຮ່ອງທີ່ຄົນຂຸດ (ທ.ຄລອງ). ຄອຍ, ຄອງຄອຍ. ຖ້າ, ຄອງຖ້າ.

ຕົວ­ຢ່າງ: 

  • ໂຕອົ້ນ ທຽວທາງຫຼາຍຈົນເປັນຄອງເຫຼື້ອມ ຖ້າໃສ່ແຮ້ວແມ່ນຖືກແທ້ແນ່ນອນ.
  • ກາງຄອງ (ເສັ້ນທາງ) ໃນບ້ານແມ່ນອອກແບບເປັນເສັ້ນຊື່ແຕ່ຫົວບ້ານຍາວລົງໄປຈົນສຸດຢູ່ທ້າຍ ບ້ານ ແລະ ມີຮ່ອມທາງນ້ອຍໆ ແຍກອອກເປັນຊ່ວງໆ ເພື່ອສະດວກໃນການສັນຈອນ.
  • ຄົນລາວຍຶດຖືປະເພນີຕາມຮີດສິບສອງຄອງສິບສີ່ ຮີດຍີ່ຄອງເຈື່ອງ ຊຶ່ງໄດ້ປະຕິບັດກັນມາແຕ່ບູຮານ.
  • ໃນໂລກນີ້ ຍັງມີຫຼາຍປະເທດທີ່ປົກຄອງປະເທດດ້ວຍເຈົ້າຊີວິດ ແລະ ມີຫຼາຍປະເທດປົກຄອງດ້ວຍ ປະທານາທິບໍດີ ຫຼື ປະທານປະເທດ.
  • ຄອງນໍ້າແຄມທາງຈັ່ງແມ່ນຮ້ອງນ້ອຍໆ ເຮັດໃຫ້ບໍ່ສາມາດລະບາຍນໍ້າໄດ້ດີໃນເວລາຝົນຕົກ ສະນັ້ນ ນໍ້າຈິ່ງເປັນເຫດໃຫ້ນໍ້າຖ້ວມທາງໃນເວລາຝົນຕົກແຮງ.
  • ສຸຜາສິດລາວເວົ້າວ່າ “ຄອງຖ້າກິນນ້ອງຊ້າງ ສາມປີຂີ້ບໍ່ອອກ ຄອງເອົາລູກພະເຈົ້າ ເລີຍຊິເຖົ້າແກ່ຕາຍ”.

ສະຫຼຸບ.

ຄໍາວ່າ “ຄອງ” ແມ່ນມີຫຼາຍຄວາມໝາຍເຊັ່ນ: ໝາຍເຖິງຮ່ອງ ຫຼື ທາງທຽວຂອງຄົນ ຫຼື ສັດທີ່ໃຊ້ສັນຈອນ ໄປມາ. ໝາຍເຖິງຮິດຄອງປະເພນີ ໃນການດໍາລົງຊີວິດຂອງເຜົ່າໃດນຶ່ງ ຫຼື ຊາດໃດນຶ່ງ, ໝາຍເຖິງການ ຄອບຄອງ ຫຼື ປົກຄອງ, ໝາຍເຖິງການນຸ່ງຜ້າ, ໝາຍເຖິງຄອງນໍ້າ ຫຼື ຄອງເໝືອງ. ນອກຈາກນັ້ນ, ຍັງ ໝາຍເຖິງການຄອຍຖ້າ ຫຼື ຄອງຄອຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo