ຄໍາວ່າ “ກວດກາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກວດກາ” ມີຄວາມໝາຍແນວໃດ?

ຄໍາວ່າ “ກວດກາ” ໝາຍເຖິງການກວດເບີ່ງ, ກວດຄົ້ນ ຫຼື ເບີ່ງ ເພື່ອພິສູດໃຫ້ຮູ້ວ່າຖືກຕ້ອງ, ຄົບຖ້ວນ ຫຼື ເປັນຢ່າງທີ່ຫວັງບໍ່ ເຊັ່ນ: ກວດກາຊັບສິນ, ກວດກາຈໍານວນພົນ, ກວດກາຫຼັກຖານ, ກວດກາບັນຫາທີ່ ເກີດຂຶ້ນ, ກວດກາສຸຂະພາບ, ກວດກາເຕັກນິກລົດ, ກວດກາເບີ່ງການສ້າງເຮືອນໄປຕາມມາດຕະຖານ ແບບ ແລະ ໃຊ້ວັດສະດຸຕາມທີ່ກໍານົດ, ກວດກາການກະທໍາຂອງບຸກຄົນໃດນຶ່ງ.

ນອກຈາກນີ້, “ກວດກາ” ຍັງໝາຍເຖິງການປະເມີນດ້ວຍການສອບເສັງຮູບແບບນຶ່ງຂອງນັກຮຽນນັກສຶກສາ ທີ່ໄດ້ຮຽນຜ່ານມາ ວ່າໄດ້ຮັບຄວາມຮູ້ ແລະ ຄວາມສາມາດ ຕາມທີ່ຄູບາອາຈານໄດ້ຖ່າຍທອດໃຫ້ໄດ້ເທົ່າ ໃດຈັກສ່ວນຮ້ອຍ ເຊັ່ນ: ກວດກາປະຈໍາເດືອນ, ກວດກາວິຊາຂຽນທວາຍ, ກວດກາວິຊາເລກ, ກວດກາວິ ຊາຫັດກ່າຍ ເປັນຕົ້ນ. ແຕ່ການກວດການີ້ອາດມີຂໍ້ສອບເສັງບໍ່ຫຼາຍເທົ່າສອບເສັງກາງພາກ, ສອບເສັງໝົດປີ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກວດກາ”.

“ກວດກາ” (1. ຄໍາກິລິຍາ) ສັງເກດ ແລະ ພິຈາລະນາເບີ່ງໃຫ້ຮອບຄອບຖີ່ຖ້ວນ.

ຕົວຢ່າງ:

  • ໃນແຕ່ລະປີອົງການກວດກາແຫ່ງລັດ ໄດ້ລົງກວດກາຊັບສິນຂອງພະນັກງານລັດຖະກອນ ຢູ່ແຕ່ລະກະຊວງ, ແຂວງ ຕາມແຜນການ ຍົກເວັ້ນຊ່ວງການລະບາດຂອງພະຍາດໂຄວິດ-19.
  • ໃນທຸກໆທ້າຍເດືອນ ໄດ້ມີການກວດກາສິນຄ້າຢູ່ສາງ ເພື່ອວາງແຜນການໃນການຈັດຊື້ສິນຄ້າເຂົ້າສາງໄວ້ ເພື່ອໃຊ້ໃນເດືອນຕໍ່ໄປ.
  • ມື້ວານນີ້, ຄູໄດ້ກວດກາການຂຽນທວາຍວິຊາພາສາລາວ ແລະ ພາສາອັງກິດ ປະຈໍາເດືອນມີນາ ເພື່ອປະເມີນຄວາມສາມາດຂອງນັກຮຽນ.

ສະຫຼຸບ.

ຄໍາວ່າ “ກວດກາ” ແມ່ນການກວດເບີ່ງ, ພິສູດດ້ວຍຮູບແບບໃດນຶ່ງ, ກວດຄົ້ນຫາຂໍ້ມູນວ່າເປັນແນວໃດ ດ້ວຍຮູບແບບຕ່າງໆ. ນອກຈາກນີ້, “ກວດກາ” ແມ່ນການປະເມີນດ້ວຍຮູບຕ່າງໆ ຕາມວັດຖຸປະສົງ ເພືອພິສູດ ຫຼື ເປົ້າໝາຍໃດນຶ່ງ ດ້ວຍຮູບແບບແຕກຕ່າງກັນອອກໄປ ເປັນຕົ້ນ ການສອບເສັງ, ເບີ່ງຕົວຈິງ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo