ຄຳວ່າ “ພູ” ແລະ “ຜາ” ມີຄວາມໝາຍອັນດຽວກັນບໍ່?

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ພູ” ແລະ ຜາ”.

ຄໍາວ່າ ​​​“ພູ” ແລະ “ຜາ” ໃນຄວາມເປັນຈິງແລ້ວແມ່ນມີຄວາມສໍາພັນກັນ ແລະ ມີແນວແຕກຕ່າງກັນອອກໄປເຊັ່ນກັນ ເພາະຄໍາວ່າ ​“ພູ” ແມ່ນຫີນ ຫຼື ດິນທີ່ສູງຂຶ້ນຫຼາຍ ຫຼື ມີທັງດິນ ຫີນຜາ (ຫີນປູນ) ທີ່ສູງໃຫຍ່ປົນຢູ່ນໍາກັນ ພູໜ່ວຍນຶ່ງແມ່ນມີຕົ້ນໄມ້ໃບຫຍ້າ ແລະ ມີຜາຫຼາຍໜ່ວຍກໍມີ.

ສ່ວນຄໍາວ່າ ​“ຜາ” ໝາຍເຖິງຫີນປູນກ້ອນໃຫຍ່ຈົນສູງສຽດຟ້າ ນັ້ນເອງ. ເມື່ອສອງຄໍາດັ່ງກ່າວມາຕໍ່ກັນ ໂດຍທົ່ວໄປເຮົາເອີ້ນວ່າ “ພູຜາ” ໝາຍເຖິງພູທີ່ເປັນຫີນປູນທີ່ສູງໃຫຍ່ ຊຶ່ງຢູ່ລາວມີພູຜາຫຼາຍໜ່ວຍທີ່ມີຊື່ສຽງເປັນຕົ້ນ: ຜາແດງ ໜອງຂຽວ ເມືອງງອຍ ແຂວງຫຼວງພະບາງ, ຜາເງິນ ເມືອງວັງວຽງ ແຂວງວຽງຈັນ, ຜາຕັ້ງ ວັງວຽງ ເມືອງວັງວຽງ ແຂວງວຽງຈັນ, ພູຜາມ່ານ ຕັ້ງຢູ່ເມືອງຄູນຄຳ ແຂວງຄຳມ່ວນ ແລະ ແຫ່ງອື່ນໆ.

SA Game
DooDiDo

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້​ດີຂຶ້ນກວ່າເກົ່າ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ພູ”.

“ພູ” (1. ຄຳນາມ) ຫີນ ຫຼື ດິນທີ່ສູງຂຶ້ນກວ່າທໍາມະດາຫຼາຍ, ດອຍ, ຜາ. (2. ຄຳນາມ) ເຈົ້າແຜ່ນດິນ, ພຣະຣາຊາ (ປ. ພູທຣ. ພູເບສຣ. ພູວະນາຖ). (3. ຄຳນາມ) ດິນ, ແຜ່ນດິນ, ໂລກ (ປ) ພູທອນ. ພູບານ. ພູເບດ. ພູວະນາດ. ພູມີ. (4. ຄຳນາມ) ໄມ້ເຄືອແນວນຶ່ງໃຊ້ໃບຄ້ຽວກັບໝາກ.

ຕົວ​ຢ່າງ:

  • ພູເບ້ຍເປັນພູທີ່ສູງທີ່ສຸດໃນປະເທດລາວ ຕັ້ງຢູ່ເມືອງອານຸວົງ, ແຂວງໄຊສົມບູນ ເປັນພູທີ່ອຸດົມສົມບູນໄປດ້ວຍ ຊັບໃນດິນສິນໃນນໍ້າ ມີປ່າໄມ້, ສັດນາໆຊະນິດ, ມີທິວທັດທີ່ງົດງາມ ຊຶ່ງປະຈຸບັນແມ່ນກໍາລັງເປັນທີ່ນິຍົມຂອງການທ່ອງທ່ຽວໃນລາວອີກແຫ່ງນຶ່ງ.
  • ປະເທດລາວມີພູກວມເອົາເນື້ອທີ່ສ່ວນໃຫຍ່ ໂດຍສະເພາະແມ່ນແຂວງພາກເໜືອ ຊຶ່ງເຮັດໃຫ້ການ ຄົມມະນາຄົມແມ່ນມີຄວາມຫຍຸ້ງຍາກຫຼາຍ.

ຄວາມໝາຍຄຳ​ວ່າ “ຜາ”.

“ຜາ” (1. ຄໍານາມ) ຫີນ, ພູຫີນທີ່ຊັນ ແລະ ບໍ່ມີຕົ້ນໄມ້.

ຕົວ​ຢ່າງ:

  • ຜາຕັ້ງວັງວຽງ ເປັນຜາໜ່ວຍດຽວຕັ້ງສູງສະຫງ່າ ແລະ ງົດງາມ ຢູ່ໃຈກາງການອ້ອມຮອບຂອງ ພູຜາອື່ນ ແລະ ມີນໍ້າຊອງໃຫຼລຽບແຄມຕີນຜາເບື້ອງໜ້າ ສ່ວນເບື້ອງຫຼັງແມ່ນທົ່ງນາຂອງປະຊາຊົນ.
  • ຜາບ່ອງເປັນຜາທີ່ງົດງາມ ແຕ່ປະຈຸບັນແມ່ນຖືກລະເບີດ ໄປຜະລິດເປັນຊີມັງ ເພື່ອຮັບໃຊ້ໃນການ ສ້າງສາບ້ານເມືອງ.
  • ຜາແດງ ຕັ້ງຢູ່ບ້ານໜອງຂຽວ ເມືອງງອຍ ແຂວງຫຼວງພະບາງ ແຄມແມ່ນໍ້າອູ ເປັນສະຖານທີ່ທ່ອງທ່ຽວທີ່ດັງອີກແຫ່ງນຶ່ງ ມີນັກທ່ອງທ່ຽວມັກປີ່ນໄຕ່ຂຶ້ນໄປຖ່າຍຮູບ ເພາະມີທັດສະນີຍະພາບ ໜ້າຫຼົງໄຫຼ ຫຼາຍຄົນໄປແລ້ວກະຢາກໄປອີກ.

ສະ​ຫຼຸບ

ຄຳ​ວ່າ “ພູ” ແລະ “ຜາ” ແມ່ນມີຄວາມສໍາພັນກັນ ເພາະພູແມ່ນດິນ, ຫິນ ສູງຂຶ້ນຫຼາຍ ໃນພູໜ່ວຍນຶ່ງອາດບໍມີຜາ ຫຼື ມີຜາໜ່ວຍນຶ່ງ ຫຼື ຫຼາຍໜ່ວຍກໍມີ. ສ່ວນຜາແມ່ນຫີນປູນກ້ອນໃຫຍ່ຕັ້ງຢູ່ໜ່ວຍດຽວ ຫຼື ເປັນກຸ່ມກະມີ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo