ຄຳວ່າ “ໄກ້” ແລະ “ໃກ້” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ໄກ້” ແລະ “ໃກ້”.

ມື້ນີ້ເຮົາຈະມາແນະນໍາບາງບັນຫາທີ່ພົບໃນການຂຽນພາສາລາວ ເປັນຕົ້ນແມ່ນຄໍາສັບທີ່ຂຽນດ້ວຍສະລະ “ໄx” ແລະ “ໃx” ຊຶ່ງເຮົາຈະຍົກຕົວຢ່າງເພື່ອມາອະທິບາຍຄື: ຄຳ​ວ່າ ​“ໄກ້” ແລະ “ໃກ້” ພາ​ສາ​ລາວ​ແມ່ນ​ມີຄວາມ​ໝາຍ​ແຕກ​ຕ່າງ​ກັນ ແຕ່ການອອກສຽງຊໍ້າພັດໃກ້ຄຽງກັນຫຼາຍ  ​“ໄກ້” ແມ່ນຊື່ຂອງສັດຊະນິດໜຶ່ງ ແຕ່ “ໃກ້” ໝາຍເຖິງບໍ່ໄກນັ້ນເອງ, ເພື່ອ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງຕາມຫຼັກໄວຍະກອນ​ຕ້ອງໄດ້ມີຄວາມເຂົ້າໃຈເສຍກ່ອນ.

ການອອກສຽງໃກ້ຄຽງກັນ ແຕກຕ່າງພຽງສຽງສູງກັບສຽງຕໍ່ານ້ອຍດຽວ ອາດຈະເຮັດໃຫ້ຜູ້ຟັງເຂົ້າ ໃຈຄວາມໝາຍໄປຄົນລະແນວ ແລະ ເຮັດໃຫ້ເຂົ້າໃຈ ຜີດໄດ້. ສໍາລັບຄວາມໝາຍລວມທັງການນໍາໃຊ້ແມ່ນມີດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳ​ວ່າ “ໄກ້”:

“ໄກ້” (1. ຄໍານາມ) ສັດສີ່ຕີນແນວນຶ່ງ ຈໍາພວກຄ້ຽວເອື້ອງ ຕົວທໍ່ກະຕ່າຍ ແຕ່ຮູບຮ່າງຄືຟານ ອາໃສຢູ່ໃນປ່າ.

ຕົວ​ຢ່າງ:

  • ໄກ້ເປັນສັດປ່າໃກ້ສູນພັນ ແລະ ເປັນສັດອະນຸລັກ ທັງເປັນສັດຫາຍາກ ແຕ່ເຖິງປານນັ້ນກະຍັງ ມີຫຼາຍຄົນຍັງລັກລອບຄ້າຂາຍ ເພື່ອເປັນອາຫານ.
  • ໄກ້ເປັນສັດລ້ຽງລູກດ້ວຍນົມ ແລະ ຄ້ຽວເອື້ອງ ເຖິງຈະໂຕນ້ອຍແຕ່ມັນກໍ່ແລ່ນດ້ວຍຄວາມວ່ອງ  ແລະ ພາງຕົວໄດ້ເກັ່ງຫຼາຍໂດຍສະເພາະຍາມມັນຖືກໄລ່ລ່າ.
  • ​ໃນປະເທດລາວ ຍັງມີຫຼາຍແຂວງທີ່ອຸດົມສົມບູນໄປດ້ວຍຊັບໃນດີນສິນໃນນໍ້າ ມີສັດປ່ານາໆ ຊະ ນິດ ໄກ້ ກໍ່ແມ່ນໜຶ່ງທີ່ດໍາລົງຊີວິດຢູ່ທຸກໆແຂວງຂອງປະເທດລາວ.
  • ໃນເມື່ອກ່ອນຄົນລາວນິຍົມກັນລ່າໄກ້ ເພື່ອມາເປັນອາຫານເພາະວ່າໄກ້ເປັນສັດທີ່ມີຄວາມແຊບ ແລະ ນົວເຖິງວ່າບໍ່ໃສ່ຜົງຊູລົດກໍ່ຕາມ ດັ່ງນັ້ນຈິ່ງເຮັດໃຫ້ສັດດັ່ງກ່າວຫາເບີ່ງໃດ້ຍາກໃນປະຈຸບັນ.

ຄວາມໝາຍຄຳ​ວ່າ “ໃກ້”:

“ໃກ້” (1. ຄໍາຄູນສັບ ຫຼື ກິລິຍາວິເສດ) ແປະ, ມໍ່, ບໍ່ຫ່າງ, ມໍ່ໆນີ້ (2. ຄໍາຄູນນາມ) ໃກ້ຄຽງ, ຈໍ້, ຢູ່ໃກ້

ຕົວຢ່າງ:

  • ນັກສືກສາຍີງສອງຄົນນັ້ນມີຄວາມໃກ້ຊິດຕິດແທດກັນຫຼາຍ ເຂົາເຈົ້າຊ່ວຍເຫຼືອຊຶ່ງກັນ ແລະ ກັນ ບໍ່ວ່າໃນເວລາປົກກະຕິ ແລະ ຈໍາເປັນ.
  • ວານນີ້ຕອນຝົນໃກ້ຈະຕົກຂ້ອຍຢູ່ໃນເຮືອນເບີ່ງເຫັນຂີ້ເຝື້ອດໍາມືດທົ່ວທ້ອງຟ້າ ແລະ ມີລົມແຮງເປັນ ຕາຢ້ານ. ແຕ່ເມື່ອຝົນໃກ້ຈະເຊົາພັດເຫັນຟ້າແຈ້ງສະຫວ່າງປານບໍ່ມີຫຍັງເກີດຂຶ້ນ.
  • ແຕ່ກ່ອນຍ້ອນສອງຄົນນັ້ນ ຢູ່ໃກ້ຊິດກັນຫຼາຍ ເລີຍເຮັດໃຫ້ເຂົາເຈົ້າຮັກກັນ ແລະ ແຕ່ງງານກັນ ປະຈຸບັນເຂົາທັງສອງໃກ້ຈະມີພະຍານຮັກນໍາກັນ.

ສະ​ຫຼຸບ

ການນໍາໃຊ້ຄຳທັງສອງມີຄວາມໝາຍ ແລະ ການນໍາໃຊ້ແຕກຕ່າງກັນໂດຍຄຳ​ວ່າ “ໄກ້” ແມ່ນຊື່ຂອງສັດສີ່ ຕີນແນວນຶ່ງ ແຕ່ອອກສຽວໃກ້ຄຽງກັບຄຳ​ວ່າ “ໃກ້” ຫຼາຍແຕ່ມີຄວາມໝາຍວ່າ ບໍ່ໄກ ນັ້ນເອງ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo