ຄວາມ​ໝາຍ​ຂອງຄຳວ່າ “ຮ້າງ” ແລະ “ຫ້າງ” ໃນ​ພາ​ສາ​ລາວ​ແມ່ນ​ຫຍັງ?

SA Game

DooDiDo

ອະ​ທິ​ບາຍ​ຄວາມ​ຄື​ກັນ ແລະ ຕ່າງ​ກັນ ຂອງ​ຄຳ​ວ່າ ຮ້າງ” ແລະ “ຫ້າງ”.

ຄຳວ່າ “ຮ້າງ” ແລະ “ຫ້າງ” ມີການອອກສຽງໃກ້ຄຽງກັນມີ ຕ່າງພຽງການເນັ້ນສຽງສູງກັບສຽງຕໍ່າ ແຕ່ພັດມີຄວາມໝາຍຄົນລະຢ່າງ ເພື່ອເປັນ​ການ​ນຳ​ໃຊ້​ໃຫ້​ຖືກ​ຕ້ອງເຮົາຈະ​ຕ້ອງໄດ້ມີຄວາມເຂົ້າໃຈກ່ອນ.

ຄຳວ່າ “ຮ້າງ” ໝາຍເຖິງການປະການແຍກກັນຂອງຄູ່ຜົວເມຍ ຊຶ່ງເວລາຮ້າງກັນແລ້ວຄົນມັກເອີ້ນວ່າ ແມ່ ຮ້າງ ພໍ່ຮ້າງ. ພ້ອມນັ້ນ, ຍັງມີຄໍາວ່າ ເຮືອນຮ້າງ, ເມືອງຮ້າງ ໝາຍເຖິງຄົນບໍ່ມີຄົນອາໃສຢູ່ເປັນເວລາດົນ, ລົດອີ່ຮ້າງ ໝາຍເຖິງລົດເກົ່າ ແລະ ຂີ້ລ້າຍ. ນອກຈາກນັ້ນ, ຍັງມີຄໍາວ່າ ຮົກຮ້າງ ໝາຍເຖິງສີ່ງບໍ່ໄດ້ນໍາ ໃຊ້ມາດົນ ຕົວຢ່າງ ປ່າຮົກຮ້າງ, ຕຶກຮົກຮ້າງ ເປັນຕົ້ນ.

ຄຳວ່າ “ຫ້າງ” ໝາຍເຖິງການເອົາໄມ້ ຫຼື ວັດສະດຸມາຫ້າງ ເພື່ອເປັນບ່ອນດັກຊຸ້ມຍິງສັດ, ການເຮັດຫ້າງ ຜັກໃຫ້ມັນເລືອຂຶ້ນ, ການຫ້າງຫາກະກຽມໄວ້ລ່ວງໜ້າ. ໃນອີກຄວາມໝາຍນຶ່ງແມ່ນການເຮັດແຮ້ວດັກສັດ ເຊັ່ນ: ຫ້າງແຮ້ວໜູ, ຫ້າງກັບດັກໂຕອົ້ນ, ຫ້າງຈັ່ນປາ ແລະ ອື່ນໆ. ນອກຈາກນັ້ນ, ຍັງໝາເຖິງຕຶກອາຄານ ໃຫຍ່ທີ່ມີການຂາຍສິນຄ້າ ແລະ ບໍລິການອື່ນໆ.

SA Game
DooDiDo

ສະ​ນັ້ນ ເພື່ອ​​ໃຫ້ເຂົ້າໃຈເລີກຊຶ່ງກວ່າເກົ່າ ແລະ ເປັນໄປຕາມຫຼັກໄວຍະກອນ ເຮົາມາເບີ່ງລາຍລະອຽດດັ່ງລຸ່ມນີ້:

ຄວາມໝາຍຄຳ​ວ່າ “ຮ້າງ”:

“ຮ້າງ” (1. ຄໍາກິລິຍາ) ປະຖີ້ມ, ໄປຈາກ, ຢ່າກັນ, ປະກັນ, ແຍກກັນ. (2. ຄໍາຄູນສັບ ຫຼື ກິລິຍາວິເສດ) ທີ່ຖືກປະຖີ້ມ, ບໍ່ມີຜົວ ຫຼື ເມຍ.

ຕົວ​ຢ່າງ:

  • ເພັງສາວແມ່ຮ້າງແກ່ ເປັນເພັງດັງໃນສະໄໝຍຸກປີ 90 ທີ່ຫຼາຍໆຄົນມັກຮ້ອງ ເປັນເພັງທີ່ໃຫ້ກໍາລັງ ໃຈສາວແມ່ຮ້າງ.
  • ການຢ່າຮ້າງເປັນສີ່ງທີ່ຫຼາຍໆຄົນບໍ່ຕ້ອງການ ເພາະຈະເຮັດໃຫ້ຕົນເອງມີມົນທິນ ຖ້າຫາກມີລູກ ກໍ ມັກຈະເປັນປົມດ້ອຍໃຫ້ແກ່ເຂົາເຈົ້າ.
  • ຢູ່ຂ້າງເຮືອນໝູ່ຂ້ອຍມີເຮືອນຮ້າງ ຫຍ້າຂຶ້ນເຕັມໝົດ ພໍຮອດຕອນກາງຄືນມັກໄດ້ຍີນສຽງດັງຄອກໆ ແຄກໆ ເຮັດໃຫ້ເປັນຕາຢ້ານ ເວລາຍ່າງຜ່ານຂົນຄິງກໍ່ມັກລູກໝົດໂຕ.

ຄວາມໝາຍຄຳ​ວ່າ “ຫ້າງ”:

“ຫ້າງ” (1.ຄໍານາມ) ຮ້ານໄມ້ເຮັດໃຫ້ສູງ ສໍາລັບຢູ່ຍິງສັດ ຫຼື ຂຶ້ນພັນຕົ້ນໄມ້ເປັນຕົ້ນ. ຄ້າງໄມ້ໃຫ້ພຶດພັນ ເລືອຂຶ້ນ (2. ຄໍາກິລິຍາ) ຕັ້ງທ່າຕົກແຕ່ງໄວ້ຖ້າ, ການກະກຽມ. ເອົາເຄື່ອງມືແນວນຶ່ງທີ່ມີໄລ ຫຼື ໄກລັ່ນ ດັ່ງຫ້າງແຮ້ວ ຫ້າງຈັ່ນ ເປັນຕົ້ນ. (3. ຄໍານາມ) ຕຶກຂາຍຂອງ ທີມີຕັ້ງແຕ່ສອງຊັ້ນຂຶ້ນໄປ.

ຕົວ​ຢ່າງ:

  • ເຂົາເຈົ້າພາກັນເຂົ້າປ່າແຕ່ເຊົ້າ ແລະ ເລືອກທີ່ຕັ້ງເໝາະສົມ ເພື່ອສ້າງຫ້າງໃກ້ກັບປຸ່ງ ໃຫ້ແລ້ວ ແລະ ໄດ້ຂຶ້ນຢູ່ໃນຕອນຄໍ່າ ເພາະວ່າເວລາສັດປ່າລົງມາກິນປຸ່ງຈະໄດ້ຍິງສະດວກ.
  • ການປູກໝາກອຶ ໝາກບວບ ຄວນສ້າງຫ້າງໃຫ້ມັນເລືອຂຶ້ນ ເວລາໃສ່ຝົ່ນ, ເດັດຍອດ ເດັດໝາກ ຈິ່ງສະບາຍ.
  • ການກະກຽມງານດອງຕ້ອງໄດ້ຫ້າງຫາກະກຽມໄວ້ແຕ່ດົນໆ ເພື່ອບໍ່ໃຫ້ຂາດຕົກບົກພ່ອງ.
  • ການດໍາລົງຊີວິດຂອງຄົນຊົນນະບົດແມ່ນຕິດພັນກັບການລ້າເນື້ອ ດັ່ງນັ້ນເຂົາຈິ່ງເກັ່ງໃນການຫ້າງ ແຮ້ວ ຫຼື ກັບດັກ.
  • ວິຖີຊີວິດ ປະຊາຊົນຢູ່ເມືອງດອນໂຂງ ມັກນິຍົມກັນເຮັດຈັ່ນດັກປາ, ເຮັດຄັ້ງ ເຮັດຫຼີ່ ເພື່ອຈັບມາ ເປັນອາຫານ ບາງປີກໍ່ໄດ້ປາຫຼາຍຈົນໄດ້ເອົາໄປຂາຍ ແລະ ເຮັດປາແດກ, ບາງປີກໍ່ໄດ້ປາໜ້ອຍ ແຕ່ກໍພໍຢູ່ພໍກີນ.
  • ຊ່ວງສີບປີມານີ້ຢູ່ ນະຄອນຫຼວງວຽງຈັນ ມີນັກລົງທຶນເຂົ້າມາລົງທຶນ ເຮັດຫ້າງຮ້ານຫຼາຍເປັນພິເສດ ຈົນບໍ່ຮູ້ຊິເອົາເງິນຢູ່ທາງໄດ້ໄປຊື້ສິນຄ້ານໍາເຂົາເຈົ້າ.

ສະ​ຫຼຸບ

ຄຳວ່າ “ຮ້າງ” ແລະ “ຫ້າງ” ມີຄວາມໝາຍກະແຕກຕ່າງກັນ ເພາະຄຳວ່າ “ຮ້າງ” ແມ່ນການປະການແຍກ ກັນຢູ່ ຫຼື ເຮືອນຊານບ້ານຊ່ອງທີ່ບໍ່ໄດ້ນໍາໃຊ້ດົນ. ສ່ວນຄຳວ່າ “ຫ້າງ” ໝາຍເຖິງການເອົາໄມ້ມາ ສ້າງ ເປັນບ່ອນຢູ່ ເພື່ອລ່າສັດ, ຄ້າງໄມ້ສໍາລັບພືດເລືອໄຕ່ຂຶ້ນ. ການວາງກັບດັກ ຫຼື ແຮ້ວ, ແມ່ນຕຶກອາຄານ ເພື່ອຂາຍເຄື່ອງ ແລະ ບໍລິການ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo