ຄຳ​ວ່າ ຄ່ອມ ແລະ ຄ້ອມ ມີຄວາມໝາຍແຕກຕ່າງກັນແນວໃດ?

ອະທິບາຍຄວາມໝາຍຂອງຄຳວ່າ ຄ່ອມ ກັບ ຄ້ອມ ໃນ​ພາ​ສາ​ລາວ.

ທັງສອງຄຳສັບນີ້ມີການອອກສຽງທີ່ໃກ້ຄຽງກັນທີ່ສຸດແຕ່ການຂຽນມີຄວາມແຕກຕ່າງທາງດ້ານວັນນະຍຸດ ສຽງເອກx່ ກັບສຽງໂທ x້  ຄ່ອມ ກັບ ຄ້ອມ ເປັນຄໍາສັບທີ່ມີຄວາມໝາຍແຕກຕ່າງກັນ ແຕ່ ກໍ່ມີຄວາມໝາຍໃກ້ຄຽງກັນຖ້າເບິ່ງແບບລວມໆ

ດັ່ງນັ້ນ,ໃນບົດນີ້ຈະນໍາເອົາຄຳສັບທີ່ວ່າເພື່ອນໍາມາທໍາຄ່ອມ ກັບ ຄ້ອມນຳມາອະທິບາຍໃຫ້ທຸກຄົນເຂົ້າໃຈເລິກເຊິ່ງ ກະຈ່າງແຈ້ງກ່ຽວກັບຄໍານີ້ ເຮົາຂໍນໍາເອົາຂໍ້ມູນບາງສ່ວນຈາກວັດຈະນານຸກົມພາສາລາວ ສະບັບຄົ້ນຄວ້າ ແລະ ຮຽບຮຽງໄວ້​ຈ່ຳ​ນວນ​ໜຶ່ງ,ເພື່ອບໍ່ໃຫ້ສັບສົນໃນການຂຽນ ແລະ ການແປຄຳສັບທັງສອງຄຳນີ້ ເພື່ອມາອະທິບາຍຄວາມໝາຍຄໍາສັບດັ່ງກ່າວໃຫ້ມີຄວາມກະຈ່າງແຈ້ງຂຶ້ນ ດັ່ງນີ້:

SA Game
DooDiDo

ຄໍາວ່າ ຄ່ອມ.

ມີຄວາມໝາຍວ່າກິ່ວເຂົ້າ,ນ້ອຍເຂົ້າ,ຫຼຸບເຂົ້າ, ຕໍ່າກວ່າຈຸດເດີມເປັນບາງຈຸດຂອງວັດຖຸສິ່ງຂອງ ບໍ່ວ່າຈະເປັນສິ່ງທີ່ມີຊີວິດ ຫຼື ບໍ່ມີຊີວິດກໍ່ຕາມເຊິ່ງເປັນການຜິດປົກກະຕິ ຫຼື ເປັນມາແຕ່ດັ້ງເດີມ ເຊັ່ນຕົວຢ່າງ: ເຫຼັກຄ່ອມ ໝາຍເຖິງການກິ່ວເຂົ້າຂອງເຫຼັກຍ້ອນການສຽດສີຂອງອາກາດ ຫຼື ຄວາມຊຸ່ມຂອງນໍ້າເຮັດໃຫ້ເຫຼັກເຂົ້າໝ້ຽງ; ຜາຄ່ອມ ຫຼື ເປັນການກິ່ວເຂົ້າຂອງຫີນຜາຍ້ອນແຮງສຽດສີຂອງນໍ້າ ຫຼື ຫາກເປັນມາແຕ່ດຶກດໍາບັນ ເຊັ່ນ: ຜາຫອມວັງວຽງ;ກິ່ວກະຈໍາ ເມືອງພູຄູນ…

ຄຳ​ວ່າ ຄ້ອມ.

ໝາຍເຖິງການກົ່ງລົງ ຫຼຸບລົງແບບເປັນເສັ້ນກົ່ງແຕ່ບໍ່ຫັກທົບຂອງວັດຖຸສິ່ງຂອງ ບໍ່ວ່າຈະເປັນສິ່ງທີ່ມີຊີວິດ ຫຼື ບໍ່ມີຊີວິດ ຫຼື ເກີດຂຶ້ນເອງໃນທໍາມະຊາດ ຫຼື ເປັນການຜິດປົກກະຕິຂອງວັດຖຸສິ່ງຂອງທີ່ເຮົາເອົາມານໍາໃຊ້ໃນຊີວິດປະຈໍາວັນ ຕົວຢ່າງ: ເຮົາວາງໄມ້ທີ່ຊື່ທີ່ສຸດໃສ່ລະຫວ່າງສອງເສົາທີ່ຍໍ່ໄດ້ຕອກເຫຼັກຍຶດໄວ້ໃນແຕ່ລະເສົາ ອີກບໍ່ດົນໄມ້ທີ່ຊື່ທີ່ສຸດທີ່ເຮົາວາງໄວ້ກໍ່ຈະກົ່ງລົງ; ຮາວຕາກເຄື່ອງກະເຊັ່ນກັນດົນໆໄປກໍ່ຈະກົ່ງລົງ  ສິ່ງດັ່ງກ່າວນີ້ເຮົາເອີ້ນວ່າຄ້ອມລົງ.

ສະຫຼຸບ.

ຄໍາວ່າ: ຄ່ອມ ມີຄວາມໝາຍວ່າກິ່ວເຂົ້າ,ນ້ອຍເຂົ້າ,ຫຼຸບເຂົ້າ, ຕໍ່າກວ່າຈຸດເດີມເປັນບາງຈຸດຂອງວັດຖຸສິ່ງຂອງ ບໍ່ວ່າຈະເປັນສິ່ງທີ່ມີຊີວິດ ຫຼື ບໍ່ມີຊີວິດກໍ່ຕາມເຊິ່ງເປັນການຜິດປົກກະຕິ ຫຼື ເປັນມາແຕ່ດັ້ງເດີມ. ສ່ວນ ຄຳ​ວ່າ ຄ້ອມ: ໝາຍເຖິງການກົ່ງລົງ ຫຼຸບລົງແບບເປັນເສັ້ນກົ່ງແຕ່ບໍ່ຫັກທົບຂອງວັດຖຸສິ່ງຂອງ ບໍ່ວ່າຈະເປັນສິ່ງທີ່ມີຊີວິດ ຫຼື ບໍ່ມີຊີວິດ ຫຼື ເກີດຂຶ້ນເອງໃນທໍາມະຊາດ ຫຼື ເປັນການຜິດປົກກະຕິຂອງວັດຖຸສິ່ງຂອງທີ່ເຮົາເອົາມານໍາໃຊ້ໃນຊີວິດປະຈໍາວັນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo