ຄໍາວ່າ “ຄັນ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຄັນ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຄັນ” ແມ່ນການເອົາດິນມາກອງຂຶ້ນ ແລະ ເຮັດຍາວໆ ຫຼື ເປັນຄູ ເປັນຄັນ ເພື່ອກັ້ນນໍ້າບໍ່ໃຫ້ໄຫຼ ເຊັ່ນ: ຄັນນາ, ຄັນແທ, ຄັນຄູໜອງ. ນອກນັ້ນ, ຍັງໝາຍເຖິງດ້າມຈັບສິ່ງຂອງຕ່າງໆ ຄື: ຄັນຈອງ (ດ້າມຈັບຈອງ ຫຼື ບ່ວງໃຫຍ່), ຄັນຈ້ອງ (ດ້າມຈັບຄັນຈ້ອງ ຄັນຮົ່ມ), ຄັ້ນຊ້ວານ, ຄັນຈົກ, ຄັນຊິງ, ຄັນຍົກ, ຄັນເບັດ, ຄັນສ້າວ, ຄັນບວຍ, ຄັນໂຍກ, ຄັນເລັ່ງ, ຄັນແຮ້ວ, ອື່ນໆ ແລະ ຍັງມີການໃຊ້ຄວບກັບຄໍາອື່ນໂດຍເອົາໄວ້ທາງໜ້າເພື່ອບົງບອກເວລາ, ສະຖານທີ່ອາການ ແລະ ອື່ນໆ ເປັນຕົ້ນ: ຄັນຍາມເຊົ້າ, ຄັນຕອນເຊົ້າ, ຄັນຕອນບ່າຍ, ຄັນຍາມຕອນສວາຍ, ຄັນຍາມເມື່ອແລງ, ຄັນຕອນເດີກ, ຄັນມາໄວ, ຄັນມາຊ້າ, ຄັນບໍ່ທັນ, ຄັນໄປກ່ອນ, ຄັນບໍເຫັນ (ໝາຍເຖິງບໍ່ພ້ອມກັນ), ຄັນຢູ່ຫັ້ນ, ຄັນຢູ່ພຸ້ນ, ຄັນຢູ່ນີ້, ຄັນຖ້າຫາກເຈັບ, ຄັນຖ້າມ່ວນ, ຄັນຊັ້ນ, ຄັນເມື່ອຍ ແລະ ອື່ນໆ.

ອີກຄວາມໝາຍນຶ່ງໝາຍເຖິງອາການຄັນເຮັດໃຫ້ຢາກເກົາ ຫຼື ຄັນຄາຍ ຊຶ່ງຫຼາຍຄົນມັກເວົ້າວ່າ ຄັນຄາຍຕົນໂຕ, ຄັນສົບຄັນປາກ, ຄັນຫູຄັນຕາ, ຄັນຕີນຄັນມື. ໃນອີກທາງນຶ່ງຍັງໃຊ້ຄວບສັບອື່ນ ເພື່ອເອີ້ນເປັນຊື່ເຊັ່ນ: ບົ້ງຄັນ (ໃຊ້ເອີ້ນບົ້ງມີຂົນ ຖ້າຖືກແລ້ວເຮັດໃຫ້ຄັນຄາຍ), ຄັນຄາກ (ເປັນສັດເຄີ່ງບົກເຄີ່ງນໍ້າ ຄ້າຍຄືກົບ ແລະ ຂຽດ), ຄັນທະລົດ (ໝາກໄມ້ແນວນຶ່ງ).

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວຫຼາຍກວ່າເກົ່າເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຄັນ”.

“ຄັນ” (1. ຄໍານາມ) ດີນທີ່ປັ້ນຂວາງນໍ້າບໍ່ໃຫ້ໄຫຼ. ດ້າມເຄື່ອງໃຊ້ຕ່າງໆ ບ່ອນເອົາມືຈັບ (ດັ່ງຄັນເບັດ, ຄັນຈອງ, ຄັນບວຍ ເປັນຕຕົ້ນ). (2. ຄໍານາມ) ຍາມ, ເວລາ (ດັ່ງຍາມເມື່ອ). (3. ຄໍາກິລິຍາ) ອາການທີ່ເຮັດໃຫ້ຢາກເກົາ, ຄັນຄາຍ.

ຕົວ­ຢ່າງ: 

  • ການປ້ານຄັນນາແມ່ນໃຊ້ແຕ່ເຫຼັກຊ້ວານ ແລະ ການເສຍຫຍ້າຄັນນາແມ່ນໃຊ້ພ້າຖາງ ຫຼື ຟັນ ເຮັດໃຫ້ກິນເວລາ ແລະ ເມື່ອຍ.
  • ການເຮັດຄັນນາໃຫຍ່ໆ ເປັນຄັນຄູ ເຖິງຈະເສຍເນື້ອທີ່ແດ່ ແຕ່ກໍຄຸ້ມຄ່າເພາະສາມາດປູກຜັກ ແລະ ຕົ້ນໄມ້ໃຫ້ໝາກ ລວມທັງຕົ້ນໄມ້ແນວອື່ນນໍາອີກດ້ວຍ.
  • ການເຮັດຄັນເບັດແບບດັ່ງເດີມ ແມ່ນເອົາໄມ້ໄຜ່ເຮັດເພາະມັນໜຽວ ແລະ ຍາວດີ ເວລາປາກິນ ມັນຈະກົ່ງໄປມາ ແລະ ບໍ່ຫັກ.
  • ຄັນເມື່ອຍາມຄໍ່າຄ້ອຍ ຕາເວັນຕົກລົງດິນ ຄວາມມຶດຄືບຄານເຂົ້າ ບໍ່ເຫັນແຈ້ງດັ່ງກ່າວເວັນ ຝູງເຈຍບີນເຈີດຈ້າອອກຖໍ້າ ຊອກຫາກິນ.
  • ມື້ນີ້ ບົ້ງຂົນຕົກໃສ່ເສື້ອເຮັດໃຫ້ອອກຕຸ່ມຄາຍໄປໝົດໂຕ ຫຼາຍຄົນວ່າເອົາເຂົ້າແປ້ງຫອມໃສ່ຈິ່ງຈະດີ.

ສະຫຼຸບ.

ຄໍາວ່າ “ຄັນ”​ ແມ່ນມີຫຼາຍຄວາມໝາຍເຊັ່ນ: ການສ້າງຄັນຄູ (ແຕ່ນ້ອຍກວ່າຄັນຄູ) ປ້ານນໍ້າ, ໝາຍເຖິງດ້າມເຄື່ອງໃຊ້ຕ່າງໆ, ໝາຍເຖິງການສະແດງເວລາ ແລະ ໝາຍເຖິງອາການຄັນຄາຍ ເຮັດໃຫ້ຢາກເກົາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo