ຄຳວ່າ “ດື່ມ” ແລະ “ກິນ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ດື່ມ” ແລະ “ກິນ”.

ໃນສັງຄົມ​ລາວຕົວຈິງການໃຊ້ຄໍາວ່າ ​“ດື່ມ” ແມ່ນບໍ່ຄ່ອຍໄດ້ຍີນພໍປານໃດ  (ຍົກເວັ້ນໜັງສືທາງລັດຖະ ການ) ສ່ວນໃຫຍ່ແລ້ວຈະນິຍົມກັນໃຊ້ຄໍາວ່າ “ກິນ” ໝາຍເຖິງການບໍລິໂພກນໍ້າທາງປາກນັ້ນເອງ.

ແຕ່ ໃນຄວາມເປັນຈິງ ທາງດ້ານຫຼັກໄວຍະກອນແລ້ວ “ດື່ມ” ແມ່ນຖືກຕ້ອງທີ່ສຸດ, “ກິນ” ແມ່ນພຽງຄໍາ ເວົ້າແຕ່ທາງດ້ານການຂຽນແມ່ນຜິດຫຼັກໄວຍະກອນ ເຖິງຢ່າງໃດກໍ່ຕາມເຫັນວ່າສັງຄົມໃນປັດຈຸບັນບໍ່ ຄ່ອຍໃສໃຈກັບເລື່ອງດັ່ງກ່າວ ເຖິງແມ່ນວ່າການອອກສຽງແມ່ນຕ່າງກັນຂາດຂັ້ນ ດັ່ງ​ນັ້ນເພື່ອ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງ ແລະ ສອດຄ່ອງກັບຫຼັກການຂິດຂຽນ ວ່າ​ເຮົາຄວນ​ໃຊ້​ຄຳ​ໃດ​ແທ້​ຈິ່ງ​ຈະແທດເໝາະຕ້ອງໄດ້ມີການສຶກສາໃຫ້ເຂົ້າໃຈຢ່າງລະອຽດສາກ່ອນ.

ຄຳ​ວ່າ ​“ດື່ມ” ແມ່ນໃຊ້ກັບຂອງແຫຼວປະເພດຕ່າງໆ ທີ່ເອົາຜ່ານປາກລົງໄປທ້ອງ ແລະ ຄໍາວ່າ “ກິນ” ແມ່ນການເອົາອາຫານ ທີ່ບໍ່ແມ່ນຂອງແຫຼວ ຜ່ານປາກລົງທ້ອງນັ້ນເອງ.

SA Game
DooDiDo

ຄວາມໝາຍຄຳ​ວ່າ “ດື່ມ”:

“ດື່ມ” (1. ຄໍາກິລິຍາ)  ການເອົາຂອງທີ່ເປັນນໍ້າ ຫຼື ຂອງແຫຼວຜ່ານເຂົ້າປາກ ໂດຍບໍ່ໄດ້ຫຍໍ້າ ແລ້ວກືນລົງໄປກະເພາະ, ການດື່ມ.

ຕົວ​ຢ່າງ:

  • ໃນໄລຍະນີ້ແມ່ນລະດູຮ້ອນ ຖ້າຫາກອອກແຮງງານ ແລ້ວເຫື່ອອອກຫຼາຍ ໄດ້ດື່ມນໍ້າເຢັນໆ ຄືຊິ ມີແຮງ (ບໍ່ແມ່ນກິນນໍ້າເຢັນໆ).
  • ​ຊາຍຜູ້ຮ່າງໃຫຍ່ ແລະ ຕຸ້ຍໆ ລາວດື່ມເບຍແຕ່ຕອນເຊົ້າມື້ນີ້ຈົນຮອດແລງກະຍັງບໍ່ສະແດງອາ ການເມົາ ແລະ ສາມາດດື່ມເຫຼົ້າປົນອີກ ລາວຄໍແຂງແທ້ໆ ສະແດງວ່າລາວຕ້ອງສຸຂະພາບດີ.
  • ພາຍຫຼັງທີປະຂຸມໄດ້ 2 ຊົ່ວໂມງ ພິທີກອນໄດ້ປະກາດໃຫ້ແຂກພັກດື່ມນໍ້າຊາກາເຟ ຕາມວາລະ ກອງປະຊຸມທີ່ໄດ້ແຈກຢາຍກັນ ຈາກນັ້ນ 30 ນາທີຈິ່ງເຂົ້າປະຊຸມຕໍ່.
  • ການດື່ມນໍ້າສະອາດ ຫຼື ນໍ້າທີ່ຕົ້ມສຸກຈະເຮັດໃຫ້ຄົນເຮົາມີສຸຂະພາບແຂງແຮງ ແລະ ໃນມື້ນຶ່ງຄວນ ດື່ມຢ່າງນ້ອຍ 3 ລິດ.

ຄວາມໝາຍຄຳ​ວ່າ “ກິນ”:

“ກິນ” (1. ຄໍາກໍາມະ) ການເອົາສິ່ງໃດສິ່ງໜຶ່ງ ເຂົ້າໄປໃນປາກຫຍໍ້າ ແລະ ກືນລົງທ້ອງຂອງ ຄົນ ຫຼື ສັດ ຜ່ານປາກ, ຮັບປະທານ, ສັນເພນ (ກໍລະນີໃຊ້ກັບພະໃນສາສະໜາພຸດ)

ຕົວ​ຢ່າງ:

  • ມື້ນີ້ຂ້ອຍໄປຕະຫຼາດ ເພື່ອຊື້ຊີ້ນໝູ ແລະ ຜັກຈໍານວນໜຶ່ງ ມາແຕ່ງກິນ ຄິດວ່າຄືຊິແຊບສົມໃຈ ຢາກ.
  • ໃນງານດອງມື້ນີ້ ຫຼັງຈາກສໍາເລັດພິທີສູ່ຂວັນເຈົ້າພາບທັງສອງຝ່າຍໄດ້ເຊີນແຂກຮັບປະທານອາ ຫານທ່ຽງ ຊຶ່ງມີແຕ່ແນວກິນແຊບໆ ຂ້ອຍພ້ອມດ້ວຍໝູ່ກິນເອົາກິນເອົາຈົນຄັດທ້ອງໃນຄວາມຮູ້ສຶກ ຄືຊິກຸ້ມເປັນເດືອນພຸ້ນລະ.
  • ວານນີ້ຂ້າພະເຈົ້າໄດ້ຍ່າງກາຍວັດ ໃນຕອນບ່າຍເຫັນຄູບາ ແລະ ຈົວນ້ອຍກໍາລັງສັນເພນ ຕາມຮິດຄອງ

ສະ​ຫຼຸບ

ການນໍາໃຊ້ຄຳທັງສອງມີຄວາມໝາຍ ແລະ ການນໍາໃຊ້ທີ່ແຕກຕ່າງກັນໂດຍຄຳ​ວ່າ “ດື່ມ” ແມ່ນໝາຍເຖິງການເອົາເຄື່ອງດື່ມ ຫຼື ຂອງແຫຼວຜ່ານເຂົ້າປາກໂດຍບໍ່ຫຍໍ້າ ແລະ ກືນລົງໄປໃນທ້ອງ. ສ່ວນຄຳ​ວ່າ “ກິນ” ແມ່ນການ ເອົາອາຫານ ຫຼື ສີ່ງໃດໜຶ່ງໃສປາກຫຍໍ້າ ແລະ ກືນລົງກະເພາະ ນັ້ນເອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo