ທ່ານ ພັນ​ຄຳ ນາ​ຍົກ ສ​ປ​ປ ລາວ ຢ້ຽມ​ຢາກ ສ​ສ ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

SA Game

ກົມຂ່າວກະຊວງການຕ່າງປະເທດ

ທ່ານ​ ພັນ​ຄຳ ວິ​ພາ​ວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຢ້ຽມຢາມ ຫວຽດນາມ.

ໃນລະຫວ່າງວັນທີ 08-10 ມັງກອນ 2022 ນີ້, ສະຫາຍ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງ ການ , ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ.

ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ສະຫາຍ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງເຖິງ ນະຄອນ ຫລວງຮ່າໂນ້ຍ ໃນຕອນເຊົ້າວັນທີ 08 ມັງກອນ 2022 ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ ໂດຍ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ທີ່ສຳນັກ ງານປະທານປະເທດ.

ຫລັງຈາກສຳເລັດພິທີຕ້ອນຮັບ ຢ່າງເປັນທາງການ, ສະ ຫາຍ ນາຍົກລັດ ຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍການນຳຂັ້ນສູງຂອງ ສສ ຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍ ກັບ ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ທີ່ ຫ້ອງວ່າການລັດຖະບານ.

SA Game
ກົມຂ່າວກະຊວງການຕ່າງປະເທດ

ໃນໂອກາດດັ່ງກ່າວ, ສະຫາຍ ນາ ຍົກລັດຖະ ມົນຕີ ພັນຄໍາ ວິພາວັນ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະ ຊາຊົນຫວຽດນາມ, ເຊິ່ງເປັນການຢ້ຽມຢາມທາງການຄັ້ງທໍາອິດ ພາຍຫລັງທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງນາຍົກ ລັດຖະ ມົນ ຕີ ແລະ ຍັງເປັນການພົບປະແບບເຊິ່ງໜ້າກັບ ສະຫາຍ ນາຍົກລັດ ຖະມົນຕີ ຟ້າມ ມິງ ຈິງ ຄັ້ງທໍາອິດ, ສະແດງ ໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດ ສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ ແລະ ຫວຽດ ນາມ ອ້າຍນ້ອງຢ່າງແທ້ຈິງ.

ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈຕໍ່ບັນດາຜົນ ສຳເລັດອັນສຳຄັນ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນຳພາອັນຖືກຕ້ອງສະຫລາດສ່ອງໃສ ຂອງພັກກອມມູນິດຫວຽດນາມ ຕະຫລອດໄລຍະຜ່ານມາ

ເຮັດໃຫ້ທົ່ວປະເທດມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ການຮ່ວມ ມືສອງຝ່າຍ ແລະ ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ແລະ ຂໍ້ຕົກລົງຮ່ວມມືສອງຝ່າຍ ກໍຄືການຕົກລົງຂອງການນຳຂັ້ນສູງ ຂອງສອງປະເທດ ໃນທຸກໆດ້ານຕະຫລອດໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ.

ສອງຝ່າຍຮ່ວມ ກັນຕີລາຄາສູງ ບັນດາການຮ່ວມມື ຮອບດ້ານໃນໄລຍະຜ່ານມາ ເຖິງວ່າຈະມີການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງໃນທົ່ວໂລກ ແລະ ໃນສອງປະເທດ ແຕ່ການພົວພັນສອງຝ່າຍພວກເຮົາໄດ້ມີ ການຂະຫຍາຍຕົວເປັນປົກກະຕິ, ການພົວພັນຮ່ວມມືດ້ານການເມືອງ ສືບຕໍ່ມີຄວາມໜັກ ແໜ້ນ, ໝັ້ນທ່ຽງ, ມີຫລາຍຮູບ, ຫລາຍແບບ, ສ້າງໄດ້ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃນລະດັບສູງ, ມີການໄປມາ ລະ ຫວ່າງການນໍາຂັ້ນສູງ ແລະ ທຸກລະດັບເປັນປົກກະຕິ.

ນອກນັ້ນ, ຍັງມີການຕິດຕໍ່ທາງໂທລະ ສັບ, ປະຊຸມທາງໄກນໍາກັນ. ການຮ່ວມ ມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ນັບມື້ນັບໄດ້ຮັບການເສີມຂະຫຍາຍຢ່າງມີປະສິດທິຜົນ ແລະ ໃກ້ຊິດສະ ໜິດສະໜົມທັນການ.

ການຮ່ວມມືດ້ານເສດ ຖະກິດ ການຄ້າ, ການລົງທຶນ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ, ການສຶກສາ ນັບມື້ນັບໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາ, ບັນ ດາຂໍ້ຫຍຸ້ງຍາກຕ່າງໆ ແມ່ນໄດ້ຮັບຄວາມເອົາໃຈໃສ່ແກ້ໄຂຈາກທັງ ສອງຝ່າຍ ເຮັດໃຫ້ສາມາດຜ່ານຜ່າໄປໄດ້ດ້ວຍດີ.

SA Game
ກົມຂ່າວກະຊວງການຕ່າງປະເທດ

ການຮ່ວມມື ລະ ຫວ່າງບັນດາກະຊວງ, ຂະ ແໜງການ ແລະ ທ້ອງຖິ່ນ ນັບມື້ນັບໃກ້ຊິດສະໜິດສະໜົມ ແລະ ມີປະສິດທິຜົນ.

ໃນໂອກາດດຽວກັນນີ້, ສະຫາຍ ນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍໄດ້ຕາງໜ້າພັກ-ລັດຖະ ບານ ແລະ ປະຊາຊົນລາວ ສະ ແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະ ຄວາມຂອບອົກຂອບ ໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນໃຫຍ່ຫລວງ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດການປະຕິວັດລາວມາໂດຍຕະຫລອດ.

ອັນທີ່ພົ້ນເດັ່ນເປັນ ຄວາມເອກອ້າງທະນົງໃຈ ກໍ່ແມ່ນໂຄງການຕຶກຫໍສະພາແຫ່ງຊາດ ທີ່ມີມູນຄ່າສູງເຖິງ 111,75 ລ້ານໂດລາສະຫະລັດ ທີ່ເປັນຂອງຂວັນອັນລໍ້າຄ່າຂອງພັກ-ລັດ ແລະ ປະຊາ ຊົນຫວຽດນາມ ມອບໃຫ້ແກ່ພັກ-ລັດ ແລະ ປະຊາຊົນລາວ.

ນອກນີ້, ເຖິງແມ່ນວ່າ ປະຊາຊົນຫວຽດນາມອ້າຍນ້ອງ ກໍ່ຍັງພົບຄວາມຫຍຸ້ງຍາກ ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແຕ່ກໍ່ໄດ້ບິແບ່ງການຊ່ວຍເຫລືອອັນລ້ຳຄ່າ ດ້ວຍການສົ່ງທີມແພດໝໍ ແລະ ອຸປະກອນການແພດມາຊ່ວຍພວກຂ້າພະເຈົ້າ ຢ່າງທັນການ ແລະ ມີປະສິດທິຜົນ, ເຮັດໃຫ້ ສປປ ລາວ ສາມາດຄວບຄຸມແລະ ແກ້ໄຂການແຜ່ລະບາດຂອງ ພະຍາດດັ່ງກ່າວຢ່າງມີປະສິດທິຜົນ ແລະ ອື່ນໆ.

ໃນໂອກາດການຢ້ຽມຢາມຄັ້ງນີ້, ຫວຽດນາມ ຍັງໄດ້ຊ່ວຍເຫລືອວັກຊິນຈໍານວນ 1.000.000 ໂດສ ເພື່ອຊ່ວຍລາວ ຮັບມືກັບການແຜ່ ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນ.

ສອງຝ່າຍເຫັນດີຮ່ວມກັນຈັດຕັ້ງສະເຫລີມສະຫລອງ ປີສາມັກຄີມິດຕະພາບ ໃນປີ 2022 ຄື ສະ ເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດ ນາມ ຄົບຮອບ 60 ປີ ແລະ ວັນເຊັນສົນ ທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດ ນາມ ຄົບຮອບ 45 ປີ ຢ່າງແໜ້ນແຟ້ນ, ມີຫົວຄິດປະດິດສ້າງ, ມີບັນຍາກາດຟົດຟື້ນ, ເຕັມໄປດ້ວຍເນື້ອໃນ ແລະ ຄວາມໝາຍ ເພື່ອໃຫ້ຄົນຮຸ້ນໜຸ່ມ ທີ່ເປັນຜູ້ສືບທອດໄດ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ສາຍພົວພັນພິເສດສອງປະເທດ.

ພາຍຫລັງສໍາເລັດການພົບປະ, ສະ ຫາຍ ນາຍົກລັດຖະມົນຕີທັງສອງ ໄດ້ເປັນສັກຂີພິຍານໃນການລົງ ນາມເອກະ ສານຮ່ວມມືສອງຝ່າຍ ຈຳ ນວນ 8 ສະບັບ. ພາຍຫລັງສໍາເລັດພິທີລົງນາມເອກະສານ ສະ ຫາຍ ນາຍົກລັດຖະມົນຕີທັງສອງ ກໍ່ໄດ້ເຂົ້າຮ່ວມພິທີເປີດປີສາມັກ ຄີ-ມິດຕະພາບ ລາວ-ຫວຽດ ນາມ.

SA Game
ກົມຂ່າວກະຊວງການຕ່າງປະເທດ

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຟູ ຈອງ ເລຂາທິ ການໃຫຍ່ພັກຄອມມູນິດຫວຽດນາມ; ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຊວັນ ຟຸກ, ປະທານປະເທດ ແຫ່ງ ສສ ຫວຽດນາມ; ພົບປະກັບ ສະຫາຍ ເວືອງ ດິງ ເຫ໋, ປະ ທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ.

ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ເຈິນ ວັນ ຕຸ໋ຍ, ປະທານສະມາຄົມມິດຕະພາບ ຫວຽດນາມ-ລາວ. ພ້ອມນັ້ນ, ກໍ່ໄດ້ເຂົ້າວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ ແລະ ວາງພວງມາລາ ທີ່ ສຸສານ ປະທານ ໂຮ່ ຈິມິນ.

ໃນການຢ້ຽມຢາມຄັ້ງນີ້, ສະຫາຍນາຍົກລັດຖະມົນຕີ ພັນຄໍາ ວິພາວັນ ຍັງຈະໄດ້ເຂົ້າເປັນປະທານຮ່ວມໃນກອງປະຊຸມຄະນະກໍາມາທິການຮ່ວມມື ລາວ-ຫວຽດນາມ ຄັ້ງທີ 44 ທີ່ ຫໍປະຊຸມສາກົນ ໃນວັນທີ 10 ມັງກອນ 2022.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ກົມຂ່າວກະຊວງການຕ່າງປະເທດ