ຄຳວ່າ “ມານ” ແລະ “ມ້ານ” ມີຄວາມໝາຍອັນດຽວກັນບໍ່?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຂອງ​ຄຳ​ວ່າ “ມານ” ແລະ ມ້ານ”.

ຄໍາວ່າ ​“ມານ” ແລະ ​“ມ້ານ” ເຖິງການອອກສຽງຈະໃກ້ຄຽງກັນຕ່າງພຽງແຕ່ສຽງສູງຕໍ່າ ແຕ່ຄວາມໝາຍ ແມ່ນແຕກຕ່າງກັນຄົນລະແນວ.

ຄໍາວ່າ ​“ມານ” ໝາຍເຖິງສິ່ງທີ່ຢູ່ກົງກັນຂ້າມກັບພະເຈົ້າ, ເທວະດາ ຫຼື ສິ່ງທີ່ດີທີ່ປົກປ້ອງຜູ້ຄົນ ແລະ ກົງກັນຂ້າມກັບຄວາມດີ ຊຶ່ງສ່ວນ ໃຫຍ່ມັກເອີ້ນວ່າ ເປັນຍັກເປັນມານ, ມານຮ້າຍ, ນາງມານ, ມານຍາ. ນອກຈາກນັ້ນ, ຍັງໝາຍເຖິງການມານລູກຂອງຄົນ ຫຼື ສັດ ລວມທັງພຶດຈໍານວນນຶ່ງເຊັ່ນ: ມານລູກໄດ້ສາມເດືອນ, ມານທາງ, ສາລີສອງມານ, ເຂົ້າມານສົ່ງກີ່ນຫອມທົ່ວທົ່ງນາ.

ຄໍາວ່າ ​“ມ້ານ” ໝາຍເຖິງບໍ່ມີສີ, ຈຶດຈາງ ເຊັ່ນ: ອາບນໍ້າຈົນສົບມ້ານ, ເດັກນ້ອຍເກີດໃໝ່ຈະໂຕມ້ານ, ບໍ່ກີນເຂົ້າຫຼາຍມື້ໜ້າຈຶດໜ້າມ້ານໝົດແລ້ວ. ນອກຈາກນັ້ນ ເມື່ອນຳໄປບວກກັບຄໍາອື່ນກໍເຮັດໃຫ້ມີຄວາມໝາຍເປັນຢ່າງອື່ນໄດ້ເຊັ່ນກັນຄື: ມ້ານຕາ, ຜ້າມ້ານ ເປັນຕົ້ນ.

SA Game
DooDiDo

ເພື່ອ​ໃຫ້ເຂົ້າໃຈຄວາມໝາຍຂອງການນນຳ​ໃຊ້​ໃຫ້​ຖືກ​ຫຼາຍຂຶ້ນ ​ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງ ດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ມານ”.

“ມານ” (1. ຄຳນາມ) ສີ່ງມາຂັດຂວາງບໍ່ໃຫ້ເຖິງຄວາມດີທີ່ຕົນປະສົງ, ເທວະດາພວກນຶ່ງ. ຜີ, ຜີສາງ. (2. ຄຳກິລິຍາ) ມີລູກ, ອາການທີ່ລູກມາເກີດໃນທ້ອງ, ຮຽກຮວງເຂົ້າສາລີ ຫຼື ຝັກເຂົ້າສາລີວ່າ ມານນຶ່ງ ສອງມານ.

ຕົວ​ຢ່າງ:

  • ໜັງຈີນບູຮານ ຝ່າຍທໍາມະ ເປັນຝ່າຍຄົນດີ ແລະ ອະທໍາ ຫຼື ຝ່າຍມານ (ພັກມານ) ຊຶ່ງມັກໃຊ້ວິຊາມານ ໃນການຂ້າຄົນ. ແຕ່ບາງເລື້ອງພັກມານກໍມີຄົນດີຢ່າງຫຼວງຫຼາຍ ທີ່ຖືກຝ່າຍທໍາມະໃສ່ຮ້າຍ
  • ມະນຸດເຮົາມານລູກໃຊ້ເວລາປະມານເກົ້າເດືອນ ຈິ່ງເກີດ ຫຼື ຄອດ ອອກມາ ແຕກຕ່າງຈາກລິງ ຊຶ່ງໃຊ້ເວລານ້ອຍກວ່າຄົນ.
  • ແມ່ມານສ່ວນໃຫຍ່ມັກອາລົມບໍ່ດີບໍ່ມີເຫດຜົນ ອາລົມຂຶ້ນໆ ລົງໆ ຢາກກິນຫັ້ນກິນນີ້ ກິນຈຸກຈິກ ແຕ່ມີສ່ວນນຶ່ງ ກໍມີເຫດຜົນເວົ້າຈາອ່ອນຫວານ ໂດຍລວມແລ້ວແມ່ນແຕກຕ່າງກັບຕອນບໍ່ທັນມານລູກ.
  • ເວລາເຂົ້ານາມານ ຈະຂຽວທົ່ວທົ່ງນາ ແລະ ສົ່ງກີ່ນຫອມຫວນໄປທົ່ວບໍລິເວນດັ່ງກ່າວ ຜູ້ຄົນກາຍໄປກາຍມາມັກສູດລົມຫາຍໃຈແບບມີຄວາມສຸກ.
  • ແມ່ຄ້າຂາຍສາລີຮ້ອງໃສ່ລູກຄ້າ “ສາລີໜຶ້ງຮ້ອນໆເດີນຶ່ງມັດ 10 ມານ ພຽງແຕ່ 5 ພັນກີບ” ຊື້ຊ່ວຍແດ່.

ຄວາມໝາຍຄຳ​ວ່າ “ມ້ານ”.

“ມ້ານ” (1. ຄໍາຄູນສັບ ຫຼື ກິລິຍາວິເສດ) ບໍ່ມີສີ, ສີຈາງໄປ, ສີຂາວໆ, ສີກໍ່າແຫຼ້ເຂົ້າກະທັນຫັນ, ເຫຼືອກຂຶ້ນ (ສໍາລັບຕາ). ຊິດ, ຊິດຂາວ, ໜ້າເຫຼືອງກໍ່າ. (2. ຄໍານາມ) ຊີ້ນສຸກໆດີບໆ, ຊີ້ນບໍ່ສຸກປານໃດ,

ຕົວ​ຢ່າງ:

  • ເດັກນ້ອຍອາບນໍ້າແຕ່ເຊົ້າຈົນແລງ ຜູ້ໃດກໍສົບມ້ານ ໄປບອກໃຫ້ເຂົາເຊົາສາ ຈັກນ້ອຍຊິເປັນໄຂ້ເປັນຫວັດ ມື້ໜ້າຈິ່ງໃຫ້ອາບໃໝ່.
  • ລາວເກີດອຸບັດຕິເຫດ ຕົກລົດຈັກ ໂຕມ້ານເຂົ້າມ້ານເຂົ້າ ຫຼັັງຈາກນັ້ນ ມີຄົນມາປະຖົມພະຍາບານໃຫ້ລາວ ຈິ່ງດີຂຶ້ນຕາມລໍາດັບ ຈົນລົດພະຍາບານມາຮັບໄປໂຮງໝໍ.
  • ວານນີ້ລາວເປັນວິນຕາມ້ານເປັນເທື່ອ ຈັ່ງແມ່ນໜ້າເປັນຫ່ວງ ແຕ່ມື້ນີ້ຊໍ້າພັດແຂງແຮງ ຄືບໍ່ມີຫຍັງ ເກີດຂຶ້ນ.
  • ໄປກິນເຂົ້າປ່າວານນີ້ ໝູ່ເຮັດມ້ານຊີ້ນງົວ ຈໍ້າແຈ່ວເພ້ຍ ກິນແລ້ວແຊບແທ້ແຊບວ່າ ຍັງຕິດໃຈຢູ່ ມື້ໜ້າຊິບອກໝູ່ມາເຮັດໃຫ້ກິນອີກ.

ສະ​ຫຼຸບ.

ຄຳ​ວ່າ “ມານ” ໝາຍເຖິງຝ່າຍອະທໍາ ແລະ ກົງກັນຂ້າມກັບຄວາມດີ. ໝາຍເຖິງການຖືພາຂອງຄົນ, ສັດ ແລະ ພຶດບາງຊະນິດເຊັ່ນ: ເຂົ້າ, ສາລີ. ສ່ວນຄຳ​ວ່າ “ມ້ານ” ໝາຍເຖິງສີຈຶດຂາວ ຫຼື ຈຶດແຫຼ້ ເຂົ້າກະທັນ ຫັນ ຈາກການເຈັບເປັນ ຫຼື ຖືກການກະທົບກະແທກ ລວມທັງການອາບນໍ້າເປັນເວລາດົນຂອງຄົນເຮົາ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo