ຄໍາວ່າ “ຟ້າ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ຟ້າ” ມີຄວາມໝາຍແນວໃດ?

​ຄໍາວ່າ “ຟ້າ” ແມ່ນມີຄວາມໝາຍໂດຍລວມວ່າເປັນສິ່ງທີ່ຢູ່ສູງສາມາດແນມເຫັນໄດ້ ເປັນອາກາດ, ບັນຍາ ກາດ ແລະ ມີຫຼາຍຄໍາທີ່ໃຊ້ຄໍາວ່າຟ້າມາປະສົມເພື່ອໃຊ້ສະແດງເຖິງສະຖານະຕ່າງໆເຊັ່ນ: ໃນການເຊື່ອຖື(ສະຫວັນຊັ້ນຟ້າ ໝາຍເຖິງບ່ອນທີ່ດີຫຼາຍຄົນເຮັດບູນອຸທິດຕົນ ເພື່ອຢາກໄດ້ໄປຫຼັງຄວາມຕາຍ, ຟ້າແຖນ, ນາງຟ້າ, ຜີຟ້າຜີແຖນ),

ໃຊ້ສະແດງເຖິງອາການຂອງທ້ອງຟ້າ (ຟ້າຄະນອງ, ຟ້າຄື້ມ, ຟ້າບົດ, ຟ້າຝົນ, ຟ້າຮ້ອງ, ສຽງຟ້າຮ້ອງ, ຟ້າແລບ, ຟ້າເຫຼື້ອມ, ຟ້າຜ່າ, ຟ້າມຶດ, ຟ້າແຈ້ງ, ຟ້າລົມ, ຟ້າລົມຝົນຕົກ, ຟ້າສ່າງ, ຟ້າແດດ, ຟ້າແລ້ງ, ຟ້າລັ່ນ, ຟ້າສະນັ່ນ ຟ້າສົດໃສ ແລະ ອື່ນໆ), ໃຊ້ສະແດງເຖິງສະຖານະຊັ້ນສູງ ຫຼື ສິ່ງທີ່ນັບຖື (ຂວານຟ້າ, ເຈົ້າຟ້າ, ຊໍ່ຟ້າ), ໃຊ້ສະແດງເຖິງຄວາມໄກ (ຂອບຟ້າ, ສຸດຂອບຟ້າ, ເທິງຟ້າ). ນອກນັ້ນ ຍັງໃຊ້ເປັນຊື່ຂອງສິ່ງຕ່າງໆເຊັ່ນ: “ສີຟ້າ”, “ໄຟຟ້າ”, ໝາກແຂ້ງຟ້າ. ໃຊ້ເປັນຄໍາອຸທານເຊັ່ນ: ຟ້າເອີຍ! ແລະ ອື່ນໆ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າ “ຟ້າ”.

“ຟ້າ” (1. ຄໍານາມ) ສ່ວນເບື້ອງເທິງທີ່ຫຼຽວເຫັນກວມເອົາແຜ່ນດິນຢູ່, ອາກາດ, ສະຫວັນ, ທ້ອງຟ້າ, ກາງ ຫາວ, ບັນຍາກາດ, ນະພາ, ເວຫາ. (2. ຄໍານາມ) ເຂົ້າຟ້າ, ຟ້າຕິດໜ້າ, ໜ້າເຂົ້າຟ້າ, ໜ້າເປັນສີດໍາໄໝ້ແຫ້ມ. (3. ຄໍານາມ) ສີຟ້າ.

ຕົວ­ຢ່າງ: 

  • ເພື່ອຄວາມປອດໄພຂອງຜູ້ໂດຍສານ ຖ້ຽວຍົນການບິນລາວໄປຫຼວງພະບາງ ໄດ້ຍົກເລີກຍ້ອນມີພະຍຸເຂົ້າຟ້າບໍ່ເປີດ ມີຝົນຕົກໜັກໝົດມື້.
  • ເຈົ້າຟ້າງຸ່ມ ຫຼື ຊື່ເຕັມແມ່ນ ສົມເດັດ ພຣະບາດ ອັນຍາ ຟ້າ ລັດທຸຣັນຍາ ສຣີ ສັດຕະນາ ຄະນະຍຸດທາ ມະຫາຣາຊ໌ ພຣະບາດ ຣາຊະທໍຣະນາ ສຣີ ສັດຕະນະ ນະຄອນ ກຳເນີດທີ່ເມືອງຫຼວງພະບາງ (ນະຄອນຊຽງທອງໃນເມື່ອກ່ອນ) ໃນປີ ຄ.ສ 1316-1373; ເປັນເຈົ້າຊີວິດຂອງອານາຈັກລ້ານຊ້າງ (ປີ 1353-1371) ເປັນລູກຂອງເຈົ້າຟ້າງ້ຽວ (ຂຸນຜີຟ້າ) ເຊິ່ງແມ່ນເຊື້ອສາຍລາຊະວົງທີ່ສືບທອດກັນມາຕັ້ງແຕ່ສະໄໝຂຸນລໍ.
  • ກ່ອນສາດສະໜາພຸດຈະເຂົ້າມາມີອິດທິພົນໃນອານາຈັກລ້ານຊ້າງ ກ່ອນໜ້ານັ້ນປະຊາຊົນຖືຜີຟ້າຜີ ແຖນ.
  • ມື້ນີ້ຟ້າແຈ້ງ ບໍ່ມີເມກ ສາມາດຫຼຽວເຫັນສຸດຂອບຟ້າ, ທ້ອງຟ້າເປັນສີຟ້າຄາມງາມຫຼາຍ ແຕກຕ່າງ ຈາກວານນີ້ທີ່ທ້ອງຟ້າມືດ ມີຝົນຕົກແຮງ ທັງຟ້າຮ້ອງທັງຟ້າຜ່າ ເປັນຕາຢ້ານ.
  • ຍ້ອນລາວເປັນຄົນເຊື່ອງ່າຍ ເຊື່ອໂຄສະນາ ແລະ ຊື້ຄີມທາໜ້າມາໃຊ້ເຮັດໃຫ້ລາວໜ້າໄໝ້ ແລະ ເຂົ້າຟ້າ ເບີ່ງແລ້ວເປັນຕາຢ້ານ.
  • ຫນອງ​ຟ້າ ແມ່ນໜອງ​ທີ່​ມີ​ຊື່​ສຽງ ແລະ ຫຼາຍຄົນຢາກໄປທ໋ຽວ, ​ຕັ້ງ​ຢູ່ແຂວງອັດຕະປື, ມີຄວາມ​ກວ້າງ​ປະມານ 1 ກິ​ໂລແມັດ ສ່ວນ​ຄວາມ​ເລິກ​ຍັງ​ບໍ່​ທັນຮູ້​ເທື່ອ ​ຄາດ​ວ່າ​ເກີດ​ຈາກ​ພູ​ໄຟລະເບີດ​ຂຶ້ນ​ເມື່ອ​ຫຼາຍ​ພັນ​ປີກ່ອນ ມີນໍ້າເປັນສີຟ້າ ງົດງາມ.
  • ໃນບັນດາສີທັງຫຼາຍ ຂ້ອຍມັກສີຟ້າ ເພາະເບີ່ງແລ້ວສະບາຍຕາ ຫຼື ວ່າເປັນຍ້ອນໄດ້ຮັບອິດທິພົນຈາກການເຫັນຢູ່ຕາມປ້າຍໂຄສະນາຕ່າງໆແຕ່ນ້ອຍຈົນໃຫຍ່.

ສະຫຼຸບ.

ຄໍາວ່າ “ຟ້າ”​ ແມ່ນໝາຍເຖິງສິ່ງທີ່ປົກຄຸມໂລກທີ່ເຮົາເຫັນທຸກມື້ ຊຶ່ງຄໍາວ່າ “ຟ້າ”​ ເວລາໄປປະສົມກັບຄໍາອື່ນ ແລ້ວສາມາດສະແດງເຖິງອາການ, ສະຖານະໄດ້. ນອກຈາກນັ້ນ ຍັງໃຊ້ເປັນຊື່ຂອງຫຼາຍຢ່າງ ທີ່ໃຫ້ຄວາມ ໝາຍແຕກຕ່າງກັນໄປ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo