ຄໍາວ່າ “ກ່ານ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກ່ານ” ​ໃນ​ພາ​ສາ​ລາວມີຄວາມໝາຍແນວໃດ?

ໃນ​ພາ​ສາ​ລາວ​ການ​ທີ່​ມີ​ຫລາກ​ຫລາຍ​ສີ​ສະ​ຫລັບ​ກັນ​ເປັນ​ລາຍໆ​ໄປ​ນັ້ນ ຫລາຍ​ຄົນ​ກໍ​ເອີ້ນ​ວ່າ​ລາຍ, ແລ້ວ​ແຕ່​ວ່າ​ຊິ​ເປັນ​ລາຍ​ຂອງ​ຫຍັງ ບໍ່​ຄັ້ງ​ກໍ​ວ່າ​ລາຍ​ເສືອ, ລາຍ​ຂີ້​ຄັນ​ຄາກ ແລະ ອື່ນໆ, ແຕ່​ອີກ​ຄຳ​ໜຶ່ງ​ທີ່​ມັກ​ນຳ​ໃຊ້​ກັນ​ນັ້ນ​ກໍ​ຄື ຄຳ​ວ່າ ກ່ານ, ເຊິ່ງ ຄຳ​ວ່າ​ກ່ານ​ນັ້ນ​ຈະ​ບໍ່​ນັ້ນ​ວ່າ​ເປັນ​ສີ​ຫຍັງ ຫລື ເປັນ​ລາຍ​ຫຍັງ ແຕ່​ຮູ້​ໄດ້​ວ່າ​ມີ​ຫລາກ​ຫລາຍ​ສີ​ປົນ​ກັນ​ຢ່າງ​ນ້ອຍ​ທີ່​ສຸດ​ຕ້ອງ​ມີ​ປະ​ມານ​ສອງ​ສີ​ຂື້ນ​ໄປ.

ຄໍາວ່າ ​“ກ່ານ” ໝາຍເຖິງການຂັ້ນກັນດ້ວຍສີຕ່າງໆ ເປັນຕົ້ນ: ງູກ່ານປ້ອງ ໝາຍເຖິງງູພິດທີ່ມີສີກ່ານຂັ້ນກັນຫຼາຍເທື່ອແຕ່ຫົວເຖິງຫາງ, ນົກຄໍກ່ານ, ໝາຫ່າງກ່ານ, ລີ້ນກ່ານ, ທາງມ້າລາຍກ່ານດ້ວຍສີຂາວ ແລະ ດໍາ ແລະ ອື່ນໆ.

ເພື່ອ​ທໍາຄວາມເຂົ້າໃຈການນຳ​ໃຊ້​ໃຫ້​ດີຂຶ້ນກວ່າເກົ່າ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ກ່ານ”.

ຄຳ​ວ່າ “ກ່ານ” ມີ​ຄວາມ​ໝາຍ​ໃນ (1. ຄຳກໍາມະ) ເອົາສີຕ່າງໆ ກັ້ນກັນໄວ້ (2. ຄຳກໍາມະວິເສດ) ມີສີຕ່າງໆສັບກັນໄປມາ ກ່ານປ້ອງ ງູທໍາທານ (ງູກ່ານປ້ອງ).

ຕົວ​ຢ່າງ:

  • ງູກ່ານປ້ອງມີຫຼາຍປະເພດ ບາງປະເພດມີສີດໍາກ່ານດ້ວຍສີຂາວແຕ່ຫົວຈົນຮອດຫາງ, ບາງປະເພດມີສີດໍາ ແລະ ສີເຫຼືອງກ່ານກັນໄປ ແຕ່ທັງໝົດນັ້ນລ້ວນແຕ່ເປັນງູພິດຕອດເຖິງຂັ້ນຕາຍເຊັ່ນກັນ.
  • ໝາຫາງກ່ານເປັນຕາຮັກ ຖ້າໄດ້ລູກຂໍໄປເຮັດແນວຈັກໂຕແດ່ເດີ.
  • ສີ້ນມີຫຼາຍປະເພດ ທີ່ມີເອກະລັກສະເພາະຕົວແຕກຕ່າງກັນໄປ ແຕ່ສ່ວນໃຫຍ່ຈະມີສີກ່ານຂັ້ນກັນໄປ ແລະ ມີລວດລາຍດອກຕ່າງໆ.

ສະ​ຫຼຸບ

ຄຳ​ວ່າ “ກ່ານ” ໝາຍເຖິງການຂັ້ນກັນດ້ວຍສີຕ່າງກັນ​ເປັນ​ສິ່ງທີ່​ມີ​ຫລາກ​ຫລາຍ​ສີ​ສະ​ຫລັບ​ກັນ​ເປັນ​ລາຍໆ​ໄປ​ນັ້ນ, ​ແລະ ຍັງມີ​ຄວາມ​ໝາຍຄື​ການເອົາສີຕ່າງໆ ກັ້ນກັນໄວ້ ຫລື ມີສີຕ່າງໆສັບກັນໄປມາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo