ຄໍາວ່າ “ກັດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ກັດ” ມີຄວາມໝາຍແນວໃດ?

ຄໍາວ່າ “ກັດ” ແມ່ນຊື່ປາກັດ ຊຶ່ງເປັນປານ້ອຍແນວນຶ່ງຕົວປະມານທໍ່ກັນກັບປາໝັດ ຫຼື ທໍ່ກັນກັບຂະໜາດຂອງເລັບມືຂອງຄົນເຮົາ ສໍາລັບຕົນໂຕມີເກັດສີຂຽວແກ່ຫາສີຂຽວດໍາ ແລະ ມີພຶດຕິກໍາຫວງເຂດທີ່ຢູ່ ຖ້າມີ ການລໍ້າເຂດແມ່ນຈະກັດກັນໂລດ. “ກັດ” ຍັງແມ່ນຊື່ເລກ ຕົວທີ 6 ຫຼື ປີທີ 6 ຕາມຈໍານວນເລກທ້າຍຈຸນລະສັກກະລາດ ທີ່ບູຮານເອີ້ນວ່າ ແມ່ມື່ ຄື  ກາບ, 2 ຮັບ, 3 ຮວາຍ, 4 ເມີງ, 5 ເປີກ, 6 ກັດ, 7 ກົດ, 8 ຮ້ວງ, 9 ເຕົ່າ, 10 ກາ.

ນອກຈາກນີ້, “ກັດ” ຍັງແມ່ນການຂົບດ້ວຍແຂ້ວ ຫຼື ຂອງມີຄົມ, ແຕ່ແຕກຕ່າງຈາກການຫຍໍ້າ ໃຊ້ເວົ້າໃນກໍລະນີຄົນ, ສັດບາງຊະນິດກັດ ຫຼື ຂົບ ບໍ່ສາມາດໃຊ້ໄດ້ນໍາໝົດແນວ ເຊັ່ນ: ຄົນກັດຊີ້ນ ແລະ ຄ້ຽວກິນ, ໂຕໝາກັດໂຕແບ້, ໂຕເຕົ່າກັດໂຕປາ, ໂຕລິງກັດມືເດັກນ້ອຍ, ໂຕເສືອກັດງົວ ແລະ ລາກໄປກິນ, ນົກຈິກ ໝາກໄມ້ ບໍ່ແມ່ນກັດໝາກໄມ້ ເປັນຕົ້ນ. “ກັດ” ຍັງໃຊ້ກໍລະນີສານເຄມີ ຫຼື ຢາຕ່າງໆ ເຮັດໃຫ້ສິ່ງໃດນຶ່ງເສຍຫາຍ ເຊັ່ນ: ເຫຼັກຕາກຝົນ ແລະ ຖືກກັດຈົນເປັນໝ້ຽງ, ເກືອກາລີກັດເຫຼັກອອກເປັນສີຟ້າ ເປັນຕົ້ນ. “ກັດ” ຍັງໝາຍເຖິງໃຈກ້າຫານ ຫຼື ກະທໍາຢ່າງໃດນຶ່ງແບບບໍ່ຢ້ານ ເອີ້ນ ໃຈກັດ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າກັດ”.

“ກັດ” (1. ຄໍານາມ) ຊື່ປາແນວນຶ່ງຕົວນ້ອຍທໍ່ປາໝັດ ຫຼື ທໍ່ເລັບມື ສີຂຽວແກ່ຈົນດໍາ ມັກກັດກັນ. ຊື່ເລກ ຕົວທີ 6 ຫຼື ປີທີ 6 ຕາມຈໍານວນເລກທ້າຍຈຸນລະສັກກະລາດ ທີ່ບູຮານເອີ້ນວ່າ ແມ່ມື່ ຄື  ກາບ, 2 ຮັບ, 3 ຮວາຍ, 4 ເມີງ, 5 ເປີກ, 6 ກັດ, 7 ກົດ, 8 ຮ້ວງ, 9 ເຕົ່າ, 10 ກາ. ຂົບໃຫ້ຂາດດ້ວຍແຂ້ວ ຫຼື ຂອງມີຄົມ, ທໍາໃຫ້ເປື່ອຍດ້ວຍຢາ. (2. ຄໍາກິລິຍາວິເສດ) ກ້າແຂງ (ໃຈກັດ).

ຕົວຢ່າງ:

  • ລູກຊາຍກົກຂ້ອຍມັກລ້ຽງປາໃສ່ຕູ້ໂຊ ໂດຍສະເພາະແມ່ນປາກັດ ເພາະມັນມັກກັດກັນ ເພີ່ນວ່າຄັກດີ ຄືກັນກັບເບີ່ງຕີໂມຍ.
  • ມື້ວານຕອນແລງມີຄົນເຈັບມາສັກຢາກັນວໍ້ ແລະ ສັກຢາກັນເຕຕະນົດ ເພາະຖືກໂຕໝາກັດໃນຕອນເຊົ້າວານນີ້.

ສະຫຼຸບ.

ຄໍາວ່າ “ກັດ” ແມ່ນຊື່ຂອງປາກັດ ຊຶ່ງເປັນປານ້ອຍຢ່າງໜຶ່ງ ເພາະມີພຶດຕິກໍາຫວງຖີ່ນ ແລະ ມັກກັດກັນ. “ກັດ” ແມ່ນຊື່ເລກຕາມຈໍານວນເລກທ້າຍຈຸນລະສັກກະລາດ ໃຊ້ໃນສະໄໝທີ່ບູຮານ ຄື  ກາບ, 2 ຮັບ, 3 ຮວາຍ, 4 ເມີງ, 5 ເປີກ, 6 ກັດ, 7 ກົດ, 8 ຮ້ວງ, 9 ເຕົ່າ, 10 ກາ. ນອກຈາກນີ້, “ກັດ” ແມ່ນຂົບດ້ວຍແຂ້ວ ຂອງຄົນ ແລະ ສັດບາງຈໍານວນ. “ກັດ” ຍັງໝາຍເຖິງສານເຄມີ ຫຼື ຢາກັດກ່ອນໃຫ້ເສຍຫາຍອີກຄວາມໝາຍໜຶ່ງ “ກັດ” ແມ່ນໃຈກ້າຫານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo