ຄໍາວ່າ “ກາ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

DooDiDo

ອະທິບາຍຄໍາວ່າ “ກາ” ມີຄວາມໝາຍແນວໃດ?

​ຄໍາວ່າ “ກາ” ໃນພາສາລາວມີຫຼາຍຄວາມໝາຍທັງຄໍານາມ ແລະ ຄໍາກິລິຍາ ສໍາລັບຄໍານາມແມ່ນຊື່ຂອງ ນົກແນວນຶ່ງ ແລະ ເປັນຊື່ຂອງວັດຖຸຫຼາຍແນວພໍສົມຄວນ. ສ່ວນຄໍາກິລິຍາແມ່ນສະແດງເຖິງການໝາຍ ເຄື່ອງໃດນຶ່ງ ຫຼື ຈໍ້າກາ ເພື່ອສະແດງສັນຍາລັກໄວ້ນັ້ນເອງ. “ກາ” ຫຼື ”ໂຕກາ” ຫຼື ”ນົກກາ” ແຕ່ບູຮານ ມາໃນລາວແລ້ວ ຖືວ່າເປັນສັດອະມຸງຄຸນເປັນ ສັດທີ່ເປັນຕາຂີ້ດຽດ ເພາະເປັນສັດກີນຊາກ ຖ້າຫາກພົບ ເຫັນຫຼາຍຜິດປົກກະຕິຖືວ່າເປັນລາງບອກເຫດແນວບໍ່ດີແກ່ບ້ານເມືອງ.

“ກາ” ຫຼື ”ກາຈໍ້າ” ຫຼື ” ກາໝາຍ” ແມ່ນສີ່ງທີ່ບົ່ງບອກເຖິງສັນຍາລັກຄວາມເປັນເຈົ້າຂອງຂອງບຸກຄົນ, ບໍລິສັດ, ອົງການໃດນຶ່ງ ລວມຮອດລັດ ຖະບານ. ນອກຈາກນັ້ນ, ຄໍາວ່າ “ກາ” ຍັງເອີ້ນຊື່ສີ່ງຂອງອື່ນໆອີກເຊັ່ນ: ການໍ້າ, ໝໍ້ກາ ເປັນຕົ້ນ. ການຈະນໍາໃຊ້ຄໍານີ້​ໃຫ້​ຖືກ​ຕ້ອງ​ຕາມຫຼັກ​ໄວ​ຍະກອນ​ຂອງ​ພາ​ສາ​ລາວ​ນັ້ນ​ເຮົາ​ຈະ​ມາ​ຮູ້​ຈັກ​ຄຳ​ນີ້​ນຳ​ກັນ.

SA Game
DooDiDo

ຄຳວ່າ “ກາ

“ກາ” (1. ຄໍານາມ) ສັດມີປີກຈຳພວກນຶ່ງ ຂົນສີດໍາ ຮ້ອງກາໆ, (2. ຄໍານາມ) ຊື່ເຄື່ອງໝາຍຮູບ (+) ຊຶ່ງຕັດມາຈາກຄໍາວ່າກາປະທະ (ຕີນກາ) (3. ຄໍານາມ) ໝໍ້ສໍາລັບຕົ້ມນໍ້າ (ເອີ້ນໝໍ້ກາ), (4. ຄໍາກິລິຍາ) ໝາຍໄວ້, ຂຽນເຄື່ອງໝາຍຢ່າງໃດຢ່າງນຶ່ງໄວ້, (5. ຄໍານາມ) ຊື່ປາແນວນຶ່ງເປັນປາມີເກັດ ເກັດສີມູມໆ ແຕ່ມົນ ແລະ ໃຫຍ່ກວ່າປາເຂັງ.

ຕົວ­ຢ່າງ: 

  • ໃນສະໄໝກ່ອນຖ້າມີຝູງກາລວມຕົວກັນຮ້ອງກາໆ ຢູ່ຈຸດໃດໜຶາງ ສະແດງວ່າມີສັດຕາຍຊາກ ຢູ່ບ່ອນນັ້ນ ເຮັດໃຫ້ກາມາລຸມກີນຊາກສັດດັ່ງກ່າວ.
  • ໂຕການີ້ເປັນຕາຊັງແທ້ໆ ມັນມາລັກຈັບເປັນນ້ອຍຂອງໄທບ້ານທີ່ລ້ຽງໄວ້ຢູ່ນາແຄມບ້ານໄປກີນມື້ ລະໂຕສອງໂຕ.
  • ລາວຜູ້ນັ້ນຄົງຈະອາຍຸຫຼາຍປີເຕີບ ເພາະເບີ່ງໜ້າລາວມີແຕ່ຮອຍຕີນກາເຕັມເຖິງວ່າລາວຈະມັກມາ ໃຊ້ບໍລິການຢູ່ຮ້ານເສີມຄວາມງາມເລື້ອຍໆກໍ່ຕາມ.
  • ເສັ້ນທາງໃນຕົວເມືອງມີຮອຍກາກະບາດ ໝາຍເຖິງຫ້າມລົດຈອດແມ່ນບໍ່ ຫຼື ມີຄວາມໝາຍແນວອື່ນ?.
  • ກາເຄື່ອງໝາຍຂອງບໍລິສັດແປບຊີ ມີສີສັນງາມຫຼາຍ ເຮັດໃຫ້ຖືກຕາຖືກໃຈຂອງຜູ້ບໍລິໂພກ ແລະ ໃນສະຫຼາກໂຄງສະນາຍັງບົ່ງລາຍລະອຽດຂອງສ່ວນປະສົມ ລວມທັງຂໍ້ມູນພະລັງງານທີ່ຕ້ອງການ ໃນການບໍລິໂພກຕໍ່ວັນອີກດ້ວຍ.
  • ການທີ່ຈະສົ່ງເອກະສານອອກທຸກເທື່ອຕ້ອງປະທັບກາຂາອອກຂອງບໍລິສັດ ດ້ວຍກາຈໍ້າໃຫ້ຖືກຕ້ອງ ຕາມລະບຽບການກ່ອນ ລວມທັງເກັບກໍາເຂົ້າລະບົບ ເພື່ອໃຫ້ສະດວກໃນການຕິດຕາມ.
  • ຄົນສະໄໝກ່ອນ ນີຍົມຕົ້ມນໍ້າດ້ວຍກາຈົນຟົດ ເພື່ອຮັບປະກັນບໍ່ໃຫ້ມີຫີນປູນ ແລະ ພະຍາດເສຍ ກ່ອນ ແລ້ວຈິ່ງດື່ມ.

ສະຫຼຸບ.

ຄໍາວ່າ “ກາ”​ ມີຄວາມໝາຍຫຼາຍຢ່າງມີທັງຄໍານາມທີ່ເປັນຊື່ຂອງໂຕສັດ ແລະ ວັດຖຸສີ່ງຂອງ. ນອກຈາກ ນັ້ນ ກະຍັງເປັນຄໍາກິລິຍາ ທີ່ສະແດງເຖິງການກະທໍາທີ່ແຝງມາໃນຄວາມເປັນເຈົ້າຂອງໃນໂຕເຊັ່ນ: ຖ້າ ມີລາຍເຊັນ ແຕ່ບໍ່ຈໍ້າກາ ກໍບໍ່ມີຄວາມໝາຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo